ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ນຳຕົວລູກຊາຍທໍລະພີຈຳລອງເຫດການພະຍາຍາມຄາດຕະກໍາພໍ່ຂອງຕົນເອງ ຍ້ອນເສບຢາເສບຕິດ

Mar 13, 2025

ວັນທີ 12 ມີນາ 2025 ຜ່ານມານີ້ ປກສ ແຂວງຫົວພັນ ໄດ້ນໍາຕົວ ທ້າວຫລວງ ອາຍຸ 23 ປີ ປະຊາຊົນ ບ້ານນອງເລົ່າ ເມືອງກວັນ ແຂວງຫົວພັນ ມາຈໍາລອງເຫດການຄືນ ກໍລະນີຜູ້ກ່ຽວ ໄດ້ກໍ່ເຫດພະຍາຍາມຂ້າພໍ່ຕົນເອງ ແລະ ຖືຈັບຕົວໃນວັນທີ 28 ທັນວາ 2024 ຜ່ານມານີ້.
ທ້າວຫລວງ ໄດ້ຮັບສາລະພາບວ່າ: ໄດ້ລົງມືພະຍາຍາມຂ້າພໍ່ຂອງຕົນເອງແທ້ ຍ້ອນໄດ້ເສບຢາເສບຕິດ ຍ້ອນຜ່ານມາຜູ້ເປັນພໍ່ໄດ້ເຄີຍບອກສອນຕົນມາຫລາຍຄັ້ງແລ້ວ ບໍ່ໃຫ້ໄປມົ້ວສຸມຢາເສບຕິດ ແລະ ຫລິ້ນກິນຟູມເຟືອຍ ເຄີຍໃຊ້ອາລົມຮ້າຍ ພ້ອມທັງປ້ອຍດ່າພໍ່ ແລະ ເວົ້າວ່າຈະລົງມືຄາດຕະກໍາ ມາແລ້ວຫລາຍຄັ້ງ.
ເຫດການ ວັນທີ 28 ທັນວາ 2024 ທ້າວ ຫລວງ ຖືກພໍ່ເວົ້າໃຫ້ ໃນຂະນະລົງມືຂ້າໝາ ຈຶ່ງຈັບເອົາມີດແທງຖືກເອິກເບື້ອງຊ້າຍຂອງພໍ່ຕົນເອງ ແລະ ໄດ້ຮັບບາດເຈັບສົມຄວນ. ຈາກນັ້ນ, ທ້າວຫລວງໄດ້ເອົາຕົວຫລົບໜີເຂົ້າປ່າຂ້າງບ້ານ ປກສ ບ້ານ ຕິດຕາມນໍາທ້າວຫລວງ ໄດ້ປະມານ 2 ຊົ່ວໂມງ ຈຶ່ງສາມາດຈັບຕົວຜູ້ກ່ຽວສົ່ງຕົວມອບໃຫ້ເຈົ້າໜ້າທີ່ ປກສ ເມືອງກວັນ ດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ.
ສາເຫດ ແລະ ແຮງຈູງໃຈທີ່ທ້າວຫລວງລົງມືກໍ່ເຫດ ຍ້ອນຜູ້ກ່ຽວເສບຢາເສບຕິດ ແລະ ບໍ່ມັກຄໍາບອກສອນຂອງພໍ່ ໃຫ້ຜູ້ກ່ຽວຢຸດເຊົາມົ້ວສຸມຢາເສບຕິດ.
ຂ່າວ: ປກສ ຫົວພັນ