ວັນທີ 12 ມີນາ 2025 ນີ້, ຢູ່ຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງກອງປະຊຸມຄົ້ນຄວ້າຮ່າງລາຍງານການເມືອງ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໃນຂົງເຂດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຂອງພັກປະຊາຊົນປະຕິວັດລາວ ໂດຍການເປັນປະທານຂອງ ສະຫາຍ ພົນຕີ ສອນທອງ ພົມລາວົງ ກຳມະການຄະນະປະຈຳພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ພ້ອມດ້ວຍ ຜູ້ຕາງໜ້າຄະນະການນຳ 4 ກົມໃຫຍ່ ແລະ ຫ້ອງວ່າການກະຊວງປ້ອງກັນປະເທດ ເຂົ້າຮ່ວມ.
ສະຫາຍ ພົນຕີ ສອນທອງ ພົມລາວົງ ໄດ້ຜ່ານຮ່າງລາຍງານການເມືອງຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ທີ່ຕິດພັນກັບຂົງເຂດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ປະກອບມີ 4 ຫົວຂໍ້ຫຼັກ ຄື: ຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ; ແນວທາງພາລະກິດການປ່ຽນແປງໃໝ່ຂອງພັກ ເພື່ອນໍາພາປະເທດຊາດ ເດີນຕາມເສັ້ນທາງກ້າວຂຶ້ນສັງຄົມນິຍົມຢ່າງໜັກແໜ້ນ; ວຽກງານເພີ່ມທະວີວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຮັບປະກັນສະຖຽນລະພາບດ້ານການເມືອງ ແລະ ຄວາມສະຫງົບສຸກຂອງສັງຄົມ ແລະ ແນວທາງການພົວພັນຮ່ວມມືກັບຕ່າງປະເທດ. ນອກຈາກນັ້ນ, ຍັງໄດ້ຄົ້ນຄວ້າຮ່າງຄໍາຂວັນລວມຂອງລາຍງານການເມືອງກອງປະຊຸມໃຫຍ່ ໂດຍຍຶດຫຼັກການ “ຍົກສູງບົດບາດເປັນໃຈກາງຂອງການນໍາພາຂອງພັກ, ສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນຢ່າງແຂງແຮງ, ນໍາພາປະເທດຊາດກ້າວຂຶ້ນຢ່າງໜັກແໜ້ນຕາມເປົ້າໝາຍສັງຄົມນິຍົມ”. ຈາກນັ້ນບັນດາຜູ້ຕາງໜ້າເຂົ້າຮ່ວມກອງປະຊຸມ ກໍໄດ້ຮ່ວມກັນປຶກສາຫາລື ລະດົມຄວາມຄິດ ເພື່ອເອກະພາບດ້ານເນື້ອໃນ ຕໍ່ຮ່າງລາຍງານການເມືອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໂດຍສະເພາະແມ່ນຂົງເຂດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ວຽກງານພົວພັນການຕ່າງປະເທດ ເພື່ອເຮັດໃຫ້ບົດລາຍງານ ມີເນື້ອໃນຄົບຖ້ວນສົມບູນ ແລະ ໜັກແໜ້ນຍິ່ງຂຶ້ນ.
ກອງປະຊຸມຄົ້ນຄວ້າຮ່າງເອກະສານລາຍງານການເມືອງຄັ້ງນີ້ ແມ່ນເນັ້ນໃສ່ການປະກອບຄຳຄິດ ຄຳເຫັນ ຂອງສະມາຊິກພັກທຸກສະຫາຍ ແລະ ຄົ້ນຄວ້າພິຈາລະນາເອົາຄຳຂວັນຂອງບົດລາຍງານການເມືອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ເພື່ອນຳມາປັບປຸງ ປ່ຽນແປງໃໝ່ໃນຮ່າງເອກະສານ.
ຂ່າວພາບ: ໄພລິນ




