ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງຈຳພອນ ຄັ້ງທີ IX ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 13 ມີນາ 2025, ທີ່ສະໂມສອນຂອງເມືອງດັ່ງກ່າວ ຊຶ່ງເປັນເມືອງທີ 12 ຂອງແຂວງ ໂດຍໄດ້ຮັບກຽດເຂົ້າຮ່ວມເປັນປະທານກິດຕິມະສັກຂອງສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ຈາກນີ້ກໍ່ມີສະຫາຍ ບົວສອນ ມະຫາວົງ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ພາຍໃຕ້ການເປັນປະທານນຳພາກອງປະຊຸມຂອງສະຫາຍ ບຸນຊູ ທຸ່ນຊົມພູ ວ່າການເລຂາພັກເມືອງ ວ່າການເຈົ້າເມືອງຈຳພອນ, ຈາກນີ້ກໍ່ມີສະຫາຍ ໂພໄຊ ໄຂຄໍາພິທູນ ກຳມະການປະຈຳພັກແຂວງ ຮອງເຈົ້າແຂວງສະຫວັນນະເຂດ, ການນຳພະແນກການ-ກົມກອງທຽບເທົ່າຈາກແຂວງ ພ້ອມດ້ວຍສະຫາຍໃນຄະນະບໍລິຫານງານພັກເມືອງ, ບັນດາແຂກທີ່ຖືກເຊີນ, ຕົວແທນຈາກພາກສ່ວນຕ່າງໆໃນທົ່ວເມືອງ ແລະສະຫາຍຜູ້ແທນສົມບູນຈຳນວນ 195 ສະຫາຍ, ຍິງ 21 ສະຫາຍ ເຂົ້າຮ່ວມ.
ໃນພິທີ, ສະຫາຍ ບຸນຊູ ທຸ່ນຊົມພູ ໄດ້ກ່າວໄຂກອງປະຊຸມໃຫຍ່ຢ່າງເປັນທາງການ ຈາກນັ້ນ, ສະຫາຍ ດວງຈັນ ວຽງວິໄລ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດເມືອງຈຳພອນ ກໍ່ໄດ້ຜ່ານຮ່າງບົດລາຍງານການເມືອງຕໍ່ກອງປະຊຸມໃຫຍ່ ເພື່ອຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງຈຳພອນ ຄັ້ງທີ VIII ໄລຍະ 5 ປີຜ່ານມາ(2020-2024) ຜ່ານການຈັດຕັ້ງປະຕິບັດທົ່ວເມືອງ ສາມາດຮັບປະກັນໄດ້ສະຖຽນລະພາບດ້ານການເມືອງ, ສັງຄົມມີຄວາມສະຫງົບ, ບັນຫາປະກົດການຫຍໍ້ທໍ້ໃນສັງຄົມ ແລະພາຍໃນການຈັດຕັ້ງພັກ-ລັດ ໄດ້ຮັບການເອົາໃຈໃສ່ແກ້ໄຂຢ່າງຖືກຕ້ອງເໝາະສົມ, ການປັບປຸງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ບັນລຸໄດ້ໂດຍພື້ນຖານ, ການພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກຂອງປະຊາຊົນ ໄດ້ຮັບການຍົກລະດັບດີຂຶ້ນກວ່າເກົ່າ, ດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ: ໄດ້ນໍາພາ-ຊີ້ນໍາກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເຄື່ອນໄຫວກຳແໜ້ນສະພາບການຢ່າງຮອບດ້ານ, ນໍາເອົາແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ ໄປຈັດຕັ້ງຜັນຂະຫຍາຍ ດ້ວຍການໂຄສະນາເຂົ້າສູ່ລວງເລິກ ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃຫ້ກາຍເປັນໜ້າທີ່ຄວາມຮັບຜິດຊອບຂອງທຸກພາກສ່ວນໃນສັງຄົມ; ໄດ້ນຳພາສ້າງຄອບຄົວ-ບ້ານປ້ອງກັນຊາດເຂັ້ມແຂງໄດ້ 100 ບ້ານ, ເທົ່າກັບ 99% ຂອງບ້ານທັງໝົດ, ສ້າງບ້ານປ້ອມໝັ້ນສູ້ຮົບຕິດລຽນ 2 ບ້ານ ແລະກຸ່ມບ້ານສູ້ຮົບຕິດລຽນໄດ້ 2 ກຸ່ມບ້ານ, ສ້າງຄອບຄົວ ແລະບ້ານປ້ອງກັນຄວາມສະຫງົບດີ 100 ບ້ານ, ເທົ່າກັບ 99% , ສ້າງບ້ານປອດຢາເສບຕິດໄດ້ 100 ບ້ານ, ເທົ່າກັບ 99%, ລື່ນຄາດໝາຍ 4%ຂອງແຜນ 5 ປີ; ດ້ານວຽກງານເສດຖະກິດ: ໄດ້ນໍາໃຊ້ທ່າແຮງບົ່ມຊ້ອນ ແລະກຳລັງແຮງຂອງທຸກພາກສ່ວນສັງຄົມເຂົ້າໃສ່ການພັດທະນາເສດຖະກິດ ໃຫ້ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ໂດຍການສຸມໃສ່ແກ້ໄຂປັບປຸງລະບອບ, ລະບຽບການ, ກົນໄກຄຸ້ມຄອງ-ບໍລິຫານ, ລະບົບພື້ນຖານໂຄງລ່າງ ເພື່ອເອື້ອອໍານວຍໃຫ້ແກ່ການຜະລິດ-ທຸລະກິດ ສາມາດເຮັດໃຫ້ເສດຖະກິດຂອງເມືອງຂະຫຍາຍຕົວ ແລະມີອັດຕາການເຕີບໂຕສະເລ່ຍໃນລະດັບ 5.49% ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸ 2,853.49 ຕື້ກີບ, ສະເລ່ຍໃສ່ຫົວຄົນໄດ້ 23.30 ລ້ານກີບ/ຄົນ/ປີ ຫຼື ເທົ່າກັບ 1,059 ໂດລາສະຫະລັດ, ໂຄງປະກອບທາງດ້ານເສດຖະກິດ ໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ໃນນີ້: ຂະແໜງກະສິກໍາ ກວມ 66.34%; ຂະແໜງອຸດສາຫະກໍາ ກວມ 18.51% ແລະຂະແໜງການບໍລິການ ກວມ 15.15% ຂອງ GDP; ການເກັບລາຍຮັບງົບປະມານ ປະຕິບັດໄດ້ 31.58 ຕື້ກີບ, ເທົ່າກັບ 100.53%ຂອງແຜນການ 5 ປີ ແລະການຄຸ້ມຄອງລາຍຈ່າຍ ປະຕິບັດໄດ້ 16.81 ຕຶື້ກີບ, ເທົ່າກັບ 99.95%, ໃນໄລຍະ 5 ປີ ຜ່ານມາ ສາມາດຜະລິດເຂົ້າເປືອກໄດ້ທັງໝົດ 607,843 ໂຕນ, ທຽບໃສ່ 5 ປີ ເພີ້ມຂຶ້ນ 47,841 ໂຕນ, ເທົ່າກັບ 65.14%, ສະເລ່ຍໃສ່ພົນລະເມືອງໄດ້ 1,069 ກິໂລ/ຄົນ/ປີ, ເມືອງມີເຂົ້າໄວ້ເພື່ອບໍລິໂພກ 216,811.8 ໂຕນ, ແຮໄວ້ 121,568 ໂຕນ ແລະຂາຍເປັນສິນຄ້າ 269,463.77 ໂຕນ; ດ້ານວຽກງານພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ ໄດ້ຖືເປັນວຽກຍຸດທະສາດສຳຄັນ ເພື່ອແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ໂດຍຜັນຂະຫຍາຍຕາມດຳລັດ 348/ລບ ຜ່ານການຈັດຕັ້ງປະຕິບັດມາຮອດປະຈຸບັນ ສາມາດດປະເມີນໄດ້ບ້ານພັດທະນາ 38 ບ້ານ, ມີຄອບຄົວພັດທະນາ 22,057 ຄອບຄົວ, ມີຄອບຄົວພົ້ນທຸກ 22,331 ຄອບຄົວ, ມີຄອບຄົວທີ່ບໍ່ທັນພົ້ນທຸກ 502 ຄອບຄົວ, ເທົ່າກັບ 2.20% ຂອງຄອບຄົວທົ່ວເມືອງ, ປະເມີນບ້ານໃຫຍ່ຄ້າຍຄືຕົວເມືອງນ້ອຍໃນຊົນນະບົດໄດ້ 2 ບ້ານ, ເທົ່າກັບ 100%ຂອງແຜນການ 5 ປີ, ຕໍ່ກັບວຽກງານດັ່ງກ່າວນີ້, ຄະນະພັກເມືອງ ໄດ້ຫັນເອົາພະນັກງານແຕ່ລະຂະແໜງການລົງກໍ່ສ້າງຮາກຖານການເມືອງຢູ່ບ້ານຈຸດສຸມ ແລະບ້ານຕ່າງໆຂອງເມືອງ ຈຳນວນ 25 ຄົນ, ຍິງ 08 ຄົນ.
ວາລະຕໍ່ມາ, ສະຫາຍ ຄຳຕາ ສີນນະສອນ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງ ກໍ່ໄດ້ຂຶ້ນຜ່ານຮ່າງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII(2020-2024) ຈາກນັ້ນ, ບັນດາສະຫາຍຕາງໜ້າໃຫ້ຂົງເຂດຕ່າງໆ ທີ່ເຂົ້າຮ່ວມໃນກອງປະຊຸມ ກໍ່ໄດ້ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ
ໂອກາດນີ້, ບັນດາສະຫາຍຜູ້ແທນສົມບູນ ຈະໄດ້ມີການປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງຈຳພອນຊຸດໃໝ່ ພ້ອມນີ້, ກໍ່ຍັງໄດ້ມີການເລືອກຕັ້ງເອົາຜູ້ແທນສົມບູນ-ສຳຮອງເຂົ້າຮ່ວມກອງປະຊຸມໃຫຍ່ອົງຄະນະພັກແຂວງສະຫວັນນະເຂດ ຄັ້ງທີ X ນຳອີກ.





