ກອງປະຊຸມສະຫຼຸບວຽກງານ ຂອງຄະນະຊີ້ນຳໂຄງການພັດທະນາພື້ນຖານໂຄງລ່າງຊົນນະບົດ ແລະ ການຄຸ້ມຄອງອ່າງໂຕ່ງແບບຍືນຍົງ ແລະໂຄງການຊົນລະກະເສດ ການຜະລິດສິນຄ້າຂະໜາດນ້ອຍຂັ້ນສູນກາງ ປະຈໍາປີ 2024 ແລະວາງທິດທາງແຜນການປີ 2025 ໃນ 4 ແຂວງພາກເໜືອ ໄດ້ຈັດຂຶ້ນຢູ່ແຂວງຫລວງພະບາງ ໃນວັນທີ 12 ມີນາ 2025 ນີ້, ມີ ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້, ທ່ານ ນາງ ສີລິພອນ ສຸພັນທອງ ຮອງເຈົ້າແຂວງຫລວງພະບາງ, ພ້ອມດ້ວຍບັນດາຮອງເຈົ້າແຂວງ, ຜູ້ປະສານງານຂັ້ນແຂວງ ແລະຂັ້ນເມືອງ ເຂົ້າຮ່ວມ. ການຈັດຕັ້ງປະຕິບັດທັງ 02 ໂຄງການໃນໄລຍະຜ່ານມາ ເປັນການປະກອບສ່ວນເຂົ້າໃນນະໂຍບາຍການລົບລ້າງຄວາມທຸກຍາກຂອງລັດຖະບານ ແລະການປະຕິບັດ 3 ແຜນງານ ໃນແຜນພັດທະນາກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ 5 ປີ, ປະກອບມີ: ແຜນງານຄໍ້າປະກັນສະບຽງອາຫານ; ແຜນງານຜະລິດກະສິກຳເປັນສິນຄ້າ, ແຜນງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ. ໂດຍຜ່ານການລົງທຶນເຂົ້າໃນການກໍ່ສ້າງ ແລະປັບປຸງລະບົບຊົນລະປະທານ, ການສົ່ງເສີມການຜະລິດທີ່ຫຼາກຫຼາຍ ແລະການເຊື່ອມໂຍງກັບຕະຫຼາດ ເພື່ອພັດທະນາເສດຖະກິດ-ສັງຄົມ, ປັບປຸງຊີວິດການເປັນຢູ່ຂອງທ້ອງຖິ່ນໃຫ້ ມີຄວາມຍືນຍົງ ແລະທົ່ວເຖິງ, ສ້າງລາຍໄດ້ ໃຫ້ແກ່ຊາວກະຊິກອນ ເພີ່ມຂຶ້ນຢ່າງຕໍ່ເນື່ອງເພື່ອກ້າວໄປເຖິງ ການຫຼຸດພົ້ນຈາກຄວາມທຸກຍາກເທື່ອລະກ້າວ. ໃນກອງປະຊຸມ ໄດ້ມີການພິຈາລະນາ ແລະຮັບຮອງ ບັນດາເນື້ອໃນສໍາຄັນ ຄື: ຮັບຟັງການລາຍງານໂດຍສັງເຂບ ຂອງຄະນະຮັບຜິດຊອບໂຄງການຂັ້ນສູນກາງ ກ່ຽວກັບຄວາມຄືບຫນ້າການຈັດຕັ້ງປະຕິບັດ, ສິ່ງທ້າທາຍ ແລະຂໍ້ສະເໜີ ເພື່ອປັບປຸງແກ້ໄຂໃນຕໍ່ໜ້າ ຂອງທັງ 02 ໂຄງການ ໂດຍຕິດພັນກັບບັນດາໜ້າວຽກຫຼັກເຊັ່ນ: ການຜະລິດກະສິກຳໃຫ້ເປັນສິນຄ້າ ຕິດພັນກັບການສະຫນັບສະຫນູນທຶນໃຫ້ແກ່ກຸ່ມຜະລິດ ແລະທຸລະກິດກະສິກຳ; ການປົກປ້ອງລະບົບນິເວດໃນເຂດອ່າງໂຕ່ງ ຕິດພັນກັບການວາງແຜນນໍາໃຊ້ທີ່ດິນ; ການປັບປຸງ ຊົນລະປະທານ ຕິດພັນກັບການສ້າງຕັ້ງກຸ່ມ ແລະສະມາຄົມກຸ່ມນໍາໃຊ້ນໍ້າ; ການປັບປຸງດ້ານ ໂພຊະນາການ ແລະລະບົບສຸຂະພິບານ, ລວມທັງທິດທາງແຜນການ ປະຈຳປີ 2025 ແລະຍຸດທະສາດໂຄງການໃນຕໍ່ໜ້າ. ໃນກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບຟັງການນໍາສະເໜີ ຄວາມຄືບໜ້າໂດຍລວມຂອງການຈັດຕັ້ງປະຕິບັດໂຄງການ ປີ 2024 ແລະ ແຜນການປີ 2025 ຂອງ 2 ໂຄງການ ເຊິ່ງຈັດຕັ້ງປະຕິບັດ ຢູ່ 4 ແຂວງ, ຈາກນັ້ນບັນດາຜູ້ເຂົ້າຮ່ວມ ໄດ້ພ້ອມກັນຄົ້ນຄວ້າປະກອບຄໍາເຫັນ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດບັນດາກິດຈະກຳ 2 ໂຄງການ ສອດຄ່ອງຕາມການລົງທຶນຂອງລັດ ໄດ້ຮັບຜົນຕອບແທນຢ່າງມີຄຸນນະພາບ. ຕອນທ້າຍ ທ່ານ ລິນຄໍາ ດວງສະຫວັນ ໄດ້ມີຄໍາເຫັນໂອ້ລົມ ໂດຍເນັ້ນໃຫ້ຄະນະຮັບຜິດຊອບໂຄງການ ສືບຕໍ່ປະຕິບັດວຽກງານທີ່ກໍານົດໄວ້ ຕາມແຜນການ ແລະ ສົ່ງເສີມໃຫ້ປະຊາຊົນມີສ່ວນຮ່ວມ, ຈັດຕັ້ງປະຕິບັດບັນດາກິດຈະກຳ ໃຫ້ໄດ້ຮັບຜົນສໍາເລັດ ເຂັ້ມແຂງ ແລະຍືນຍົງ.
ຂ່າວ-ພາບ: ທະນູສີນ ອິດທິພົນ






