ໂຄງການຮ່ວມມືຄົນຄວ້າ ແລະ ພັດທະນາແນວພັນງົວຊີນທີ່ດີ ລາວ-ຈີນ ມີຈຸດປະສົງ ເພື່ອນໍາເອົາແນວພັນງົວຫົວຊີ ທີ່ໄດ້ຮັບການຊ່ວຍເຫຼືອລ້າຈາກ ສປ.ຈີນ ມາປັບປຸງແນວພັນງົວພື້ນເມືອງລາວ ໂດຍການນໍາໃຊ້ເຕັກນິກການປະສົມພັນທຽມ ໃຫ້ມີການຈະເລີນເຕີບໂຕທາງດ້ານຂະໜາດ, ນໍ້າໜັກ ແລະ ຄຸນນະພາບຊີ້ນ ທີ່ຕະຫຼາດຕ້ອງການ, ສາມາດປັບຕົວກັບສະພາບແວດລ້ອມ ແລະ ມີຜົນຕອບແທນທາງດ້ານເສດຖະກິດທີ່ດີ, ຊຸກຍູ້ ແລະ ສະໜັບສະໜູນການລ້ຽງງົວຊີ້ນຂອງຄອບຄົວຊາວກະສິກອນ ແລະ ການລ້ຽງງົວແບບເປັນຟາມເພື່ອເປັນສິນຄ້າ, ການລ້ຽງງົວແມ່ຜະລິດລູກ ແລະ ສະໜອງແນວພັນງົວຊີ້ນທີ່ດີ, ການລ້ຽງງົວນ້ອຍ-ງົວລຸ້ນ ເພື່ອສະໜອງແນວພັນສໍາລັບການທອມງົວ ແລະ ການລ້ຽງງົວທອມ ເພື່ອສົ່ງອອກໄປ ສປ.ຈີນ. ນອກຈາກນີ້, ຍັງເປັນການຮ່ວມມື ການຄົ້ນຄວ້າ ແລະ ພັດທະນາພັນງົວຊີ້ນທີ່ດີ ລະຫວ່າງ ພາກລັດ ແລະ ເອກະຊົນ ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ ເພື່ອສະໜັບສະໜູນໂຄງການໃນຕໍ່ໜ້າ ໃນການສົ່ງອອກງົວຫົວຊີ ໄປ ສປ.ຈີນ ແລະ ປະກອບສ່ວນເຂົ້າໃນການພັດທະນາການລ້ຽງສັດ ຂອງ ສປປ ລາວ ໃຫ້ມີການຂະຫຍາຍຕົວ.
ໃນວັນທີ 11 ມີນາ 2025 ນີ້, ສະຖາບັນຄົ້ນຄວ້າກະສິກໍາ, ປ່າ ໄມ້ ແລະ ພັດທະນາຊົນນະບົດ ໄດ້ຈັດພິທີເຊັນສັນຍາ ການຮ່ວມມື (MOA) ກ່ຽວກັບໂຄງການຄົ້ນຄວ້າ ແລະ ພັດທະນາແນວພັນງົວຊີ້ນທີ່ດີ ລາວ-ຈີນ ລະຫວ່າງ ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ບໍລິສັດ ລຽນຢູ ປັກກິ່ງ ເທັກໂນ ໂລຊີປັບປຸງແນວພັນງົວ ຈໍາກັດ ຂຶ້ນ, ທີ່ນະຄອນຫຼວງວຽງຈັນ. ຕາງໜ້າກະຊວງກະສິກໍາ ແລະ ປ່າໄມ້ ລົງນາມໂດຍ ທ່ານ ປອ. ເພັດມະນີແສງ ຊ້າງໄຊຍະສານ ຮັກສາການຫົວໜ້າສະຖາບັນ ຄົ້ນ ຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ; ທ່ານ ປອ. ພົມມີ ອິນທິຈັກ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື, ທ່ານ ປອ. ພັນທະວົງ ວົງສໍາພັນ ຮອງຫົວໜ້າກົມລ້ຽງສັດ ແລະ ການປະມົງ; ຕາງໜ້າບໍລິສັດລົງນາມໂດຍ ທ່ານ ຫວັງ ຄົງ ຢັອງ ປະທານ ບໍລິສັດ, ທ່ານ ຫຼຸຍ ຊາວກຸຍ ສາດສະດາຈານມະຫາວິທະ ຍາໄລ ວິຊາຊີບລ້ຽງສັດຢຸນນານ, ຊ່ຽວຊານອາວຸໂສການລ້ຽງສັດ.





