ກອງປະຊຸມໃຫຍ່ຜູ້ແທນຂອງອົງຄະນະພັກເມືອງທຸລະຄົມ ຄັ້ງທີ VIII ໄດ້ໄຂຂຶ້ນໃນວັນທີ 13-14 ມີນາ 2025 ໂດຍການເຂົ້າຮ່ວມຂອງ ສະຫາຍ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງວຽງຈັນ, ມີສະຫາຍ ນາງ ວົງເດືອນ ວັດຕະໂສ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງທຸລະຄົມ, ມີການນຳຂັ້ນແຂວງ, ຄະນະຊີ້ນຳການກະກຽມກອງປະຊຸມໃຫຍ່, ພ້ອມດ້ວຍແຂກຖືກເຊີນ ແລະ ຜູ້ແທນກອງປະຊຸມເຂົ້າຮ່ວມທັງໝົດ 133 ສະຫາຍ, ຍິງ 42 ສະຫາຍ ເຊິ່ງເປັນຕົວແທນໃຫ້ແກ່ສະມາຊິກພັກໃນທົ່ວເມືອງ ຈຳນວນ 2.114 ສະຫາຍ.
ສະຫາຍ ນາງ ວົງເດືອນ ວັດຕະໂສ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງທຸລະຄົມ ໄດ້ກ່າວເປີດກອງປະຊຸມວ່າ: ກອງປະຊຸມໃຫຍ່ຄັ້ງນີ້ເພື່ອຕີລາຄາຄືນຜົນສຳເລັດໃນການນຳພາ-ຊີ້ນຳ ຕະຫຼອດໄລຍະ 5 ປີ ເຊິ່ງເມືອງທຸລະຄົມ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກແຂວງວຽງຈັນ ແລະ ມະຕິກອງປະຊຸມໃຫຍ ຄັ້ງທີ VII ຂອງອົງຄະນະພັກເມືອງທຸລະຄົມ, ຢ່າງເປັນຂະບວນການຟົດຟື້ນ ແລະ ຍາດໄດ້ຜົນສໍາເລັດຫຼາຍດ້ານ ໂດຍມີການເຂົ້າຮ່ວມຢ່າງກວ້າງຂວາງຂອງມະຫາຊົນ, ເຮັດໃຫ້ທິດທາງໜ້າທີ່ ແລະ ມະຕິຕ່າງໆ ຂອງອົງຄະນະພັກເມືອງວາງອອກໃນແຕ່ລະໄລຍະ, ໄດ້ຮັບການຈັດຕັ້ງປະຕິບັດສ້າງໄດ້ຜົນງານ ແລະ ບົດຮຽນອັນລໍ້າຄ່າແກ່ທ້ອງຖິ່ນ, ສິ່ງທີ່ພົ້ນເດັ່ນແມ່ນໄດ້ຫັນເອົາພະນັກງານການນໍາ, ພະນັກງານຫຼັກແຫຼ່ງລົງເຮັດວຽກກໍ່ສ້າງຮາກຖານການເມືອງ ຕາມຄໍາສັ່ງແນະນໍາເລກທີ 03/ກມສພ ວ່າດ້ວຍການສ້າງບ້ານນ້ອຍໃຫ້ກາຍເປັນບ້ານໃຫຍ່, ສ້າງບ້ານໃຫຍ່ໃຫ້ກາຍເປັນຕົວເມືອງນ້ອຍໃນຊົນນະບົດ, ໄດ້ສໍາເລັດການດໍາເນີນກອງປະຊຸມໃຫຍ່ຂອງຄະນະພັກຮາກຖານ, ໜ່ວຍພັກໃນທົ່ວເມືອງ, ນໍາພາປະຊາຊົນສ້າງແຜນ, ພັດທະນາບ້ານ, ພັດທະນາຄອບຄົວ, ເຮັດໃຫ້ເມືອງທຸລະຄົມ ມີສະຖານລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ-ປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍດີຂຶ້ນກວ່າເກົ່າ, ພື້ນຖານໂຄງລ່າງໄດ້ຮັບການພັດທະນາ, ເສດຖະກິດ-ສັງຄົມ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນ, ທັງໝົດນັ້ນ ເປັນຂີດໝາຍແຫ່ງບາດກ້າວຂະຫາຍຕົວຂອງເມືອງທຸລະຄົມ, ສະແດງເຖິງການພົວພັນສະໜິດແໜ້ນ ແລະ ເປັນນໍ້າໜຶ່ງໃຈດຽວ ລະຫວ່າງພັກກັບປະຊາຊົນບັນດາເຜົ່າ, ສະແດງເຖິງຄວາມຮັບຜິດຊອບຂອງຄະນະບໍລິຫານງານພັກເມືອງ, ຈິ່ງສາມາດເຮັດລ້ອນໜ້າທີ່ການເມືອງທີ່ພັກ ແລະ ປະຊາຊົນມອບໝາຍໃຫ້.
ໜ້າທີ່ອັນສໍາຄັນຂອງປະຊຸມໃຫຍ່ຄັ້ງນີ້ ຈະໄດ້ສຸມໃສ່ພິຈາລະນາຮັບຮອງເອົາບົດລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ 05 ປີ ( 2024-2029 ); ຮັບຟັງການປະກອບຄໍາຄິດເຫັນຂອງແຕ່ລະຂົງເຂດ, ກົມກອງອ້ອມຂ້າງເມືອງ, ຕົວແບບການຜະລິດສິນຄ້າ, ພິຈາລະນາຮັບ ຮອງເອົາບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກເມືອງ ຄັ້ງທີ VII, ເລືອກຕັ້ງເອົາຄະ ນະບໍລິຫານງານພັກເມືອງຊຸດໃໝ່ ເພື່ອສຶບຕໍ່ຊີ້ນໍາ-ນໍາພາຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ແລະ ເລືອກເອົາຜູ້ແທນສົມບູນ, ສໍາຮອງໄປຮ່ວມກອງປະຊຸມໃຫຍ່ ອົງຄະນະພັກຂັ້ນເທິງ ເຊິ່ງຈະໄຂຂຶ້ນໃນຕໍ່ໜ້າ, ຈາກນັ້ນ ຈະໄດ້ເປີດກອງປະຊຸມຄັ້ງປະຖົມມະລຶກ ເພື່ອເລືອກຕັ້ງເອົາຄະນະປະຈໍາພັກເມືອງ, ເລຂາ, ຮອງເລຂາພັກເມືອງ, ປະທານ, ຮອງປະທານກວດກາພັກເມືອງ ພິເສດກອງປະຊຸມຈະໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ຄໍາພັນ ສິດທິດໍາພາ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງວຽງຈັນ ເພື່ອເປັນທິດຊີ້ນໍາໃຫ້ແກ່ຄະນະບໍລິຫານງານພັກເມືອງຊຸດໃໝ່ ແລະ ຜູ້ແທນກອງປະຊຸມໃນການປະຕິບັດໜ້າທີ່ວຽກງານ, ກໍ່ຄືການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງນີ້ ໃຫ້ປະກົດຜົນເປັນຈິງ.
ທີ່ມາ: ໂທລະພາບແຂວງວຽງຈັນ





