ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ເມືອງຜາອຸດົມ ແຂວງບໍ່ແກ້ວ ໄຂຂຶ້ນໃນວັນທີ 13 ມີນາ 2025 ໂດຍການເປັນປະທານ ຂອງສະຫາຍ ຈັນທອນ ພົນທະລາ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆຜາອຸດົມ, ມີສະຫາຍ ທອງຈັນ ມະນີໄຊ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆບໍ່ແກ້ວ ພ້ອມດ້ວຍພະນັກງານອາວຸໂສບຳນານ, ຄອບຄົວຕົວແບບ, ຜູ້ແທນສົມບູນ 147 ສະຫາຍ ຍິງ 14 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກພາຍໃນເມືອງຜາອຸດົມ 1.882 ສະຫາຍ ຍິງ 481 ສະຫາຍເຂົ້າຮ່ວມ.
ສະຫາຍ ຈັນທອນ ພົນທະລາ ໄດ້ກ່າວວ່າ: ກອງປະຊຸມໃຫຍ່ຄັ້ງນີ້ ໄດ້ດໍາເນີນດ້ວຍບັນຍາກາດອັນຟົດຟື້ນ ເນື່ອງນິດ-ລຽນຕິດ, ຄະນະພັກແຕ່ລະຂັ້ນ, ຕະຫລອດຮອດພະນັກງານ, ສະມາຊິກພັກ, ທະຫານ, ຕໍາຫລວດ ແລະ ປະຊາຊົນບັນດາເຜົ່າ ໄດ້ເສີມຂະຫຍາຍມູນເຊື້ອສາມັກຄີເປັນປຶກແຜ່ນ ພາຍໃຕ້ການນໍາພາຂອງອົງຄະນະພັກເມືອງ, ຕັ້ງໜ້າບຸກບືນຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ອົງຄະນະພັກເມືອງ ດ້ວຍຄວາມຮັບຜິດຊອບສູງ ສາມາດຍາດໄດ້ຜົນສໍາເລັດອັນໃຫຍ່ຫລວງຫລາຍດ້ານທີ່ເປັນໜ້າພາກພູມໃຈ ເຮັດໃຫ້ລະບົບການເມືອງແຕ່ຮາກຖານບ້ານຂຶ້ນມາມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການປັບປຸງດີຂຶ້ນ ຄອບຄົວທຸກຍາກຫລຸດລົງໃນແຕ່ລະປີ. ພ້ອມນີ້, ຄະນະພັກແຕ່ລະຂັ້ນໄດ້ຮັບການປັບປຸງຢ່າງຮອບດ້ານ, ການດໍາເນີນກອງປະຊຸມໃຫຍ່ ໜ່ວຍພັກ ແລະ ຄະນະພັກຮາກຖານ, ນັບແຕ່ຮາກຖານບ້ານ, ບັນດາຫ້ອງການອ້ອມຂ້າງເມືອງ ແລະ ກອງປະຊຸມໃຫຍ່ອົງການຈັດຕັ້ງມະຫາຊົນໄດ້ສໍາເລັດຕາມລະດັບຄາດໝາຍ. ການກະກຽມທາງດ້ານດ້ານເນື້ອໃນ, ບຸກຄະລາກອນ, ດ້ານຂະບວນການ, ພິທີການ ແລະ ວຽກງານ ປກຊ-ປກສ ຂອງກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງ ຄັ້ງທີ XIII ແມ່ນໄດ້ດໍາເນີນໄປຢ່າງຮອບຄອບ, ກວ້າງຂວາງ, ເລິກເຊິ່ງ, ມີປະສິດທິພາບສູງ ແລະ ຖືກຕ້ອງຕາມທິດຊີ້ນໍາຂອງຄະນະປະຈໍາພັກແຂວງ ທັງໝົດນີ້ໄດ້ເປັນພື້ນຖານ, ເງື່ອນໄຂອັນໜັກແໜ້ນ ແລະ ມີຄວາມພ້ອມຢ່າງຮອບດ້ານ ແກ່ການດໍາເນີນກອງປະຊຸມໃຫຍ່ຢ່າງເປັນທາງການ ແລະ ສະຫງ່າຜາເຜີຍ ຖືກຕ້ອງຕາມກົດລະບຽບຂອງພັກກໍານົດໄວ້.
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ເມືອງຜາອຸດົມ ຄັ້ງທີ XIII ແມ່ນຜົນສໍາເລັດລວມຍອດແຫ່ງສະຕິປັນຍາ, ຫົວຄິດປະດິດສ້າງຂອງຄະນະບໍລິຫານງານພັກແຕ່ລະຂັ້ນ ກໍຄືພະນັກງານ, ສະມາຊິກພັກ, ທະຫານ, ຕໍາຫລວດ ແລະ ປະຊາຊົນບັນດາເຜົ່າເມືອງຜາອຸດົມ. ພ້ອມນີ້, ກໍແມ່ນກອງປະຊຸມເພື່ອສືບຕໍ່ພາລະກິດປະຕິວັດ ໃນໄລຍະໃໝ່ແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາ ເມືອງຜາອຸດົມໃຫ້ພົ້ນທຸກໃນຕໍ່ໜ້າ.
ໃນກອງປະຊຸມ ຈະໄດ້ຄົ້ນຄວ້າພິຈາລະນາ ຕົກລົງຮັບຮອງເອົາຮ່າງລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ XII (2020-2024), ຮັບຮອງເອົາບົດສໍາຫລວດການນໍາພາລວມ ຂອງຄະນະບໍລິຫານງານພັກເມືອງ ຄັ້ງທີ XII, ດຳເນີນການປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກເມືອງຜາອຸດົມ ຊຸດທີ XIII ແລະ ຜູ້ແທນໄປຮ່ວມກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກແຂວງບໍ່ແກ້ວ. ພ້ອມນີ້, ຍັງຈະໄດ້ພິຈາລະນາ ລົງປະຊາມະຕິຮັບຮອງເອົາມະຕິກອງປະຊຸມໃຫຍ່ຄັ້ງນີ້ຕື່ມອີກ.
ຂ່າວ-ພາບ: ພອນສະຫັວນ ມະນີສີ





