ໃນວັນທີ 13 ມີນາ 2025 ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດ ແລະ ການພົວພັນຮ່ວມມືກັບຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມກວດກາ ການຈັດຕັ້ງປະຕິບັດໂຄງການລົງທຶນຂຸດຄົ້ນບໍ່ແຮ່ ຢູ່ແຂວງຫົວພັນ ໂດຍມີທ່ານ ພຸດພັນ ແກ້ວວົງໄຊ, ຮອງເຈົ້າແຂວງໆຫົວພັນ ພ້ອມດ້ວຍຜູ້ຕາງໜ້າພະແນກການຂອງແຂວງ, ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃຫ້ການຕ້ອນຮັບ ແລະ ເຄື່ອນໄຫວເຮັດວຽກຮ່ວມ.
ຈຸດປະສົງ ແມ່ນເພື່ອຕິດຕາມກວດກາ ແລະ ຊຸກຍູ້ການປະຕິບັດໂຄງການລົງທຶນດ້ານບໍ່ແຮ່ ຢູ່ແຂວງຫົວພັນ ໃຫ້ໄປຕາມນະໂຍບາຍ ກໍ່ຄືກົດໝາຍ ແລະ ລະບຽບການກ່ຽວຂ້ອງ ຢ່າງຖືກຕ້ອງ ແລະ ເຂັ້ມງວດ, ແກ້ໄຂບັນດາຂໍ້ຄົງ ຄ້າງ ແລະ ບັນດາຫາງສຽງຕ່າງໆ, ທັງຮັບປະກັນຄວາມໂປ່ງໃສ, ແນໃສ່ເຮັດໃຫ້ການລົງທຶນ ມີປະສິດທິພາບ ແລະ ປະສິດທິຜົນ, ນຳເອົາປະໂຫຍດສູງສຸດ ມາໃຫ້ປະເທດຊາດ ແລະ ປະຊາຊົນ ຢ່າງແທ້ຈິງ.
ໃນໂອກາດນີ້, ຄະນະຂອງທ່ານ ຮອງນາຍົກລັດຖະມົນຕີ ໄດ້ໄປຕິດຕາມກວດກາເບິ່ງການຈັດຕັ້ງປະຕິບັດໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຫາຍາກ ຂອງບໍລິສັດ ລາວ-ຈີນ ພັດທະນາແຮ່ຫາຍາກ ພາກເໜືອ ຈຳກັດ ຢູ່ເມືອງຫົວເມືອງ; ໂຄງການສໍາຫຼວດ, ຂຸດຄົ້ນ, ປຸງແຕ່ງ ແລະ ສົ່ງອອກແຮ່ເຫຼັກ, ແຮ່ທອງ, ແຮ່ຄຳ ແລະ ແຮ່ຫາຍາກ ຂອງກຸ່ມບໍລິສັດ ນິກສັນ ພັດທະນາບໍ່ແຮ່ຈຳກັດ ຢູ່ເມືອງຮ້ຽມ ເຫັນວ່າ: ໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຫາຍາກ ຂອງບໍລິສັດ ລາວ-ຈີນ ພັດທະນາແຮ່ຫາຍາກ ພາກເໜືອ ຈຳກັດ ໄດ້ເຊັນສັນຍາຂຸດຄົ້ນ ແລະ ປຸງແຕ່ງແຮ່ຫາຍາກກັບລັດຖະບານ ໃນເດືອນມັງກອນ 2022 ໃນເນື້ອທີ່ 5 ກິໂລຕາແມັດ. ຜ່ານການຂຸດຄົ້ນ ແລະ ປຸງແຕ່ງ ແຕ່ປີ 2023 ຮອດປະຈຸບັນ ສາມາດສົ່ງອອກແຮ່ຫາຍາກໄດ້ 10,300 ກວ່າໂຕນ, ລວມມູນຄ່າ ປະມານ 58 ລ້ານໂດລາ ໂດຍໄດ້ປະຕິບັດພັນທະໃຫ້ລັດແລ້ວ 13 ລ້ານກວ່າໂດລາ ແລະ 63 ຕື້ກວ່າກີບ. ສ່ວນໂຄງການສໍາຫຼວດ, ຂຸດຄົ້ນ, ປຸງແຕ່ງ ແລະ ສົ່ງອອກແຮ່ເຫຼັກ, ແຮ່ທອງ, ແຮ່ຄຳ ແລະ ແຮ່ຫາຍາກ ຂອງກຸ່ມບໍລິສັດ ນິກສັນ ພັດທະນາບໍ່ແຮ່ຈຳກັດ ໄດ້ເຊັນສັນຍາຂຸດຄົ້ນ, ປຸງແຕ່ງ ແລະ ສົ່ງອອກແຮ່ເຫຼັກ ກັບລັດຖະບານ ໃນເດືອນຕຸລາ 2021 ໃນເນື້ອທີ່ 12.56 ກິໂລຕາແມັດ ດ້ວຍອາຍຸສັນຍາ 14 ປີ ໂດຍໄດ້ມອບພັນທະໃຫ້ລັດລ່ວງໜ້າ 2 ລ້ານໂດລາ ແລະ ຊ່ວຍເຫຼືອລ້າ ສ້ອມແປງເສັ້ນທາງປູຫີນ 2 ຊັ້ນ ແຕ່ເຂດບ້ານຖໍ້າລາ ຫາເທດສະບານເມືອງຮ້ຽມ ມີຄວາມຍາວ 30 ກວ່າກິໂລແມັດ ລວມມູນຄ່າ 16 ຕື້ກວ່າກີບ. ນອກນັ້ນ, ບໍລິສັດ ຍັງໄດ້ໃຫ້ການຊ່ວຍເຫຼືອແຂວງຫົວພັນ ນອກພັນທະສັນຍາ ໃນປີ 2023 ແລະ 2024 ລວມມູນຄ່າທັງໝົດ 43 ຕື້ກວ່າກີບ.
ການໄປຕິດຕາມກວດກາແຕ່ລະໂຄງການ, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມ ແລະ ເນັ້ນໜັກ ໃຫ້ບໍລິສັດຜູ້ລົງທຶນ ເອົາໃຈໃສ່ດຳເນີນກິດຈະການ ຖືກຕ້ອງສອດຄ່ອງຕາມພັນທະສັນຍາ ກໍ່ຄືແຜນການ ແລະ ມາດຕະຖານເຕັກນິກ ໃນການຂຸດຄົ້ນ ແລະ ປຸງແຕ່ງ ຢ່າງເຄັ່ງຄັດ, ບໍ່ໃຫ້ສົ່ງຜົນກະທົບຕໍ່ສິ່ງແວດລ້ອມທຳມະຊາດ ແລະ ສັງຄົມ; ປະກອບເອກະສານຕ່າງໆ ໃຫ້ຄົບຖ້ວນຕາມກົດໝາຍ ແລະ ລະບຽບການ ທີ່ກຳນົດໄວ້; ສືບຕໍ່ໃຫ້ການຊ່ວຍເຫຼືອພັດທະນາທ້ອງຖິ່ນ ແລະ ສັງຄົມໃຫ້ຫຼາຍຂຶ້ນ. ນອກນັ້ນ, ທ່ານ ຍັງໄດ້ແຈ້ງໃຫ້ຊາບ ກ່ຽວກັບນະໂຍບາຍສົ່ງເສີມການລົງທຶນດ້ານບໍ່ແຮ່ຂອງລັດຖະບານ ໂດຍສະເພາະ ການເລືອກເຟັ້ນໂຄງການລົງທຶນທີ່ມີປະສິດທິຜົນ, ໂຄງການທີ່ມີຄວາມຈິງໃຈ ເຮັດແທ້ທຳຈິງ, ການໃຫ້ບູລິມະສິດ ໂຄງການລົງທຶນ ແລະ ປະກອບສ່ວນພັດທະນາເຂດຊົນນະບົດຫ່າງໄກສອກຫຼີກ ໂດຍສະເພາະ ເຂດພື້ນຖານຂອງການປະຕິວັດລາວ ໃຫ້ໄດ້ຮັບການພັດທະນາ ຢ່າງສົມຄູ່ ແລະ ທຽບທັນກັບທ້ອງຖິ່ນອື່ນ.
ການເຄື່ອນໄຫວເຮັດວຽກຢູ່ແຂວງຫົວພັນ ໃນຄັ້ງນີ້, ທ່ານ ຮອງນາຍົກລັດຖະມົນຕີ ແລະ ຄະນະ ຍັງໄດ້ໄປກວດກາເບິ່ງບໍ່ຖ່ານຫີນ ຢູ່ບ້ານເມືອງຮາມ, ເມືອງຊຳເໜືອ; ໄດ້ໄປຢ້ຽມຢາມອະນຸສອນສະຖານ ກອງຮ້ອຍລາດຊະວົງ ແລະ ຖໍ້າກອງຮ້ອຍລາດຊະວົງ ຢູ່ເມືອງຊຽງຄໍ້ ຕື່ມອີກ.
ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ








