ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໂຮງໝໍແຂວງຄຳມ່ວນ ແລະ ມູນນິທິພັດທະນາການສ່ອງກະເພາະລໍາໄສ້ ປະເທດໄທ ຮ່ວມມືດ້ານວິຊາການທາງການແພດ

Mar 13, 2025

ວັນທີ 12 ມີນາ 2025 ໂຮງໝໍແຂວງຄຳມ່ວນ ແລະ ມູນນິທິພັດທະນາການສ່ອງກະເພາະລໍາໄສ້ ຣາຊະອານາຈັກໄທ ໄດ້ຮ່ວມລົງນາມເຊັນບົດບັນທຶກຄວາມເຂົ້າໃຈ ການຮ່ວມມືດ້ານວິຊາການທາງການແພດ ໂດຍການເຂົ້າຮ່ວມຂອງທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄຳມ່ວນ, ທ່ານ ໂອໄດ ສຸດາພອນ ອະດີດເຈົ້າແຂວງຄຳມ່ວນ, ທ່ານ ວາຣະຍຸ ພະຊາຍາກຸນ ຫົວໜ້າມູນນິທິພັດທະນາການສ່ອງກະເພາະລໍາໄສ້ ຣາຊະອານາຈັກໄທ, ມີພະແນກການຂັ້ນແຂວງ, ຄະນະອໍານວຍການໂຮງໝໍແຂວງ, ແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ໃນພິທີຍັງໄດ້ຕີລາຄາສະພາບການຮ່ວມມື ໃນປີ 2024 ຜ່ານມາ ເຊິ່ງເຫັນວ່າວຽກງານດັ່ງກ່າວແມ່ນມີຜົນສຳເລັດຢ່າງເປັນຮູບປະທຳເຊັ່ນ: ວິຊາການໂຮງໝໍແຂວງຄຳມ່ວນ ມີຄວາມຊໍານານຫຼາຍຂຶ້ນໃນການນຳໃຊ້ເຄື່ອງຊ່ອງກະເພາະລໍາໄສ້ ເພື່ອການກວດບົ່ງມະຕິ ແລະ ປິ່ນປົວຄົນເຈັບ. ນອກນີ້ ມູນນິທິຍັງໄດ້ໃຫ້ການຊ່ວຍເຫຼືອທາງດ້ານຢາ, ອຸປະກອນການແພດ, ເຄື່ອງໃຊ້ຫ້ອງການທີ່ຈຳເປັນຈໍານວນໜຶ່ງ ພ້ອມທັງຊ່ວຍປັບປຸງຕຶກອາຄານການປິ່ນປົວ ເພື່ອໃຫ້ໄດ້ຕາມມາດຕະຖານຂອງຫຼັກການຄວບຄຸມການຕິດເຊື້ອໃນການບໍລິການຄົນເຈັບ.
ສຳລັບການຮ່ວມມືໃນປີ 2025 ທັງສອງຝ່າຍ ຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນ, ເປັນປົກກະຕິ ແລະ ມີປະສິດທິຜົນ ເພື່ອຍົກສູງດ້ານເຕັກນິກທາງການແພດ, ສ້າງທີມງານເພີ່ມ ເພື່ອໃຫ້ມີຄວາມເຂັ້ມແຂງຂຶ້ນ ສົມທົບກັບການຊອກແຫຼ່ງທຶນ ເພື່ອສົ່ງເສີມວິຊາການໄປຝຶກອົບຮົມ ຍົກສູງທາງດ້ານເຕັກນິກວິຊາການ, ຊອກຫາອຸປະກອນທີ່ຈໍາເປັນ ແລະ ງົບປະມານ ເພື່ອສ້າງໂຄງລ່າງພື້ນຖານໃຫ້ໄດ້ຕາມມາດຕະຖານການແພດ, ສະໜອງການບໍລິການສ່ອງກະເພາະລໍາໄສ້ໃຫ້ເປັນລະບົບມາດຕະຖານ ແລະ ຮ່ວມກັນວາງແຜນ ເພື່ອພັດທະນາສູນສ່ອງກະເພາະລໍາໄສ້ຂອງໂຮງໝໍໃຫ້ມີຄວາມກ້າວໜ້າ ແລະ ທັນສະໄໝຂຶ້ນ, ວິຊາການທັງສອງຝ່າຍ ຈະຮ່ວມກັນໃນການເຮັດຫັດຖະການສ່ອງກະເພາະລໍາໄສ້ ເພື່ອແລກປ່ຽນບົດຮຽນໃນການເຮັດຫັດຖະການກັບຄົນເຈັບຕົວຈິງ ພ້ອມອະທິບາຍແລກປ່ຽນບົດຮຽນ, ຂັ້ນຕອນ ຫຼື ເຕັກນິກຕ່າງໆ, ຖືເອົາມາດຕະການຄວບຄຸມການຕິດເຊື້ອເປັນສຳຄັນ, ມີຄູ່ມື ຫຼື ມາດຕະການ ພ້ອມທັງການຕິດຕາມ ແລະ ປະເມີນຜົນຄົນເຈັບຢ່າງໃກ້ຊິດ ລວມທັງໄລຍະການຟື້ນຕົວ ເພື່ອຮັກສາມາດຕະຖານດ້ານການແພດ ແລະ ຮັບປະກັນຄວາມປອດໄພຂອງຄົນເຈັບ. ໂອກາດນີ້ ມູນນິທິ ຍັງໄດ້ມອບອຸປະກອນການສ່ອງກະເພາະລໍາໄສ້ໃຫ້ແກ່ໂຮງໝໍແຂວງຄໍາມ່ວນ ມີມູນຄ່າ 680 ລ້ານກວ່າກີບ.