ຖືເປັນການປະກອບສ່ວນອັນສຳຄັນ ທີ່ບໍລິສັດ ສົມພອນ ພັດທະນາກະສິກຳ ຄົບວົງຈອນ ຈຳກັດ ໄດ້ມອບເງິນສົດເປັນຈຳນວນຫຼາຍ ໃຫ້ແກ່ອຳນາດການປົກຄອງແຂວງອັດຕະປື ເພື່ອເປັນທຶນຊຸກຍູ້ນຳໃຊ້ເຂົ້າໃນການຈັດສັນທີ່ດິນປ່າໄມ້ໃນແຂວງອັດຕະປື ໃຫ້ສຳເລັດຕາມລະດັບຄາດໝາຍໃນປີ 2025.
ພິທີມອບເງິນຈຳນວນດັ່ງກ່າວ ແມ່ນໄດ້ມີຂຶ້ນໃນວັນທີ 13 ມີນາ ທີ່ຫ້ອງຮັບແຂກເຈົ້າແຂວງ ໂດຍແມ່ນບໍລິສັດ ສົມພອນ ພັດທະນາກະສິກຳ ຄົບວົງຈອນ ຈຳກັດ ມີເຈດຈຳນົງມອບເງິນຊຸກຍູ້ຈັດສັນທີ່ດິນປ່າໄມ້ ແລະ ເຫັນໄດ້ອຳນາດການປົກຄອງແຂວງຍັງພົບຄວາມຫຍຸ້ງຍາກດ້ານທືນຮອນເຂົ້າໃນການຈັດສັນພື້ນທີ່ດິນຕ່າງໆຂອງແຂວງ ກໍຄື ພື້ນທີ່ດິນທີ່ບໍລິສັດພັດທະກະສິກຳຄົບວົງຈອນ ຈະໄດ້ທຶນພັດທະນາດ້ານກະສິກຳ ຢູ່ເມືອງສະໜາມໄຊຈຶ່ງໄດ້ປຶກສາຫາລືກັບຂະແໜງການກ່ຽວຂ້ອງຈາກພາກລັດ ແລະ ບໍລິສັດສາມາດຊອກແຫຼງທຶນສະ ໜັບສະໜູນຈຳນວນ 3 ຕື້ກີບ ເຊິ່ງມອບໂດຍ ທ່ານ ສົມພອນ ພົມມະເກດ ຕ່າງໜ້າໃຫ້ບໍລິສັດ ສົມພອນ ພັດທະນາກະສິກຳ ຄົບວົງຈອນ ຈຳກັດ ແລະ ຕ່າງໜ້າຮັບໂດຍແມ່ນ ທ່ານ ພົທ ວັນທອງ ກອງມະນີ ເຈົ້າແຂວງ ອັດຕະປື ເຊິ່ງໄດ້ມີບັນດາທ່ານຜູ້ຕ່າງໜ້າຈາກຂະແໜງການກ່ຽວຂ້ອງພາກລັດເຂົ້າຮ່ວມ.
ບໍລິສັດ ສົມພອນ ພັດທະນາກະສິກຳ ຄົບວົງຈອນ ຈຳກັດ ປັດຈຸບັນໄດ້ສ້າງຕັ້ງໂຮງງານຜະລິດແກັດເຈ້ຍໃກ້ຈະສຳເລັດ ເປັນແຫ່ງທຳອິດ ທີ່ຕັ້ງຢູ່ນະຄອນປາກເຊ ແຂວງ ຈຳປາສັກ ແລະ ຖ້າຫາກທາງພາກລັດແຂວງອັດຕະປືສຳຫຼວດພື້ນທີ່ດີນປ່າໄມ້ສຳເລັດຕາມແຜນ ຈະໄດ້ດຳເນີນສຳປະທານພື້ນທີ່ດີນເປັນຈຳນວນຫຼາຍ 100 ເຮັກຕາ ລົງທຶນພັດທະນາດ້ານກະສິກຳຢູ່ເມືອງສະໜາມໄຊ ເພື່ອປູກໄມ້ໃຫ້ໝາກເປັນສິນຄ້າ ແລະ ຈະພັດທະນາໂຄງການໃຫ້ມີການຂະຫຍາຍໂຕ ແລະ ຍືນຍົງ, ທັງສາມາດຊຸກຍູ້ສົ່ງເສີມໃຫ້ປະຊາຊົນມີວຽກເຮັກງານທຳ, ມີລາຍໄດ້ໃນລະດັບທີ່ແນ່ນອນ.
ໃນໂອກາດນີ້ ທ່ານ ເຈົ້າແຂວງໆ ອັດຕະປື ກໍ່ໄດ້ຕີລາຄາສູງ ແລະໄດ້ກ່າວຂອບໃຈ ແລະ ຊົມເຊີຍຕໍ່ບໍລິສັດດັ່ງກ່າວ ທີ່ໄດ້ນຳເອົາເງິນມາມອບໃນຄັ້ງນີ້ ພ້ອມທັງໃຫ້ຄຳຫມັ້ນສັນຍາຈະນຳໃຊ້ເງິນທີ່ບໍລິສັດເອົາມາຊ່ວຍເຫລືອນັ້ນ ໄປນຳໃຊ້ເຂົ້າໃນວຽກງານຈັດສັນທີ່ດິນປ່າໄມ້ໃຫ້ເກີດຜົນປະໂຫຍດສູງສຸດ.
ໂດຍ: ໄພບູນ



