ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໄຂກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກເມືອງສຸຂຸມາ ຄັ້ງທີ IX​

Mar 13, 2025

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນອົງຄະນະພັກເມືອງສຸຂຸມາ ແຂວງຈຳປາສັກ ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ​ 13 ມີນາ 2025,​ ຢູ່ສະໂມສອນເມືອງ​ ໂດຍການໃຫ້ກຽດເຂົ້າຮ່ວ​ມເປັນປະທານຂອງສະຫາຍ ອາລຸນໄຊ ສູນນະລາດ ກໍາມະ​ການ​ສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໆຈຳປາສັກ, ສະຫາຍ ປະດິດ ວັນນະລັດສະໝີ ຄະນະປະຈໍາພັກແຂວງ ປະທານກວດກາພັກແຂວງ, ສະຫາຍ ສົມເພັດ ບຸດສະດີ ກຳມະການພັກແຂວງ​ ເລຂາຄະນະບໍລິຫານງານພັກເມືອງ​ ເຈົ້າເມືອງສຸຂຸມາ.​ ມີການນໍາແຂວງ, ອະດີດພະນັກງານອາວຸໂສບໍານານ, ການນໍາພະແນກການຂອງແຂວງ, ການນໍາ 8 ເມືອງ, ການນໍານະຄອນປາກເຊ ພ້ອມດ້ວຍ​ຄະນະປະ​ຈໍາ​ພັກເມືອງ, ກໍາມະການ​ພັກເມືອງ,​ ເລຂາຄະນະພັກຮາກຖານ,​ ເລຂາໜ່ວຍພັກບ້ານ ແລະ​ ຜູ້ແທນສົມບູນຈໍານວນ 185 ສະຫາຍ, ຍິງ 18 ສະຫາຍ ເຊິ່ງເປັນຕົວແທນໃຫ້ສະມາຊິກພັກໃນທົ່ວເມືອງ 2.302 ສະຫາຍ, ຍິງ 515 ສະຫາຍ ເຂົ້າຮ່ວມ.
ໂອກາດກ່າວເປີດກອງປະຊູມ,​ ສະຫາຍ ສົມເພັດ ບຸດສະດີ ໄດ້ກ່າວວ່າ: ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງສຸຂຸມາ ຄັ້ງທີ IX ໄດ້ໄຂຂຶ້ນໃນທ່າມກາງບັນຍາກາດທີ່ທົ່ວພັກ-ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະ ປວງຊົນລາວທັງຊາດ ໄດ້ສຸມໃສ່ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງພັກແຕ່ລະຂັ້ນຢ່າງເປັນຂະບວນຟົດຟື້ນ. ພ້ອມນີ້ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງຄັ້ງນີ້ ແມ່ນມີຄວາມສໍາຄັນຍິ່ງ ເຊິ່ງຈະໄດ້ພິຈາລະນາຕົກລົງຮັບຮອງເອົາທິດທາງ, ຄາດໝາຍສູ້ຊົນ, ແຜນວຽກຮອບດ້ານ ສໍາລັບການນໍາພາເມືອງສຸຂຸມາ ກ້າວຂຶ້ນສູ່ຄວາມເຂັ້ມແຂງ, ນໍາເອົາຄວາມຢູ່ດີກິນດີມາໃຫ້ປະຊາຊົນ, ພ້ອມນັ້ນ ກໍຈະໄດ້ເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງຊຸດໃໝ່ ເພື່ອສືບຕໍ່ນໍາພາ ພາລະກິດປະຕິວັດ ໃຫ້ກ້າວຂຶ້ນຢ່າງຕໍ່ເນື່ອງ ແລະ​ ໜັກແໜ້ນ ສູ່ຈຸດໝາຍທີ່ວາງໄວ້. ສະນັ້ນ, ຈິ່ງຮຽກຮ້ອງມາຍັງຜູ້ແທນກອງປະຊຸມທຸກສະຫາຍ ຈົ່ງເຊີດຊູຄວາມເປັນເຈົ້າການ ແລະ ຄວາມຮັບຜິດຊອບສູງ, ສຸມທຸກສະຕິປັນຍາເຂົ້າໃສ່ໃນການຄົ້ນຄວ້າ, ຕົກລົງບັນຫາສໍາຄັນໃຫ້ເລິກເຊິ່ງ ຖືກຕ້ອງ,​ ປະກອບສ່ວນໃຫ້ກອງປະຊຸມໃຫຍ່ຄັ້ງນີ້ ດໍາເນີນໄປດ້ວຍຜົນສຳເລັດຕາມລະດັບຄາດໝາຍ.
ໂອກາດນີ້,​ ສະຫາຍ ປອ ຄໍາໄຕ ແກ້ວປະເສີດ ຮອງເລຂາ ພັກເມືອງປະທານກວດກາພັກເມືອງ ຍັງໄດ້ຜ່ານຮ່າງລາຍງານການເມືອງທັງສອງພາກ​ ໂດຍຕີລາຄາໝາກຜົນການນໍາພາ – ຊີ້ນໍາວຽກງານຮອບດ້ານຂອງອົງຄະນະພັກເມືອງໃນ 5 ປີຜ່ານມາ ພ້ອມທັງຜ່ານທິດທາງແຜນການ, ຄາດໝາຍສູ້ຊົນ ແລະ ວຽກງານຈຸດສຸມໃນການນໍາພາແຕ່ນີ້ ຫາປີ 2029.​ ຈາກນັ້ນ,​ ສະຫາຍ ສົມສະໜິດ ສີສັງວອນ ຄະນະປະຈໍາພັກເມືອງຮອງເຈົ້າເມືອງສຸຂຸມາ ຜ່ານແຜນພັດທະນາເສດຖະກິດ – ສັງຄົມ 5 ປີ ຄັ້ງ ທີ VIII (2020 – 2024) ເຊິ່ງເສດຖະກິດຂອງເມືອງ ແມ່ນສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ສະເລ່ຍ 6,9% ຕໍ່ປີ, (ແຜນ 7,7%), ສາມາດເຮັດໃຫ້ລວມຍອດຜະລິດຕະພັນຂອງເມືອງ ບັນລຸໄດ້ 3.446,89 ຕື້ກີບ, ທຽບໃສ່ແຜນປະຕິບັດໄດ້ລື່ນ 4,86% (ແຜນ 3.287,07 ຕື້ກີບ), ສະເລ່ຍຕໍ່ຫົວຄົນ 10.988.117 ກີບ ຫຼື ເທົ່າກັບ 700 ໂດລາສະຫັດຕໍ່ຄົນຕໍ່ປີ ເຮັດໃຫ້ໂຄງປະກອບເສດຖະກິດມີການປ່ຽນແປງຕາມທິດທີ່ຕັ້ງໜ້າເປັນຕົ້ນ: ຂະແໜງກະສິກຳເພີ້ມຂື້ນສະເລ່ຍ 5,12% ກວມ 52,22%, ຂະແໜງອຸດສາຫະກຳເພີ້ມຂື້ນ 9,66% ກວມ 25,56%, ຂະແໜງບໍລິການເພີ້ມຂຶ້ນ 8,33% ກວມ 22,22% ຂອງລວມຍອດຜະລິດຕະພັນ.
ນອກນີ້​ ຜູ້ແທນ​ກອງປະຊຸມ​ຍັງຈະໄດ້ຮັບຟັງການປະກອບຄໍາເຫັນຂອງຄະນະພັກຮາກຖານບ້ານ, ຕົວແບບກຸ່ມການຜະລິດສິນຄ້າ ແລະ ຄອບຄົວຕົວແບບການຜະລິດກະສິກຳ; ຮັບຟັງການຜ່ານບົດສໍາຫຼວດການນໍາພາລວມ ຂອງຄະນະບໍລິຫານງານພັກເມືອງຕະຫຼອດໄລຍະ 5 ປີຜ່ານມາ.​ ຈາກນັ້ນ,​ ຜູ້ແທນກອງປະຊຸມໃຫຍ່​ ຈະໄດ້ພ້ອມກັນໃຊ້ສິດປະຊາທິປະໄຕ ດຳເນີນການປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງຊຸດໃໝ່ ເພື່ອເປັນຫຼັກແຫຼ່ງແກ່ນສານນໍາພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງພັກ ກໍຄືມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກເມືອງ, ແຜນພັດທະນາເສດຖະກິດ – ສັງຄົມຂອງເມືອງ ແຕ່ນີ້ຮອດປີ 2029.​
ຕອນທ້າຍ​ກອງປະຊຸຸມ ຍັງຈະໄດ້ຮັບຟັງການໂອ້ລົມໃຫ້ທິດຊີ້ນໍາ ຂອງ ສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຈໍາປາສັກ ຕື່ມອີກ
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງສຸຂຸມາ ຄັ້ງທີ IX ຈະດຳເນີນໄປເປັນເວລາ 2 ວັນ​ຈຶ່ງຈະສຳເລັດ
ຂ່າວ: ປະພິດ ສີສົມບູນ
ພາບ: ທ.ຈັນທະວີສັກ