ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ພາກສ່ວນກ່ຽວຂ້ອງ ເລັ່ງຂະຫຍາຍບ່າທາງ ເພື່ອໃຫ້ສຳເລັດຕາມແຜນການ ໃນເດືອນກໍລະກົດ 2025 ນີ້.

Mar 12, 2025

ມາຮອດປັດຈຸບັນການຂະຫຍາຍບ່າທາງຈຸດປະຕູໄຊຫາ 3 ແຍກຄໍາຮຸ່ງໜ້າມະຫາວິທະຍາໄລແຫ່ງຊາດຂອງໂຄງການກໍ່ສ້າງທາງລົດເມດ່ວນ BRT ມີຄວາມຄືບໜ້າຫລາຍກວ່າ 58 ສ່ວນຮ້ອຍ ສ່ວນລະບົບໄຟອໍານາດທີ່ໃຊ້ການບໍ່ໄດ້ຍ້ອນຜູ້ຮັບ ເໝົາກໍ່ສ້າງຂະຫຍາຍເສັ້ນທາງສອງຟາກທາງກະທົບກັບສາຍໄຟເຍືອງທາງ ແລະ ສາຍໄຟນັ້ນ ພາກສ່ວນກ່ຽວຂ້ອງໄດ້ເລັ່ງແກ້ໄຂໃຫ້ສາມາດນໍາໃຊ້ເປັນປົກກະຕິແລ້ວ.
ທ່ານ ຄໍາແສນ ສີວົງໄຊ, ຜູ້ຈັດການໂຄງການກໍ່ສ້າງທາງລົດເມດ່ວນ BRT ນະຄອນຫລວງວຽງຈັນ ໃຫ້ສໍາພາດວ່າ: ການຂະຫຍາຍບ່າທາງຂອງໂຄງການກໍ່ສ້າງທາງລົດເມດ່ວນ BRT ແບ່ງອອກເປັນ 3 ໄລຍະຄື: ໄລຍະທີ 1 ແຕ່ປະຕູໄຊຫາວົງວຽນ 450 ປີ, ໄລຍະທີ 2 ແຕ່ວົງວຽນ 450 ປີຫາໄຟແດງດົງໂດກ ແລະ ໄລຍະທີ 3 ແຕ່ໂພນພະເນົາຫາ 3 ແຍກຄໍາຮຸ່ງມະຫາວິທະຍາໄລແຫ່ງຊາດ ຊື່ງປັດຈຸບັນໄດ້ສືບຕໍ່ຈັດຕັ້ງປະຕິບັດໃນໄລຍະທີ 3 ສໍາເລັດຫລາຍກວ່າ 58 ສ່ວນຮ້ອຍ ຄວາມຍາວ 9 ກິໄລແມັດກວ່າ ຄາດວ່າຈະໃຫ້ສໍາເລັດພາຍໃນເດືອນກໍລະກົດປີນີ້ ເພື່ອຮັບປະກັນໃຫ້ການສັນຈອນໄປ-ມາຂອງພາຫະນະຕ່າງໆ ມີຄວາມສະດວກສະບາຍທີ່ສຸດ ເຖິງວ່າຈະພົບຄວາມຫຍຸ້ງຍາກຫລາຍສົມຄວນໃນການຈັດຕັ້ງປະຕິບັດຕົວຈິງ ເປັນຕົ້ນສີ່ງກີດຂວາງຕ່າງໆ ເຊັ່ນ: ເສົາໄຟຟ້າ, ລະບົບສາຍໄຍແກ້ວຢູ່ພື້ນດິນ ລວມເຖິງການສັນຈອນທີ່ໜາແໜ້ນໃນແຕ່ລະວັນ.
ໂອກາດນີ້ ທ່ານ ຄໍາແສນ ສີວົງໄຊ ຍັງຮຽກຮ້ອງມາສັງຄົມ ກໍຄືຜູ້ຊົມໃຊ້ພາຫະນະໃນຄອນຫລວງວຽງຈັນທີ່ສັນຈອນໄປ-ມາ ຜ່ານບໍລິເວນຈຸດກໍ່ສ້າງໃຫ້ອົດທົນຮ່ວມກັນ ແລະ ເພີ່ມຄວາມລະມັດລະວັງໃນການຂັບຂີ່ຍານພາຫະນະ ເພື່ອຫລີກລຽງອຸບັດເຫດທີ່ອາດຈະເກີດຂື້ນ. ຖ້າໂຄງການກໍ່ສ້າງທາງລົດ ເມດ່ວນ BRT ໄດ້ຮັບການຈັດຕັ້ງປະຕິບັດສໍາເລັດຕາມແຜນການ ຈະຊ່ວຍຫລຸດຜ່ອນຄວາມແອອັດຂອງການສັນຈອນຢູ່ນະຄອນຫລວງວຽງຈັນດີຂື້ນກວ່າເກົ່າ.
ຂ່າວ : ຈັນທະສອນ
ພາບ : ອອນລາຍ ວສລ