ອົງການປົກຄອງນະຄອນຫຼວງວຽງຈັນ ແລະ ລັດວິສະກິດນ້ຳປະປາ ນວ ເລັ່ງປຶກສາຫາລືເພື່ອຊອກຫາວິທີແກ້ໄຂການສະໜອງນ້ຳປະປາບໍ່ພຽງພໍກັບການຊົມໃຊ້ ຕາມຕົວເລກການຜະລິດຂອງໂຮງງານ 6 ແຫ່ງ ໄດ້ພຽງ 348.000 ເຊິ່ງຕາມຄວາມຕ້ອງການຕົວຈິງແມ່ນ 400.000 ແມັດກ້ອນຕໍ່ມື້
ທ່ານ ສີລິລາດ ທົງສິນທອງເພັງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ປະທານສະພາບໍລິຫານລັດວິສາຫະກິດນ້ຳປະປາ ນວ ກ່າວກອງປະຊຸມປຶກສາຫາລືລະດົມແນວຄວາມຄິດກ່ຽວກັບວຽກງານນໍ້າປະປາຢູ່ນະຄອນ ຫຼວງວຽງຈັນ (ນວ) ຈັດຂຶ້ນວັນທີ 12 ມີນາ 2025 ທີ່ລັດວິສາຫະກິດນໍ້າປະປາ ນວ ວ່າ: ການຊົມໃຊ້ນ້ຳປະປາ ອີງໃສ່ສະຖິຕິສະແດງໃຫ້ເຫັນວ່າ ການຊົມໃຊ້ນໍ້າປະປາແມ່ນມີທ່າອ່ຽງການຂະຫຍາຍຕົວຢ່າງໄວວາ ເນື່ອງຈາກການພັດທະນາເສດຖະກິດ-ສັງຄົມມີການຂະຫຍາຍຕົວຢ່າງກ້າວກະໂດດຖ້າທຽບໃສ່ການຂະຫຍາຍກຳລັງການຜະລິດຂອງໂຮງງານນໍ້າປະປາ ແຕ່ກົງກັນຂ້າມການສ້າງໂຮງງານນໍ້າປະປາສຳພັດບໍ່ໄດ້ຮັບການກໍ່ສ້າງຂະຫຍາຍຕົວໄປຄຽງຄູ່ກັບຄວາມຕ້ອງການຊົມໃຊ້ນໍ້າປະປາ ສະນັ້ນ ຈຶ່ງກໍ່ໃຫ້ເກີດຄວາມຕ້ອງການຊົມໃຊ້ຫຼາຍກວ່າການສະໜອງ ຕໍ່ກັບສະພາບດັ່ງກ່າວອົງການປົກຄອງ ນວ ກໍໄດ້ຕິດຕາມຊຸກຍູ້ ແລະ ໃກ້ຊິດຕິດແທດຕະຫຼອດມາເພື່ອແກ້ໄຂ້ບັນຫາຄວາມຕ້ອງການຂອງການຊົມໃຊ້ນໍ້າປະປາ ເພື່ອໃຫ້ປະຊາຊົນໄດ້ຊົມໃຊ້ນໍ້າປະປາຢ່າງທົ່ວເຖິງ ແລະ ພຽງພໍ.
ໄລຍະຜ່ານມາ ອົງການປົກຄອງ ນວ ກໍໄດ້ອະນຸມັດໃຫ້ພະແນກແຜນການ ແລະ ການລົງທຶນ ນວ ເຊັນສັນຍາກໍ່ສ້າງໂຮງງານນໍ້າປະປາທີ່ບ້ານທ່າດອກຄຳ ເມືອງ ໄຊທານີ ຈຳນວນ 100.000 ແມັດກ້ອນ ກຳລັງຄົ້ນຄວ້າພິຈາລະນາອະນຸມັດໃຫ້ກໍສ້າງໂຮງງານຢູ່ ບ້ານຫ້ວຍຫ້ອມ ຈຳນວນ 20.000 ແມັດກ້ອນ ແລະ ກຳລັງຈະຈັດຕັ້ງປະຕິບັດລົງມືກໍ່ສ້າງໂຮງງານຜະລິດນໍ້າຢູ່ຈີ່ນາຍໂມ້ຕື່ມອີກ 40.000 ແມັດກ້ອນຕໍ່ວັນ ພ້ອມກັນນັ້ນ ອົງການປົກຄອງ ນວ ກໍໄດ້ລະດົມຂົນຂວາຍ ແລະ ຊຸກຍູ້ໃຫ້ພາກເອກະຊົນກໍຄືຫົວໜ່ວຍທຸລະກິດໄດ້ພ້ອມກັນລົງທຶນເຂົ້າໃສ່ການກໍ່ສ້າງໂຮງງານ ແລະ ວາງລະບົບສາຍທໍ່ນໍ້າປະປາເພື່ອໃຫ້ສາມາດສະໜອງໃຫ້ແກ່ຄວາມຕ້ອງການຂອງ ສັງຄົມຢ່າງພຽງພໍ.
ເຖິງຢ່າງໃດກໍຕາມອີງຕາມການລາຍງານຂອງລັດວິສາຫະກິດນໍ້າປະປາ ນວ ເຫັນວ່າກຳລັງການຜະລິດນໍ້າປະປາຈາກ 6 ໂຮງງານໄດ້ພຽງແຕ່ 348.000 ແມັດກ້ອນຕໍ່ວັນ ອັດຕານໍ້າສູນເສຍ 26% ສະນັ້ນ ນໍ້າປະປາທີ່ຈະໄຫຼໄປສູ່ຄົວເຮືອນກໍຄືສູ່ບັນດາໂຮງຈັກໂຮງງານສຳນັກງານຫ້ອງການມີພຽງແຕ່ 260.000 ແມັດກ້ອນ ແຕ່ຄວາມຕ້ອງການໃຊ້ນໍ້າຕົວຈິງໃນປັດຈຸບັນແມ່ນປະມານ 400.000 ແມັດກ້ອນຕໍ່ວັນເຊັ່ນ ເຂດສະຖະກິດກວມລວມໄຊເສດຖາ ມີຄວາມຕ້ອງການ 40.000 ແມັດກ້ອນຕໍ່ວັນແຕ່ສາມາດສະໜອງໄດ້ພຽງແຕ່ 20.000 ແມັດກ້ອນຕໍ່ວັນ ນອກນັ້ນເຂດໂຮງງານເບຍລາວ ບຶງທາດຫຼວງ ໜອງຈັນ ກໍມີຄວາມຕ້ອງການຫຼາຍເຊັ່ນດຽວກັນ.
ບັນຫາດັ່ງກ່າວຈຶ່ງໄດ້ກາຍເປັນສິ່ງທ້າທາຍຕໍ່ອົງການປົກຄອງ ນວ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງທີ່ຈະຕ້ອງໄດ້ຮ່ວມແຮງຮ່ວມໃຈກັນ ຊອກຫາວິທີທາງແກ້ໄຂກໍຄືສະໜອງນ້ຳໄດ້ຢ່າງທົ່ວເຖິງ ແລະ ພຽງພໍກັບຄວາມຕ້ອງການ.
ທີ່ມາ: ວຽງຈັນໃໝ່



