ການມອບ-ຮັບຂົວບ້ານຫ້ວຍໃຜ່ ເຊິ່ງເປັນບ້ານວິລະຊົນ ເມືອງສຸຂຸມາ ແຂວງຈໍາປາສັກ ມີຂຶ້ນໃນຕອນແລງວັນທີ 13 ມີນາ 2025 ໂດຍການມອບຂົວແຫ່ງນີ້ແມ່ນຢູ່ໃນບັນຍາກາດສໍາຄັນ ຊຶ່ງຢູ່ໃນໄລຍະຂອງການດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກເມືອງສຸຂຸມາ ແລະ ໃນໄລຍະການຂໍ່ານັບຊົມເຊີຍສະຫຼອງວັນສໍາຄັນຂອງພັກ, ຂອງຊາດ ສະເພາະແມ່ນວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ (22 ມີນາ 1955 – 22 ມີນາ 2025)
ໃຫ້ກຽດເຂົ້າຮ່ວມ ແລະ ກ່າວມອບຂົວດັ່ງກ່າວຂອງທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ, ມີການນໍາຂອງແຂວງ, ການນໍາຂອງເມືອງ, ອໍານາດການປົກຄອງບ້ານ ແລະ ປະຊາຊົນບ້ານຫ້ວຍໃຜ່ເຂົ້າຮ່ວມ.
ໃນພິທີໄດ້ຮັບຟັງການລາຍງານຈາກຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງສຸຂຸມາກ່ຽວກັບຂັ້ນຕອນຂອງການດໍາເນີນການກໍ່ສ້າງຂົວ ເປັນຕົ້ນ: ເຕັກນິກໃນການກໍ່ສ້າງ ແລະ ຜົນສຳເລັດຂອງການກໍ່ສ້າງຂົວ ຫ້ວຍໃຜ່ ເຊິ່ງໄດ້ເລີ່ມສຳຫຼວດອອກແບບໃນປີ 2021 ໂດຍນຳໃຊ້ທຶນ 3,4 ຕື້ກີບ, ໂດຍການມີສ່ວນຮ່ວມຂອງປະຊາຊົນ 400 ລ້ານກີບ ແລະ ມີພາກສ່ວນຕ່າງໆໃນສັງຄົມໃຫ້ການປະກອບສ່ວນ. ຂົວມີຄວາມຍາວ 45 ກວ່າແມັດ, ກວ້າງ 4 ແມັດ, ການກໍ່ສ້າງແມ່ນໄດ້ເລີ່ມແຕ່ປີ 2022 ມາຮອດປັດຈຸບັນແມ່ນສາມາດເປີດນຳໃຊ້ໄດ້ແລ້ວ.
ໂອກາດນີ້ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ ໄດ້ກ່າວເປີດການນຳໃຊ້ຂົວຢ່າງເປັນທາງການ, ພ້ອມຊົມເຊີຍບັນດາອົງການຈັດຕັ້ງທຸກຂັ້ນ ແລະ ປະຊາຊົນທີ່ມີຄວາມຕັດສິນໃຈສູງ, ມີຄວາມສາມັກຄີກັນທາງດ້ານເຫື່ອແຮງ ແລະ ປັດໄຈເຂົ້າໃນການສ້າງຂົວຂອງບ້ານ ແລະ ທັງເນັ້ນໜັກໃຫ້ປະຊາຊົນບ້ານຫ້ວຍໃຜ່ ເຊິ່ງເປັນບ້ານວິລະຊົນຕ້ອງໄດ້ເອົາໃຈໃສ່ປົກປັກຮັກສາ ແລະ ນຳໃຊ້ຂົວດັ່ງກ່າວໃຫ້ໄດ້ຢ່າງຍາວນານ.
ພ້ອມນີ້ອໍານາດການປົກຄອງບ້ານ ແລະ ປະຊາຊົນບ້ານຫ້ວຍໃຜ່ ກໍສະແດງຄວາມຂອບໃຈ ແລະ ດີໃຈຢ່າງລົ້ນເຫຼືອທີ່ພັກ-ລັດ ຂັ້ນເທິງພາກສ່ວນຕ່າງໆ ໄດ້ເປັນເຈົ້າການນໍາພາສ້າງຂົວໃຫ້ມີຜົນສໍາເລັດ, ອໍານວຍຄວາມສະດວກໃນການສັນຈອນໄປ-ມາ, ສາມາດຂົນສົ່ງຜະລິດຕະພັນສິນຄ້າທີ່ສາມາດຜະລິດໄດ້ພາຍໃນບ້ານ ໄປຂາຍຕາມທອງຕະຫຼາດສະດວກຂຶ້ນກ່ວາເກົ່າ, ຂົວແຫ່ງນີ້ປຽບເໝືອນແຂນຂາປະຊາຊົນບ້ານຫ້ວຍໃຜ່ ທີ່ຕ້ອງໄດ້ຮ່ວມກັນບູລະນະປົກປັກຮັກສາໃຫ້ສາມາດນໍາໃຊ້ໄດ້ຕະຫຼອດໄປ.
ຂ່າວ-ພາບ: ຈັນທະວີສັກ





