ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຫວຽດນາມ ຈະປັບປຸງລັດຖະທຳມະນູນ ໂຮມແຂວງ ແລະ ສັບຊ້ອນຕາແສງໃຫ້ໄດ້ 60 – 70%

Mar 12, 2025

ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ໂດຍສືບຕໍ່ລາຍການເຄື່ອນໄຫວຂອງກອງປະຊຸມ ຄັ້ງທີ 43, ໃນຕອນເຊົ້າວັນທີ 11 ມີນາ ຜ່ານມາ ຄະນະປະຈຳສະພາແຫ່ງຊາດຫວຽດນາມ ໄດ້ປະກອບຄຳເຫັນຕໍ່ບົດສະຫຼຸບກອງປະຊຸມວິສາມັນ ຄັ້ງທີ 9 ສະພາແຫ່ງຊາດ ຊຸດທີ XV (ແຕ່ວັນທີ 12 – 19 ກຸມພາ).
ໃນກອງປະຊຸມ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ຊີ້ແຈ້ງວ່າ: ເລື່ອງກົດໝາຍ 4 ສະບັບ ແລະ ມະຕິ 5 ສະບັບ ກ່ຽວກັບການປະຕິບັດການສັບຊ້ອນ, ຈັດຕັ້ງກົງຈັກລັດ ໂດຍສະພາແຫ່ງຊາດຮັບຮອງເອົາ ເພື່ອແນໃສ່ຍົກສູງຄຸນນະພາບ, ປະສິດທິຜົນການຄຸ້ມຄອງລັດ, ບັນດາມະຕິກຳນົດກ່ຽວກັບກົນໄກ, ນະໂຍບາຍພິເສດ, ເປັນເອກະລັກສະເພາະ, ບັນດາເນື້ອໃນສຳຄັນ, ຮີບດ່ວນ, ຈຳເປັນອື່ນໆກໍໄດ້ຮັບການຮັບຮອງເອົາ ປະກອບສ່ວນຊຸກຍູ້ຄວາມຄືບໜ້າຜັນຂະຫຍາຍປະຕິບັດໜ້າທີ່ ເພື່ອບັນລຸໄດ້ເປົ້າໝາຍການເຕີບໂຕ GDP ແຕ່ 8% ຂຶ້ນໄປໃນປີນີ້ ແລະ ການເຕີບໂຕ 2 ໂຕເລກໃນໄລຍະ 2026 – 2030.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເນັ້ນໜັກວ່າ: ໃນຕໍ່ໜ້າສະພາບການສັບຊ້ອນກົງຈັກຕາແສງໃນໄລຍະຈະມາເຖິງ ຕ້ອງໂຮມ 60 – 70% ຕາແສງໃນຈໍານວນຕາແສງທັງໝົດ 10,000 ຕາແສງ. ຄະນະປະຈຳສະພາແຫ່ງຊາດອີງໃສ່ການສະເໜີຂອງລັດຖະບານ ຕ້ອງດຳເນີນຢ່າງຕັ້ງໜ້າ ແລະ ເລັ່ງດ່ວນ. ພວກເຮົາຕັດສິນໃຈ, ໃນຕໍ່ໜ້າຈະບໍ່ມີຫົວໜ່ວຍຂັ້ນເມືອງ, ໂຮມບັນດາແຂວງເຂົ້າກັນ, ສະນັ້ນ ຈະມີວຽກຈຳນວນຫຼາຍທີ່ສຸດຕ້ອງປະຕິບັດ.
May be an image of 1 person