ຄອບຄົວ ຂອງທ່ານ ສຸລິນ ປະຊາຊົນບ້ານເມືອງເກົ້າ ເມືອງຊ່ອນ ແຂວງຫົວພັນ ເປັນແບບຢ່າງອັນດີເດັ່ນຂອງການປ່ຽນແປງຊິວິດການເປັນຢູ່ດ້ວຍການປະຍຸກໃຊ້ວິທີການລ້ຽງສັດທີ່ທັນສະໄໝ ແລະຍືນຍົງ. ໃນເມືອກອ່ນ ຄອບຄົວທ່ານ ສຸລິນ ດໍາລົງຊິວິດດ້ວຍການຖ່າງປ່າເຮັດໄຮ່ປູກເຂົ້າ ເຊິ່ງເປັນວິທີການທໍາມາຫາກິນແບບດັ່ງເດີມທີ່ບໍ່ໝັ້ນຄົງ. ຊິວິດປະຈໍາວັນພົບຄວາມຫຍຸ້ງຍາກຫຼາຍດ້ານ ໂດຍສະເພາະລາຍຮັບທີ່ບໍ່ແນ່ນອນ ແລະຂຶ້ນກັບສະພາບດິນຟ້າອາກາດ.
ມາຮອດປີ 2024 ຄອບຄົວ ທ່ານ ສຸລິນ ໄດ້ຮັບທຶນສະໜັບສະໜູນ ຈາກຫ້ອງການພັດທະນາຊົນນະບົດ ແລະ ລືບລ້າງຄວາມທຸກຍາກ(ທລຍ) ເພື່ອໝູນໃຊ້ເຂົ້າໃນການລ້ຽງໝູ ພ້ອມດຽວກັນນັ້ນ ກໍ່ມີວິຊາການຈາກຫ້ອງການກະສິກໍາ ແລະປ່າໄມ້ ໄດ້ລົງມາຝຶກອົບຮົມໃຫ້ຄວາມຮູ້ດ້ານເຕັກນິກສໍາຄັນຫຼາຍຢ່າງ ເຊັ່ນ: ເຕັກນິກການໃຫ້ອາຫານໝູທີ່ເໝາະສົມ, ວິທີການສັກຢາວັກຊິນເພື່ອປ້ອງກັນພະຍາດ, ການເຮັດຄອກໝູແບບຖາວອນ ແລະໃຊ້ໄດ້ ຍາວນານ. ປະຈຸບັນຄອບຄົວ ທ່ານ ສຸລິນ ລ້ຽງໝູໄດ້ທັງໝົດ 30 ໂຕ ລວມທັງໝູນ້ອຍ ແລະໝູໃຫ່ຍ ດ້ວຍຄວາມພະຍາຍາມ ແລະຄວາມຮູ້ທີ່ໄດ້ຮັບຈາກການຝຶກອົບຮົມ, ເຂົາເຈົ້າສາມາດຂາຍໝູນ້ອຍ ນໍ້າໜັກ 5-15 ໂລ ກິໂລ ໃນລາຄາ 120, 000 ກີບ, ໝູໃຫ່ຍຂາຍໃນລາຄາ 60,000 ກີບຕໍ່ກິໂລ, ຈາກການຂາຍໝູດັ່ງກ່າວ ຄອບຄົວຂອງທ່ານ ສຸລິນ ສາມາດສ້າງລາຍຮັບເຖິງ 40 ລ້ານ ກີບຕໍ່ປີ, ເຊິ່ງສາມາດປັບປຸງຊິວິດການເປັນຢູ່ຂອງຄອບຄົວຢ່າງຫຼວງຫຼາຍ ຈາກຄວາມສໍາເລັດຂອງທ່ານ ສຸລິນ ສະແດງໃຫ້ເຫັນເຖິງຜົນດີຂອງການຫັນປ່ຽນຈາກວິທີການຜະລິດແບບດັ່ງເດີມມາສູ່ວິທີການທີ່ທັນສະໄໝ, ການນໍາໃຊ້ຄວາມຮູ້ ແລະເຕັກນິກເຂົ້າໃນການລ້ຽງສັດ, ການສະໜັບສະໜູນທີ່ເໝາະສົມຈາກພາກລັດ ແລະ ອົງການຈັດຕັ້ງຕ່າງໆ
ທ່ານ ຄໍາແສງ ວິຊາການ ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງຊ່ອນ ໃຫ້ສໍາພາດວ່າ: ໃນໄລຍະຜ່ານມາ ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງຊ່ອນ ກໍ່ໄດ້ລົງໃກ້ສິດຕິດແທດ ປຸກລະດົມຊູກຍູ້ປະຊາຊົນພາຍໃນເມືອງສຸ່ມໃສ່ການປູກຝັງ-ລ້ຽງສັດ ຕາມເງື່ອນໄຂຂອງແຕ່ລະຄອບຄົວ ເພື່ອສ້າງເສດຖະກິດຄອບຄົວໃຫ້ມີຄວາມເຂັ້ມແຂງ, ໃນນີ້ບ້ານເມືອງເກົ້າກໍ່ເປັນບ້ານໜຶ່ງທີ່ໄດ້ຫັນຈາກການຖ່າງປ່າເຮັດໄຮ່ປູກເຂົ້າ ຫັນມາສຸມໃສ່ການປູກຝັງ-ລ້ຽງສັດ ເປັນຕົ້ນແມ່ນລ້ຽງສັດປະເພດງົວ, ຄວາຍ ແລະ ລ້ຽງໝູ ຄືດັ່ງຄອບຄົວ ຂອງ ສຸລິນ ເພິ່ນໄດ້ ສຸ່ມໃສ່ໃນການລ້ຽງໝູລາດຂາຍ ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງກໍ່ໄດ້ລົງຊ່ວຍແນະນໍາເຕັກນິກໃນການລ້ຽງໃຫ້ກັບຄອບຄົວ ແລະ ເຫັນວ່າມາເຖິງປັດຈຸບັນນີ້ ເຮັດໃຫ້ໝູຂອງເພິ່ນເກີດແມ່ແຜ່ລູກເພີ່ມຂຶ້ນ ສາມາດຂາຍອອກສ້າງລາຍຮັບໃຫ້ກັບຄອບຄົວ.
ຄອບຄົວທ່ານ ສຸລິນ ເປັນແບບຢ່າງທີ່ດີສໍາລັບຄອບຄົວອື່ນໆໃນຂົງເຂດຊົນນະບົດ ຊຶ່ງສາມາດໃຫ້ເຫັນໄດ້ວ່າ ດ້ວຍການສະໜັບສະໜູນ ຈາກການຝຶກອົບຮົມ ແລະ ຄວາມຕັ້ງໃຈ ກໍ່ສາມາດເປັນຫົນທາງໄປສູ່ການດໍາລົງຊິວິດທີ່ດີຂຶ້ນກວ່າເກົ່າ.





