ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຫວນຄືນມູນເຊື້ອວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ

Mar 13, 2025

ສູນກາງສະຫະພັນກຳມະບານລາວ (ສກລ) ໄດ້ຈັດພິທີປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ (22/3/1955 – 22/3/2025) ໃນວັນທີ 13 ມີນານີ້ ທີ່ສູນຮ່ວມມືສາກົນ ແລະ ຝຶກອົບຮົມ (ICTC) ນະຄອນຫຼວງວຽງຈັນ ໂດຍການໃຫ້ກຽດປາຖະກະຖາຂອງທ່ານ ສິນລະວົງ ຄຸດໄພທູນ, ກໍາມະການກົມການເມືອງສູນກາງພັກ, ເລຂາຄະນະພັກ, ປະທານສູນກາງແນວລາວສ້າງຊາດ.
ທ່ານ ສິນລະວົງ ຄຸດໄພທູນ ໄດ້ຍົກໃຫ້ເຫັນຂະບວນວິວັດແຫ່ງການກຳເນີດຂອງພັກປະຊາຊົນ ປະຕິວັດລາວ 70 ປີ ແຫ່ງການນຳພາ-ຊີ້ນຳຂອງພັກປະຊາຊົນ ປະຕິວັດລາວ. ນັບແຕ່ມື້ສ້າງຕັ້ງພັກໃນວັນທີ 22 ມີນາ 1955 ເປັນຕົ້ນມາ ພັກເຮົາໄດ້ມີການນໍາພາ-ຊີ້ນຳ ເດັດດ່ຽວ, ມີວິທະຍາສາດ ແລະ ມີຄວາມສະຫຼາດສ່ອງໃສ, ອັນໄດ້ນໍາພາປວງຊົນລາວບັນດາເຜົ່າຜູ້ຮັກຊາດ ຕໍ່ສູ້ກັບອິດທິກຳລັງປໍລະປັກທີ່ໂຫດຮ້າຍປ່າເຖື່ອນ ມີກຳລັງບໍ່ວ່າຈະເປັນຈຳນວນພົນ, ອາວຸດ ແລະ ເຕັກນິກທີ່ທັນສະໄໝເໜືອກວ່າເປັນຫຼາຍເທົ່າ, ແຕ່ດ້ວຍຄວາມສະຫຼາດສ່ອງໃສ ແລະ ຄວາມມີໄຫວພິບປະຕິພານຂອງພັກ, ບວກກັບນໍ້າໃຈຮັກຊາດອັນດູດດື່ມ ບໍ່ຍອມຈໍານົນຕໍ່ສັດຕູຜູ້ຮຸກຮານຂອງຄົນລາວ ແລະ ການຊ່ວຍເຫຼືອຂອງເພື່ອນມິດສາກົນທີ່ກ້າວໜ້າ, ພັກປະຊາຊົນລາວ ໃນເມື່ອກ່ອນ ກໍຄື ພັກປະຊາຊົນ ປະຕິວັດລາວ ໃນປັດຈຸບັນ ຈຶ່ງສາມາດນໍາພາປວງຊົນລາວປົດປ່ອຍຊາດ ແລະ ປະກາດເອກະລາດ ແລະ ອະທິປະໄຕຂອງຕົນຂຶ້ນໃນວັນທີ 2 ທັນວາ 1975.
ພາຍຫຼັງປົດປ່ອຍຊາດ ພັກເຮົາໄດ້ນໍາພາປວງຊົນລາວດໍາເນີນການປົວແປງ ຮຳບາດແຜສົງຄາມ ແລະ ປະຕິບັດໜ້າທີ່ສອງຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ໝັ້ນຄົງ ແລະ ສີວິໄລ, ຕະຫຼອດ 70 ປີ ແຫ່ງການສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ແລະ 50 ປີ ແຫ່ງການສະຖາປະນາ ສປປ ລາວ ພັກເຮົາໄດ້ມີຜົນງານອັນຍິ່ງໃຫຍ່ ແລະ ມະຫາສານ ເປັນຕົ້ນແມ່ນ: ດ້ານການເມືອງ ສາມາດປົກປັກຮັກສາເອກະລາດ ແລະ ຜືນແຜ່ນດິນອັນຄົບຖ້ວນໄວ້ຢ່າງໝັ້ນຄົງ ພັກໄດ້ນໍາພາການພັດທະນາເສດຖະກິດ ແລະ ສັງຄົມ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໝັ້ນທ່ຽງ, ດ້ານວັດທະນະທໍາ ໄດ້ມີການປົກປັກຮັກສາ ແລະ ເສີມຂະຫຍາຍ, ສປປ ລາວ ໄດ້ມີບົດບາດ ແລະ ໃບໜ້າໃໝ່ ໃນເວທີສາກົນ ປະກອບສ່ວນໃຫ້ແກ່ການພັດທະນາ ຢູ່ພາກພື້ນ ແລະ ໃນໂລກ.