ເນື່ອງໃນໂອກາດຂໍ່ານັບຮັບຕ້ອນວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ (22 ມີນາ 1955-22 ມີນາ 2025) ທີ່ຈະມາເຖິງໃນມໍ່ໆນີ້, ສະຫາຍ ພັນເອກ ພົງສຸລິຍາ ເພັງຄູນ ເລຂາໜ່ວຍພັກ ຫົວໜ້າກົມໂຮງຮຽນ ກົມໃຫຍ່ເສນາທິການກອງທັບ ໄດ້ໃຫ້ສຳພາດວ່າ: ວັນສ້າງຕັ້ງພັກ ເປັນວັນສຸດທີ່ມີຄວາມໝາຍ-ຄວາມສໍາຄັນຂອງຊາດ, ຂອງພັກ ແລະ ສະມາຊິກພັກທຸກສະຫາຍສຸດທີ່ມີຄວາພາກພູມໃຈ ແລະ ຕີລາຄາສູງຕໍ່ການກຳເນີດເກີດຂຶ້ນຂອງພັກປະຊາຊົນປະຕິວັດລາວ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງແຕ່ລະໄລຍະກອງປະຊຸມໃຫຍ່ຂອງພັກ ເວົ້າລວມ, ເວົ້າສະເພາະ ກໍແມ່ນມະຕິກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກ ພາຍໃຕ້ຄໍາຂວັນ: ຍົກສູງຄວາມສາມາດນໍາພາຂອງພັກ, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນຂອງປະຊາຊົນໃນຊາດ, ຮັບປະກັນສະຖຽນລະພາບດ້ານການເມືອງຢ່າງໜັກແໜ້ນ, ຜັນຂະຫຍາຍແນວທາງປ່ຽນແປງໃໝ່ສູ່ລວງເຫຼີກ, ສ້າງການຫັນປ່ຽນການພັດທະນາ ເສດຖະກິດ-ສັງຄົມ ໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງ, ຍົກລະດັບຄຸນນະພາບຊີວິດຂອງປະຊາຊົນໃຫ້ສູງຂຶ້ນ, ສືບຕໍ່ນໍາພາປະເທດຊາດພົ້ນຈາກສະຖານະພາບດ້ອຍພັດທະນາ ແລະ ກ້າວເດີນສູ່ຈຸດໝາຍສັງຄົມນິຍົມ).
ໃນໄລຍະຜ່ານມາ ຄະນະພັກ-ຄະນະບັນຊາ ກົມໂຮງຮຽນ ກໍ່ໄດ້ ສຸມໃສ່ສ້າງຜົນງານຂໍ່ານັບຮັບຕ້ອນວັນສໍາຄັນຂອງຊາດ ຂອງພັກ ເວົ້າລວມ, ເວົ້າສະເພາະ ກໍ່ແມ່ນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 70 ປີ ຢ່າງເປັນຂະບວນຟົດຟື້ນ ແລະ ມີຜົນງານຫຼາຍດ້ານເປັນຕົ້ນແມ່ນ: ວຽກງານຂະຫຍາຍໂຮງຮຽນ ໄດ້ປະກາດສ້າງຕັ້ງໂຮງຮຽນການທະຫານຊາຍແດນ, ໂຮງຮຽນວັດທະນະທໍາຊົນເຜົ່າກອງທັບ ແລະ ໂຮງຮຽນນາຍສິບເຫຼົ່າຮົບ, ພ້ອມທັງສ້າງນິຕິກຳ (ຂໍ້ຕົກລົງວ່າດ້ວຍມາດຖານຄຸນນະພາບການສຶກສາໃນກອງທັບ, ຂໍ້ຕົກລົງວ່າດ້ວຍຄູໃນກອງທັບ, ຂໍ້ຕົກລົງວ່າດ້ວຍພິທີເປີດ-ປິດຮຽນໃນກອງທັບ, ຂໍ້ຕົກລົງວ່າດ້ວຍການຈັດຕັ້ງຄຸ້ມຄອງການຮຽນ-ການສອນຢູ່ສະຖານການສຶກສາໃນກອງທັບ) ປັບປຸງນິຕິກຳ (ຂໍ້ກຳນົດວ່າດ້ວຍເງື່ອນໄຂມາດຖານ, ວິທີການຄັດເລືອກເອົານາຍແລະພົນທະຫານເຂົ້າຮຽນທັງພາຍໃນ ແລະ ຕ່າງປະເທດໃນກອງທັບ), ປຶ້ມຄູ່ມືປະສານເຫຼົ່າຮົບຂັ້ນກອງພັນນ້ອຍລົງມາ. ນອກຈາກນີ້, ວຽກງານໂຄງການຫຼັກສູດ (ໃນການສ້າງໃໝ່, ປັບປຸງດັດແກ້) ໃນນີ້, ໄດ້ສ້າງຫຼັກສູດໃໝ່ 30 ຫຼັກສູດ, ປັບປຸງແລະດັດແກ້ໃໝ່ 8 ຫຼັກສູດ.
ພ້ອມກັນນັ້ນ ໜ່ວຍພັກກົມໂຮງຮຽນ ກໍ່ໄດ້ຍົກສູງ ແລະ ຖືສໍາຄັນ ການກໍ່ສ້າງ ແລະ ປັບປຸງຕົນເອງຕາມ 5 ຫຼັກການ, 3 ທິດນໍາຂອງພັກ ແລະ 4 ໜ້າທີ່ໃຫຍ່, 26 ແຜນງານ ຂອງຄະນະພັກກະຊວງປ້ອງກັນປະເທດວາງອອກ ເຊັ່ນ: 5 ຫຼັກການ: ຍຶດໝັ້ນລັດທິມາກ-ເລນິນ, ແນວຄິດໄກສອນ ພົມວິຫານ ແລະ ມູນເຊື້ອອັນດີງາມຂອງພັກ ເປັນພື້ນຖານແນວຄິດ, ທິດສະດີຂອງພັກ, ເສີມຂະຫຍາຍລັກສະນະນໍາໜ້າ, ລັກສະນະສຶກສາອົບຮົມ ແລະ ລັກສະນະຕໍ່ສູ້ຂອງຊົນຊັ້ນກຳມະກອນ; ກໍ່ສ້າງປັບປຸງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ; ຈັດຕັ້ງຕາມຫຼັກການລວມສູນປະຊາທິປະໄຕ, ນໍາພາເປັນໝູ່ຄະນະ, ບຸກຄົນຮັບຜິດຊອບ; ພັກມີ ລະບຽບວິໄນເຂັ້ມງວດ, ເຄົາລົບ ແລະ ປະຕິບັດລັດຖະທຳມະນູນ, ກົດໝາຍ ແລະ ລະບຽບ ການຂອງລັດ; ສະມາຊິກພັກ ສະເໝີພາບກັນບົນພື້ນຖານກົດລະບຽບພັກ, ກົດໝາຍ ແລະ ລະບຽບການຂອງລັດ; ຖືເອົາຄວາມສາມັກຄີເປັນປຶກແຜ່ນ ບົນພື້ນຖານແນວທາງ ນະໂຍບາຍ ແລະ ກົດລະບຽບພັກ ເປັນຫຼັກການພື້ນຖານຂອງພັກ ເພື່ອຮັບປະກັນຄວາມເປັນເອກະພາບທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ການກະທຳຂອງພັກ; ຖືເອົາປະຊາຊົນເປັນກົກ, ຮັບໃຊ້ປະຊາຊົນດ້ວຍຄວາມບໍລິສຸດສັດຊື່, ເຄື່ອນໄຫວຕາມແນວທາງ ມະຫາຊົນຂອງພັກ, ອີງໃສ່ມະຫາຊົນ ແລະ ຜ່ານຂະບວນການປະຕິວັດ ຂອງມະຫາຊົນ ເພື່ອກໍ່ສ້າງ ແລະ ຂະຫຍາຍພັກ; ຖືເອົາການຕິຊົມຕົນເອງ, ຕິຊົມກັນ ເປັນກົດເກນແຫ່ງການຄົງຕົວ ແລະ ຂະຫຍາຍຕົວຂອງພັກ.
ນອກນີ້, ຍັງໄດ້ຍົກສູງ ແລະ ຖືສໍາຄັນໃນການກໍ່ສ້າງ ແລະ ປັບປຸງຕົນເອງ ຕາມ 3 ທິດນໍາຂອງພັກ ເຊັ່ນ: ກໍ່ສ້າງພັກໃຫ້ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ແບບແຜນການນໍາພາຂອງພັກ, ເພີ່ມທະວີວຽກງານປ້ອງກັນພັກ, ເດັດດ່ຽວຕ້ານການ ເສື່ອມຄຸນທາດການເມືອງພາຍໃນພັກ. ການກໍ່ສ້າງ, ປັບປຸງພັກ ຕ້ອງຖືເອົາຄຸນນະພາບເປັນກົກ, ຮັບເອົາຜູ້ທີ່ດີເດັ່ນ, ມີມາດຕະຖານ ແລະ ເງື່ອນໄຂຄົບຖ້ວນເຂົ້າເປັນສະມາຊິກພັກ; ເດັດດ່ຽວເອົາຜູ້ເສື່ອມຄຸນປ່ຽນທາດອອກຈາກ ພັກ; ພັກບູລະນະ ແລະ ພັດທະນາຕົນເອງຢ່າງບໍ່ຢຸດຢັ້ງ ເພື່ອໃຫ້ທຽບທັນກັບຄວາມຮຽກຮ້ອງ ຕ້ອງການແຫ່ງການນໍາພາຂອງພັກໃນແຕ່ລະໄລຍະ; ສົມທົບແໜ້ນ ລະຫວ່າງການເພີ່ມທະວີການນໍາພາຂອງພັກ ກັບການເຊີດຊູຄວາມສັກສິດໃນ ການຄຸ້ມຄອງຂອງລັດ, ເສີມຂະຫຍາຍບົດບາດເປັນເຈົ້າການ ຂອງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ບັນດາອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງສັງຄົມ.
ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 70 ປີນີ້, ສະຫາຍ ພັນເອກ ພົງສຸລິຍາ ເພັງຄູນ ໃຫ້ ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາກົມໂຮງຮຽນ, ຄູອາຈານ, ນັກຮຽນນັກສຶກສາທຸກທົ່ວໜ້າຂໍອວຍພອນໄຊອັນປະເສີດມາຍັງການນໍາພັກ-ລັດ, ກໍຄືຄະນະພັກ-ຄະນະນໍາກະຊວງປ້ອງກັນປະເທດເວົ້າລວມ, ເວົ້າສະເພາະກໍ່ແມ່ນຄະນະພັກ-ຄະນະນຳກົມໃຫຍ່ເສນາທິການກອງທັບຈົ່ງມີສຸຂະພາບເຂັ້ມແຂງ, ມີພາລະໄມສົມບູນ ແລະ ສືບຕໍ່ຊີ້ນໍາ-ນໍາພາກອງທັບໃຫ້ເຕີບໃຫຍ່ເຂັ້ມແຂງຂື້ນຢ່າງບໍ່ຢຸດຢັ້ງ.
ໂດຍ: ບິກໄຊ ສົມພູ








