ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສຳເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງໄຊຈໍາພອນ ຄັ້ງທີ IV

Mar 13, 2025

ກອງປະຊຸມໃຫຍ່ຄັ້ງທີ IV ອົງຄະນະພັກເມືອງໄຊຈຳພອນ, ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 11–12 ມີນາ 2025 ທີ່ສະໂມສອນໃຫຍ່ຂອງເມືອງ.
ກອງປະຊຸມໄດ້ສຸມສະຕິປັນຍາຂອງຕົນດ້ວຍຄວາມຮັບຜິດ ຊອບສູງເຂົ້າໃນການຄົ້ນຄວ້າປະກອບຄໍາຄິດຄໍາເຫັນເຮັດໃຫ້ກອງປະຊຸມດຳເນີນໄປດ້ວຍບັນຍາກາດຟົດຟື້ນ ແລະໄດ້ຮັບຜົນສໍາເລັດຕາມຈຸດປະສົງຄາດໝາຍທີ່ກຳນົດໄວ້ ເຊີງກອງປະຊຸມໄດ້ເປັນປະຊາມະຕິຮັບຮອງເອົາບັນດາເນື້ອໃນສໍາຄັນຕ່າງໆ ເປັນຕົ້ນແມ່ນ ການຄົ້ນຄ້ວາ, ປະກອບຄໍາເຫັນໃສ່ບົດລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ່ 3 ແລະ ບົດສຳ ຫຼວດການນໍາພາລວມຂອງຄະນະບໍລິຫານງານພັກເມືອງ ຊຸດທີ່ III ແລະ ໄດ້ເປັນເອກະພາບກັນຕີລາຄາ, ດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດແລະບົດຮຽນໃນການນໍາພາ-ຊີ້ນໍາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ່ III, ພ້ອມນີ້ ຍັງໄດ້ເປັນເອກະພາບຮັບຮອງເອົາທິດທາງລາຍງານການເມືອງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ່ III ຂອງເມືອງແຕ່ປີ 2025 ຫາປີ 2029 ພາຍໄຕ້ຄຳຂວັນຂອງພັກທີ່ວ່າ: ເພີ່ມທະວີການນຳພາຂອງພັກ, ເສີມຂະຫຍາຍມູນເຊື້ອຄວາມສາມັກຄີ ສ້າງການຫັນ ປ່ຽນໃໝ່ສູ່ການພັດທະນາແບບຍືນຍົງ.
ຜູ້ແທນກອງປະຊຸມ ໄດ້ພ້ອມກັນໄຊ້ສີດປະຊາທິປະໄຕຂອງຕົນບ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກເມືອງຊຸດໃໝ່, ມີຜູ້ອອກສະໜັກເລືອກຕັ້ງ ຈຳນວນ 27 ສະຫາຍ ແລະ ເລືອກໄດ້ 23 ສະຫາຍ
ກອງປະຊຸມຄັ້ງປະຖົມມະລຶກຂອງອົງຄະນະພັກເມືອງໄຊຈຳພອນ ຊຸດທີ IV ໄດ້ປ່ອນບັດເລືອກຕັ້ງເອົາຄະນະປະຈຳພັກເມືອງ 7 ສະຫາຍ, ເລືອກເອົາ ສະຫາຍ ໄກສອນ ຈັນສີນາ ເປັນເລຂາຄະນະບໍລິຫານງານພັກເມືອງ. ສະຫາຍ ສ້ອຍມະນີຈັນ ເນັ່ງປ່າວແລະ ສະຫາຍ ກອງສີ ໄຊຍະວົງ ເປັນຮອງເລຂາຄະນະບໍລິຫານງານພັກເມືອງ. ເລືອກຕັ້ງເອົາ ສະຫາຍພິສິດ ອິນບູນພອນ ເປັນປະທານກວດກາພັກ. ສະຫາຍ ສົມຫວັງ ກົວຈະເຮີເໜົາວ່າງແລະສະຫາຍ ໄມອ່ອນ ຈວງວີໄຊ ເປັນຮອງປະທານກວດກາພັກ.
ຜູ້ແທນກອງປະຊຸມໄດ້ປ່ອນບັດຄັດເລືອກເອົາຜູ້ແທນສົມບູນ ແລະ ຜູ້ແທນສໍາຮອງໄປຮ່ວມກອງປະຊຸມໃຫຍ່ຄັ້ງທີ່ VIII ອົງຄະ ນະພັກແຂວງບໍລິຄໍາໄຊ ຕື່ມອີກ.
ຂ່າວ: ອຸທິຍານ
ພາບ: ແກ້ວອຸດອນ