ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທາງລົດໄຟຈີນ-ລາວ: ໂຄງການສຳຄັນໃນການພັດທະນາເສດຖະກິດ ແລະ ສາຍພົວພັນຈີນ-ລາວ

Mar 12, 2025

ຫວ່າງມໍ່ໆມານີ້, ທ່ານ ຈ່າງ ເສີຜິງ, ຫົວໜ້າກົງສຸນໃຫຍ່ຈີນປະຈໍາແຂວງພາກເໜືອຂອງສປປ ລາວ, ໄດ້ກ່າວວ່າ, ທາງລົດໄຟຈີນ-ລາວ ແມ່ນໂຄງການທີ່ສຳຄັນໃນການກໍ່ສ້າງ “ໜຶ່ງແລວທາງໜຶ່ງເສັ້ນທາງ” ທີ່ມີຄຸນນະພາບສູງຂອງຈີນ ແລະ ລາວ. ທາງລົດ ໄຟນີ້ຍັງເປັນ “ນາມບັດ” ທີ່ເຫຼື້ອມໃສໃນການກໍ່ສ້າງປະຊາຄົມທີ່ມີອະນາຄົດຮ່ວມກັນລະຫວ່າງຈີນ ແລະ ລາວ. ຢັ້ງຢືນໄດ້ວ່າ: ທາງລົດໄຟຈີນ-ລາວໄດ້ກາຍເປັນໂຄງການສຳຄັນໃນການພັດທະ ນາເສດຖະກິດ ແລະສ້າງສາຍພົວພັນທີ່ມີດີລະຫວ່າງຈີນ-ລາວ.
ນັບຕັ້ງແຕ່ໄດ້ເປີດນຳໃຊ້, ທາງລົດໄຟຈີນ-ລາວ ໄດ້ສະແດງໃຫ້ເຫັນຄວາມປອດໄພໃນການດຳເນີນງານ, ຊຸກຍູ້ການຂະຫຍາຍຕົວທາງເສດຖະກິດ, ສ້າງວຽກເຮັດງານທຳ, ແລະ ນຳຜົນປະໂຫຍດຫຼາຍດ້ານໃຫ້ແກ່ປະຊາຊົນ. ທ່ານຍັງຢືນຢັນວ່າ, ໃນປີ 2024, ມູນຄ່າການຄ້າລະຫວ່າງຈີນ ແລະ ລາວ ບັນລຸໄດ້ 8,23 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 15,9% ເມື່ອທຽບໃສ່ປີ2023. ໃນນັ້ນ, ການສົ່ງອອກຂອງຈີນໄປລາວ ມີມູນຄ່າ 3,68 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 9,8%, ໃນຂະນະທີ່ການນຳເຂົ້າຂອງຈີນຈາກລາວ ມີມູນ ຄ່າ 4,56 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 21,4%.
ນອກຈາກນີ້, ຄວາມສະດວກໃນການເດີນທາງຜ່ານທາງລົດ ໄຟ ຍັງໄດ້ຊຸກຍູ້ການພັດທະນາການທ່ອງທ່ຽວໃນພາກພື້ນ. ໃນປີ 2024, ນັກທ່ອງທ່ຽວຫຼາຍກວ່າ 2,3 ລ້ານຄົນເດີນທາງຜ່ານທາງລົດໄຟ, ເພີ່ມຂຶ້ນ 1,2 ລ້ານຄົນເມື່ອທຽບໃສ່ປີ 2023. ໃນນີ້, ສະຖານີຫຼວງພະບາງ ໄດ້ບໍລິການຜູ້ໂດຍສານຫຼາຍກວ່າ 1,28 ລ້ານຄົນ, ກວມເອົາ 33,4% ຂອງຈຳນວນຜູ້ໂດຍສານທັງໝົດ, ກາຍເປັນສະຖານີທີ່ມີຜູ້ໂດຍສານຫຼາຍທີ່ສຸດໃນລາວ.
ທາງລົດໄຟຈີນ-ລາວຍັງໄດ້ສ້າງວຽກເຮັດງານທຳຫຼາຍກວ່າ 100,000 ຕຳແໜ່ງໃຫ້ແກ່ປະຊາຊົນລາວ,ເຮັດໃຫ້ປະຊາຊົນທ້ອງ ຖິ່ນໄດ້ມີຊີວິດດີຂຶ້ນຜ່ານການຄ້າ ແລະ ການທ່ອງທ່ຽວທີ່ເພີ່ມ ຂຶ້ນ. ທາງລົດໄຟຍັງໄດ້ຫຼຸດໄລຍະຫ່າງລະຫວ່າງພາກພື້ນກັບໂລກພາຍນອກ, ຊຸກຍູ້ການພົວພັນດ້ານວັດທະນະທຳ ແລະ ການ ແລກປ່ຽນຄວາມຮູ້ລະຫວ່າງປະຊາຊົນຈີນ ແລະ ລາວ. ໃນອະນາ ຄົດ, ຈີນ ແລະ ລາວ ຈະສືບຕໍ່ປະຕິບັດແຜນການຮ່ວມມື 5 ປີໃໝ່ ເພື່ອສ້າງອະນາຄົດທີ່ຮ່ວມກັນຢ່າງຍືນຍົງ ແລະ ສືບຕໍ່ສົ່ງເສີມການຮ່ວມມືດ້ານເສດຖະກິດ, ການຄ້າ, ແລະ ການລົງທຶນລະ ຫວ່າງສອງປະເທດ.
ທີ່ມາ: CMG FM93