ຕະຫຼອດໄລຍະ 70 ປີມານີ້ ເວລາໃດພັກກໍ່ເຊີດຊູບົດບາດ, ຄວາມສາມາດນໍາພາຂອງຕົນ ແລະ ມີໄຫວພິກ, ສະຫຼາດສ່ອງໃສ ສາມາດນໍາພາປະເທດຊາດ ຜ່ານວິກິດ ແລະຄວາມຫຍຸ້ງຍາກນາໆປະການ ບໍ່ວ່າໃນໄລຍະຕໍ່ສູ້ປົດປ່ອຍຊາດ ກໍ່ຄືໄລຍະປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດໃນປະຈຸບັນ, ເຖິງວ່າສະພາບການຈະດຸເດືອດຂ້ຽວຂາດ, ຫຍຸ້ງຍາກສັບສົນ, ລະອິດລະອ້ຽວປານໃດກໍ່ຕາມ ແຕ່ພັກເຮົາກໍ່ສາມາດນໍາພາປະເທດຊາດຜ່ານໄປໄດ້ຢ່າງມີໄຊ.
ພົນຕີ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ ໃຫ້ສໍາພາດໃນໂອກາດວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ວັນທີ 22 ມີນາ ຄົບຮອບ 70 ປີວ່າ: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີນີ້. ແມ່ນມີຄວາມໝາຍສໍາຄັນອັນຍິງໃຫຍ່ ໃນພາລະກິດປະຕິວັດຂອງປະເທດເຮົາ, ເຊິ່ງເປັນວັນທີ ທົ່ວພັກ-ລັດ, ທົ່ວກອງທັບ ແລະ ທົ່ວປວງຊົນລາວບັນດາເຜົ່າ ລ້ວນແຕ່ມີຄວາມປິຕິຊົມຊື່ນ ແລະ ເອກອ້າງທະນົງໃຈ ທີ່ມີພັກປະຊາຊົນປະຕິວັດລາວ ເປັນກອງນໍາໜ້າ ແລະ ແມ່ນການຈັດຕັ້ງການເມືອງສູງສຸດຂອງຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານລາວບັນດາເຜົ່າ, ແມ່ນພັກທີ່ເຕີບໃຫຍ່ຈາກຂະບວນການຂອງມະຫາຊົນ, ມາຈາກປະຊາຊົນ ແລະ ເພື່ອຜົນປະໂຫຍດອັນແທ້ຈິງ ຂອງປະຊາຊົນລາວເຮົາບັນດາເຜົ່າ, ວັນສ້າງຕັ້ງພັກ ຄົບຮອບ 70 ປີ ແມ່ນໄດ້ເຮັດໃຫ້ປວງຊົນລາວທັງຊາດ. ມີຄວາມເອກະອ້າງທະນົງໃຈ ຕໍ່ຜົນງານໄຊຊະນະອັນໃຫຍ່ຫຼວງ ທີ່ທົ່ວພັກ, ທົ່ວກອງ ທັບ ແລະ ທົ່ວປວງຊົນລາວບັນດາເຜົ່າຍາດມາໄດ້, ໃນການຕໍ່ສູ້ຕ້ານກັບຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ເປັນເວລາ 60 ກ່ວາປີ, ສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສະຖາປະນາປະເທດຊາດ ໃນປີ 1975; ພາຍຫຼັງໄດ້ຮັບການປົກປ່ອຍ, ພັກໄດ້ນໍາພາປະເທດຊາດ ເດີນຕາມເສັ້ນທາງສັງຄົມນິຍົມ ເຊິ່ງແມ່ນຈຸດໝາຍ ແລະຄວາມມຸ່ງມາດປາດຖະໜາຂອງພັກ ກໍ່ຄືປວງຊົນລາວບັນດາເຜົ່າໄດ້ຂີດໝາຍເອົາໄວ້.
ສໍາລັບກໍາລັງປະກອບອາວຸດ ເວົ້າລວມ, ເວົ້າສະເພາະກອງທັບປະຊາຊົນລາວແມ່ນພັກປະຊາຊົນປະຕິວັດລາວ ເປັນຜູ້ກໍ່ຕັ້ງ, ສຶກສາອົບຮົມ ແລະ ກໍ່ສ້າງປັບປຸງໃຫ້ເຕີບໃຫຍ່ເຂັ້ມແຂງທາງດ້ານຈໍານວນ ແລະ ຄຸນນະພາບ, ເວລາໃດພັກກໍ່ໃຫ້ຄວາມສໍາຄັນ, ຄວາມເອົາໃຈໃສ່ໃນການນໍາພາເດັດຂາດ, ໂດຍກົງຮອບດ້ານຕໍ່ກອງທັບ, ສ້າງກອງທັບເປັນກອງທັບປະຕິ ວັດທີ່ໄວ້ໃຈໄດ້ຂອງພັກ, ເປັນທີ່ເພິ່ງອັນໜັກແໜ້ນຂອງປະຊາຊົນ, ເປັນກໍາແພງເພັດທີ່ແຂງແກ່ນ ປົກປັກຮັກສາປະເທດຊາດໄວ້ໃຫ້ໝັ້ນຄົງ.
ຕະຫຼອດໄລຍະ 76 ປີ ແຫ່ງການສ້າງຕັ້ງເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວ ພາຍໃຕ້ຮົ່ມທຸງສີແດງຂອງພັກ ແລະ ການນໍາພາປີຊາສາມາດ, ສະຫຼາດສອງໃສຂອງພັກ, ກອງທັບກໍ່ເຮັດລ້ອນໜ້າທີ່ອັນໜັກໜ່ວງ ແລະ ມີກຽດສະຫງ່າຂອງຕົນ ທີ່ພັກ ແລະ ປະຊາຊົນມອບໝາຍໃຫ້ນັ້ນຄື: ເປັນກໍາລັງຫຼັກແຫຼ່ງແກ່ນສານ ໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນລາວຮອບດ້ານ, ສາມາດຕີເອົາຊະນະສັດຕູທຸກໂຕ ໃນທຸກໄລຍະຂອງການປະຕິວັດ; ສ້າງເງື່ອນໄຂເອີ້ອອໍານວຍໃຫ້ແກ່ການສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນກ້າວໜ້າ, ພ້ອມທັງໄດ້ປະກອບສ່ວນຕົວຈິງ ເຂົ້າໃນການພັດທະນາຊົນນະບົດແກ້ໄຂຄວາມທຸກຍາກຂອງປະຊາຊົນ.
ກະຊວງປ້ອງກັນປະເທດ ເຊິ່ງເປັນສູນກາງນໍາພາ-ບັນຊາ ກໍາລັງປະກອບອາວຸດ ກໍ່ຄືກໍາລັງໃນກອງທັບ, ຊຸມປີຜ່ານມາຄະນະພັກກະຊວງປ້ອງກັນປະເທດ ກໍ່ໄດ້ສຸມໃສ່ນໍາພາ-ບັນຊາບັນດາກົມກອງ ກໍາລັງຫຼວງ-ກໍາລັງທ້ອງຖິ່ນ ໃນທົ່ວປະເທດ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຕ່າງໆຂອງສູນກາງພັກ, ເວົ້າສະເພາະແມ່ນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັັກກະຊວງປ້ອງກັນປະເທດ ໄດ້ມີຜົນສໍາເລັດອັນສໍາຄັນພົ້ນເດັ່ນຫຼາຍດ້ານ ເປັນຕົ້ນ: ດ້ານວຽກງານປ້ອງກັນຊາດ: ໄດ້ຮັບປະກັນເຮັດໃຫ້ປະເທດຊາດ ມີສະຖຽນລະ
ພາບທາງດ້ານການເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ ໂດຍໄດ້ນໍາພາບັນດາກົມກອງເຄື່ອນໄຫວ ເຮັດໃຫ້ສະພາບຂອບເຂດທົ່ວປະເທດມີຄວາມສະຫງົບ, ບໍລິເວນຊາຍແດນ ແຕ່ເໜືອຮອດໃຕ້ ກໍ່ຄືເຂດໃຈກາງຂອງປະເທດ ໄດ້ມີຄວາມສະຫງົບຢ່າງໜັກແໜ້ນ ສະແດງອອກໃນຕົວຈິງ ການປ້ອງກັນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45 ທີ່ລາວເຮົາເປັນເຈົ້າພາບໄດ້ມີຄວາມປອດໄພ 100%. ພວກເຮົາໄດ້ຫັນເອົາກໍາລັງລົງກໍ່ສ້າງຮາກຖານການເມືອງ ຕິດພັນກັບການພັດທະນາຊົນນະບົດຮອບດ້ານຕາມທາງກວ້າງ ແລະທາງເລິກ, ລວມມີ 19 ກອງປະຕິບັດງານ ກໍ່ສ້າງຮາກຖານ, ຢູ່ 15 ແຂວງ, ມີ 26 ເມືອງ, 28 ຈຸດສູມ, 142 ບ້ານ.
ຜົນສໍາເລັດອັນພົ້ນເດັ່ນ: ການພັດທະນາ 3 ຈຸມສູມຂອງແຂວງໄຊສົມບູນ; ຈຸດສູມຄັ້ງວຽງ ເມືອງໝອກ ແຂວງຊຽງຂວາງ ແລະ ຈຸດສູມອື່ນໆ ທີ່ຕັ້ງຢູ່ເຂດຊົນນະບົດຫ່າງໄກສອກຫຼີກ, ພ້ອມນີ້ຍັງໄດ້ຮ່ວມມືກັບກອງທັບປະຊາຊົນຫວຽດນາມ, ພັດທະນາບັນດາກຸ່ມບ້ານຊາຍແດນ ລາວ-ຫວຽດນາມ ຕາມການມອບໝາຍຂອງສູນກາງພັກ, ສອງລັດ ຖະບານ ລາວ-ຫວຽດນາມ, ເຊິ່ງປະຈຸບັນກໍາລັງສູມໃສ່ ສອງກຸ່ມບ້ານໃໝ່ ຄື:ກຸ່ມບ້ານຜາແດງ ເມືອງກັວນ ແຂວງຫົວ ພັນ; ກຸ່ມບ້ານນໍ້າຮາງ ເມືອງສໍາພັນ ແຂວງຜົ້ງສາລີ ແລະ ກຸ່ມບ້ານອື່ນໆ.
ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີນີ້, ພົນຕີ ວົງສອນ ອິນປານພິມ ໄດ້ຕາງໜ້າໃຫ້ຄະນະນໍາກະຊວງປ້ອງກັນປະເທດ ນາຍ ແລະ ພົນທະຫານໃນທົ່ວກອງທັບ ສະແດງຄວາມຮູ້ບຸນຄຸນ ມາຍັງພັກປະຊາຊົນປະຕິວັດລາວ ທີ່ໄດ້ກໍ່ຕັ້ງ, ສຶກສາອົບຮົມ ແລະ ຊີ້ນໍາ-ນໍາພາ ກອງທັບໃຫ້ເຕີບໃຫຍ່ເຂັ້ມແຂງ ແລະ ເຮັດສໍາເລັດໜ້າທີ່ອັນມີກຽດຂອງຕົນ ທີ່ພັກ ແລະ ປະຊາຊົນມອບໝາຍໃຫ້ໃນແຕ່ລະໄລຍະ. ພ້ອມທັງອວຍພອນໃຫ້ ການນໍາພັກ-ລັດ, ການນໍາກະຊວງປ້ອງກັນປະເທດ, ພະນັກງານປະຕິວັດອາວຸໂສບໍານານ, ຕະຫຼອດເຖິງປະຊາຊົນລາວ ບັນດາເຜົ່າໃນທົ່ວປະເທດ, ນາຍ ແລະ ພົນທະຫານໃນທົ່ວກອງທັບປະຊາຊົນລາວ ຈົ່ງມີສຸຂະພາບແຂງແຮງ, ມີພະນະໄມສົມບູນ; ມີຄວາມພາສຸກ ພ້ອມກັນອອກແຮງແຂງຂັນ ສ້າງຜົນງານ ເພື່ອຂໍ່ານັບຮັບຕ້ອນ 3 ວັນປະຫວັດສາດຂອງພັກ, ຂອງຊາດ ໃນປີ 2025 ໃຫ້ເປັນຂະບວນຟົດຟື້ນກວ້າງຂວາງ ແລະ ພ້ອມກັນເຮັດສໍາເລັດທຸກໜ້າທີ່ວຽກງານ.



