ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະພາແຫ່ງຊາດລາວ ເປັນເຈົ້າພາບກອງປະຊຸມກໍາມາທິການວຽກງານສະມາຊິກລັດຖະສະພາ ຂອງສະມັດຊາລັດຖະສະພາຝຣັ່ງໂກໂຟນີ (APF)

Mar 12, 2025

ໃນວັນທີ 12 ມີນາ 2025, ກອງປະຊຸມກໍາມາທິການວຽກງານສະມາຊິກລັດຖະສະພາ ຂອງສະມັດຊາລັດຖະສະພາຝຣັ່ງໂກໂຟນີ (APF), ໄດ້ໄຂຂຶ້ນຢ່າງເປັນທາງການ ທີ່ ນະຄອນຫຼວງວຽງຈັນ, ສປປ ລາວ. ກອງປະຊຸມດັ່ງກ່າວ, ແມ່ນກົນໄກປະຈຳໜຶ່ງຂອງ APF ທີ່ຈະຖືກຈັດຂຶ້ນທຸກໆປີໃນປະເທດສະມາຊິກຂອງ APF ເພື່ອໃຫ້ລັດຖະສະພາສະມາຊິກໄດ້ປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນເຊິ່ງກັນ ແລະ ກັນ ໃນການປະຕິບັດວຽກງານຂອງຕົນ ເພື່ອໃຫ້ມີຄວາມສອດຄ່ອງກັນໃນພາກພື້ນ ແລະ ທົ່ວໂລກ.
ກອງປະຊຸມຄັ້ງນີ້ ຈັດຂຶ້ນພາຍໃຕ້ການເປັນປະທານຮ່ວມລະຫວ່າງສະພາແຫ່ງຊາດ ແຫ່ງ ສປປ ລາວ ແລະ ສະມັດຊາລັດຖະສະພາຝຣັ່ງໂກໂຟນີ (APF), ຊຶ່ງມີຄະນະຜູ້ແທນລັດຖະສະພາ 11 ປະເທດ ແລະ ເຂດແຄວນ, ກອງເລຂາ APF ແລະ ສູນລັດຖະສະພາອາຊີ (PCAsia) ເຂົ້າຮ່ວມລວມທັງໝົດຈຳນວນ 65 ທ່ານ.
ໃນກອງປະຊຸມດັ່ງກ່າວ ພະນະທ່ານ ປອ. ນາງ ສູນທອນ ໄຊຍະຈັກ, ຮອງປະທານປະສະພາແຫ່ງຊາດລາວ ໄດ້ໃຫ້ກຽດເຂົ້າຮ່ວມ ແລະ ມີຄຳເຫັນຕໍ່ພິທີເປີດ ໂດຍທ່ານໄດ້ຍົກໃຫ້ເຫັນເຖິງສະພາບການພົ້ນເດັ່ນ ແລະ ສິ່ງທ້າທາຍຕ່າງໆ ທີ່ພວມເກີດຂຶ້ນໃນຫຼາຍພາກພື້ນທົ່ວໂລກ ທີ່ສົ່ງຜົນກະທົບຕໍ່ການພັດທະນາເສດຖະກິດ-ສັງຄົມ, ການເມືອງ ແລະ ຄວາມໝັ້ນຄົງ ຂອງບັນດາປະເທດຕ່າງໆ. ພ້ອມກັນນັ້ນ, ທ່ານຍັງໄດ້ຕີລາຄາສູງຕໍ່ບົດບາດຄວາມສຳຄັນຂອງສະມາຊິກລັດຖະສະພາ APF ໃນຖານະທີ່ເປັນຕົວແທນແຫ່ງສິດ, ຜົນປະໂຫຍດ ແລະ ຄວາມມຸ້ງມາດປາດຖະໜາຂອງປະຊາຊົນ ໃນການສົ່ງເສີມປະຊາທິປະໄຕ, ການປົກຄອງລັດດ້ວຍກົດໝາຍ ແລະ ຊຸກຍູ້ການຮ່ວມມືໃນພາກພື້ນ ແລະ ສາກົນ ເພື່ອການພັດທະນາ, ລວມໄປເຖິງການສົ່ງເສີມການແລກປ່ຽນທາງດ້ານວັດທະນະທຳຂອງປະຊາຊົນ. ນອກຈາກນັ້ນ, ທ່ານຍັງໄດ້ຍົກໃຫ້ເຫັນເຖິງການປະກອບສ່ວນຂອງສະພາແຫ່ງຊາດລາວ ໃນກອບສະມັດຊາລັດຖະສະພາຝຣັ່ງໂກໂຟນີ ກໍຄື ການຮ່ວມມືໃນກອບຝຣັ່ງໂກໂຟນີຂອງລັດຖະບານ ຊຶ່ງສ້າງເງື່ອນໄຂທີ່ເອື້ອອຳນວຍໃຫ້ແກ່ການປົກປັກຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາ. ໃນໂອກາດນີ້, ທ່ານໄດ້ຮຽກຮ້ອງໃຫ້ລັດຖະສະພາສະມາຊິກຝຣັ່ງໂກໂຟນີ ໃຫ້ເພີ່ມທະວີບົດບາດ ແລະ ໜ້າທີ່ຂອງຕົນ ໃນການຕິດຕາມ ແລະ ຮ່ວມມືກັນຢ່າງໃກ້ສິດ ເພື່ອກຽມພ້ອມຮັບມື ແລະ ແກ້ໄຂບັນຫາຕ່າງໆ ທີ່ເກີດຂຶ້ນໃນບັນດາປະເທດສະມາຊິກຝຣັ່ງໂກໂຟນີ ກໍ່ຄື ທົ່ວໂລກຢ່າງສັນຕິວິທີ.
ກອງປະຊຸມກຳມາທິການວຽກງານສະມາຊິກລັດຖະສະພາຄັ້ງນີ້ ຍັງມີການຈັດກອງປະຊຸມສຳມະນາ ເປັນເວລາເຄິ່ງວັນ ເພື່ອໃຫ້ບັນດາຜູ້ແທນກອງປະຊຸມ ໄດ້ສຸມໃສ່ປຶກສາຫາລື, ແລກປ່ຽນຄຳຄິດຄຳເຫັນ ແລະ ຖອດຖອນບົດຮຽນຮ່ວມກັນ ກ່ຽວກັບການນຳໃຊ້ປັນຍາປະດິດເຂົ້າໃນວຽກງານລັດຖະສະພາ ໂດຍຈະດຳເນີນໄປພາຍໃຕ້ 3 ຫົວຂໍ້ສໍາຄັນຄື: “1. ການມີສ່ວນຮ່ວມຂອງເຄື່ອງມືດິຈິຕອນ ໃນການປະຕິບັດໜ້າທີ່ວຽກງານຂອງລັດຖະສະພາ; 2. ວິທີການໃໝ່ໃນການປະເມີນນະໂຍບາຍສາທາລະນະຂອງລັດຖະສະພາ; ແລະ 3. ການຕອບໂຕ້ກັບຂ່າວທີ່ບໍ່ເປັນຈິງ”, ກອງປະຊຸມສະມັດຊາລັດຖະສະພາຝຣັ່ງໂກໂຟນີ ຈະດໍາເນີນໄປເປັນເວລາ 3 ວັນ ລະຫວ່າງວັນທີ 12-14 ມີນາ 2025.