ພິທີເປີດໂຄງການກໍ່ສ້າງຂົວອູ່ຂ້າມນ້ຳມ່າ ຢູ່ບ້ານແຜ້ ເມືອງແອດ ແຂວງຫົວພັນ ຈັດຂຶ້ນໃນຕອນແລງວັນທີ 11 ມີນາ 2025 ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄຳແພງ ໄຊສົມແພງ ເຈົ້າແຂວງຫົວພັນ, ມີບັນດາການນຳແຂວງ, ເມືອງ ແລະ ຕາງໜ້າບໍລິສັດຮັບເໝົາກໍ່ສ້າງ-ເຈົ້າຂອງໂຄງການ, ຕະຫລອດຮອດອໍານາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນບ້ານແຜ້ ເຂົ້າຮ່ວມ.
ຂົວອູ່ຂ້າມນ້ຳມ່າ ທີ່ຈະສ້າງມີລວງຍາວ 162 ແມັດ, ກວ້າງ 2,4 ແມັດ, ກໍ່ສ້າງດ້ວຍເຫລັກເປັນສ່ວນໃຫຍ່, ທັງສອງຟາກມີເສົາເບຕົງເສີມເຫລັກເພື່ອຈ່ອງສາຍຂົວ, ລວມມູນຄ່າທັງໝົດ 9 ຕື້ກວ່າກີບ, ເປັນທຶນຂອງລັດຖະບານ ສປປ ລາວ ໂດຍແມ່ນ ບໍລິສັດກຸ່ມບຸນທະວີຊັບ ຈຳກັດ ເປັນຜູ້ຮັບເໝົາກໍ່ສ້າງໂດຍເລີ່ມຕົ້ນກໍ່ສ້າງນັບແຕ່ມື້ເປີດໂຄງການເປັນຕົ້ນໄປ ເຊິ່ງຈະໃຊ້ເວລາໃນການກໍ່ສ້າງ 8 ເດືອນຈຶ່ງຈະສຳເລັດ. ທັງນີ້, ກໍເພື່ອທົດແທນຂົວໄມ້ໄຜ່ ທີ່ປະຊາຊົນໄດ້ກໍ່ສ້າງໃນທຸກໆປີ, ເພື່ອເຮັດໃຫ້ພໍ່ແມ່ປະຊາຊົນ, ນ້ອງນັກຮຽນພາຍໃນບ້ານແຜ້ ແລະ ບ້ານໃກ້ຄຽງ ໄດ້ເດີນທາງໄປ-ມາ ມີຄວາມສະດວກສະບາຍຂຶ້ນກວ່າເກົ່າ.






