ອີງຕາມມະຕິ ເລກທີ 03/ຄບສພ, ລົງວັນທີ 12 ມີນາ 2025 ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ ໃຫ້ຮູ້ວ່າ: ມາຮອດປີ 2024, ກົງຈັກການຈັດຕັ້ງຢູ່ຂັ້ນສູນກາງ ມີທັງໝົດ 47 ພາກ ສ່ວນ ນັບທັງອົງການຂອງພັກ, ລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ, ມີຈໍານວນກົມ 456 ກົມ ແລະ ມີພະແນກຂຶ້ນກັບກົມ ຈຳນວນ 2.222 ພະແນກ.
ການກໍານົດຕຳແໜ່ງງານ ຍັງມີບາງດ້ານບໍ່ທັນຈະແຈ້ງ, ຕ້ອງການພະນັກງານຫຼາຍ, ບໍ່ທັນໄປຖືກຕາມທິດ ຄົນໜຶ່ງເຮັດຫຼາຍໜ້າວຽກ, ລັດຖະກອນ ປີ 2024 ມີທັງໝົດ 168.572 ຄົນ (ໃນນີ້ ບໍ່ລວມກໍາລັງປະກອບອາວຸດ), ກວມເອົາ 2,18% ຂອງພົນລະເມືອງ, ທຽບໃສ່ປະເທດໃນອາຊຽນ ຢູ່ລໍາດັບທີ 6, ລັດຖະບານ ຕ້ອງໄດ້ແບກຫາບງົບປະມານເບີກຈ່າຍດ້ານຕ່າງໆ ໃຫ້ພະນັກງານ ເປັນຈຳນວນມະຫາສານ ແຕ່ໜ້າວຽກ ກໍບໍ່ທັນເດີນແມ່ນແລ່ນສະດວກ ແຕ່ຢ່າງໃດ (ປີ 2024 ປະມານ 46 ພັນກວ່າຕື້ກີບກວມເອົາ 38% ຂອງລາຍຮັບປະຈຳປີ ເທົ່າກັບ 6,29% ຂອງ GDP) ເກີດມີສະພາບຂາດດຸນ ລະຫວ່າງ ລາຍຮັບ ແລະ ລາຍຈ່າຍນັບມື້ນັບກວ້າງອອກ, ບໍ່ສາມາດສະສົມທຶນ ເພື່ອພັດທະນາປະເທດ; ພ້ອມນັ້ນ ການສັບຊ້ອນ, ຈັດວາງພະນັກງານ- ລັດຖະກອນ ຢູ່ແຕ່ລະຂັ້ນ ກໍບໍ່ທັນຮັດກຸມ, ບໍ່ສົມສ່ວນ-ດຸນດ່ຽງກັນ ລະ ຫວ່າງສູນກາງ, ທ້ອງຖິ່ນ-ຮາກຖານ…
ຈາກສະພາບຄືດັ່ງກ່າວນັ້ນ ຈຶ່ງບໍ່ສາມາດປັບປຸງ ຫຼື ກ້າວສູ່ການປະຕິຮູບນະໂຍບາຍຂອງລະບອບເງິນເດືອນ, ເງິນອຸດໜຸນນະໂຍບາຍຂອງພະນັກງານ-ລັດຖະກອນ ໃຫ້ແທດເໝາະ ແລະ ສົມເຫດສົມຜົນກັບລະດັບການຂະຫຍາຍຕົວຂອງການພັດທະນາ ແລະ ຄ່າຄອງຊີບໄດ້ ເທື່ອ, ຈຶ່ງສົ່ງຜົນກະທົບ ແລະ ເກີດມີກໍລະນີຄຸນນະພາບ ແລະປະສິດທິຜົນຂອງວຽກງານຍັງຕໍ່າ, ການສະເລ່ຍ-ເກື້ອກູນສູງ, ຈຶ່ງບໍ່ສາມາດສ້າງແຮງຈູງໃຈ ແລະ ກະຕຸກຊຸກຍູ້ຄວາມຕັ້ງໜ້າ, ຫ້າວຫັນ ຕໍ່ການປະຕິບັດໜ້າທີ່, ບໍ່ສົ່ງເສີມໄດ້ຜູ້ມີຫົວຄິດປະດິດສ້າງ, ຜູ້ເຮັດວຽກດີ-ເຮັດວຽກເກັ່ງຂອງພະນັກ ງານລັດຖະກອນ ໄດ້ເທົ່າທີ່ຄວນ, ຍິ່ງໄປກວ່ານັ້ນ ກໍເກີດມີຊ່ອງ ຫວ່າງສວຍໃຊ້ ໜ້າທີ່-ຕໍາແໜ່ງ, ສວຍໃຊ້ຊ່ອງຫວ່າງກົດໝາຍ ເພື່ອຫາຜົນປະໂຫຍດສ່ວນຕົວ, ສ້າງກຸ່ມກ້ອນ ທີ່ບໍ່ຊອບທໍາ, ເກີດມີການປຽບທຽບຊັ່ງຊາ, ລະແວງສົງໃສກັນ ລະຫວ່າງຂະ ແໜງການ ກັບ ຂະແໜງການ ແລະ ລະຫວ່າງ ກຸ່ມຂົງເຂດນີ້ກັບ ຂົງເຂດອື່ນ, ເຊິ່ງໄດ້ເກີດຂຶ້ນ ແລະ ກໍາລັງເກີດຂຶ້ນຢ່າງແຜ່ຫຼາຍ.
ບົນພື້ນຖານສະພາບດັ່ງກ່າວ ແລະ ໂດຍປະຕິບັດຕາມນະໂຍບາຍທີ່ວາງອອກ ໃນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ຈຶ່ງມີຄວາມຈໍາເປັນຕ້ອງປັບປຸງກົງຈັກການຈັດຕັ້ງຂອງລັດຖະບານຄືນໃໝ່.



