ໃນວັນທີ 13 ມີນາ 2025 ນີ້, ທີມງານກວດກາອາຫານ ແລະ ຢາ ເມືອງແອດ ແຂວງຫົວພັນ ນຳໂດຍ ດຣ ບຸນທ່ຽງ ແກ້ວມີໄຊ ອຳນວຍການໂຮງໝໍເມືອງແອດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ, ຫ້ອງການການຄ້າ, ຫ້ອງການ ຖວທ ໄດ້ລົງເຄື່ອນໄຫວກວດກາວັດແທກສານຟໍມາລິນ ແລະ ສານບໍແລັກ ທີ່ເຈືອປົນຢູ່ກັບພືດຜັກ-ໝາກໄມ້ ແລະ ອາຫານສຳເລັດຮູບຈຳນວນໜຶ່ງ, ເຊິ່ງກວດກາຄັ້ງນີ້ມີອາຫານແຊ່ແຂງປະເພດ ຮ໋ອດດັອກ, ລູກຊີ້ນ, ຕີນໄກ່ ແລະ ພືດຜັກປະເພດ ໝາກແອັບເປິ້ນ, ໝາກກ້ຽງ, ໝາກສາລີ່, ໝາກມ່ວງ-ຫອມແປ້ນ, ຜົນການກວດກາ ພົບວ່າມີສານດັ່ງກ່າວຫຼາຍກວ່າໝູ່ແມ່ນໝາກແອັບເປິ້ນ ແລະ ໝາກກ້ຽງ…ທີມງານຍັງຈະສືບຕໍ່ກວດກາພືດຜັກ-ໝາກໄມ້ອຶ່ນໆຕື່ມອີກເພຶ່ອຄວາມປອດໄພຂອງຜູ້ບໍລິໂພກ.
ໃນວັນດຽວກັນທີມງານຍັງໄດ້ເຄື່ອນໄຫວກວດກາຄວາມສະອາດ ແລະ ຄວາມເປັນລະບຽບຮຽບຮ້ອຍບັນດາຮ້ານອາຫານຂອບເຂດເທດສະບານເມືອງອີກດ້ວຍ, ທັງນີ້ກໍ່ເພື່ອກະກຽມຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ອົງຄະນະພັກເມືອງແອດ ແຂວງຫົວພັນ ໃນວັນທີ 18-19 ມີນານີ້.







