ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຈີນ-​ອາ​ຊຽນ ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ປັນ​ຍາ​ປະ​ດິດ

Mar 14, 2025

ໃນ​ໄລ​ຍະ​ຈັດກອງປະຊຸມ ຄັ້ງທີ 3 ຂອງສະພາປະຊາຊົນແຫ່ງຊາດຈີນ ​​ຊຸດທີ 14 ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ ​ທີ່​ນະ​ຄອນຫຼວງ​ປັກ​ກິ່ງ​ຂອງ​ຈີນ ​ລະ​ຫວ່າງວັນ​ທີ 5-11 ມີ​ນາ​ນີ້, ຄະ​ນະ​ຜູ້​ແທນເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ້ວງກວາງ​ຊີ ໄດ້​ຍື່ນ​ “​ຂໍ້​ສະ​ເໜີ​ກ່ຽວ​ກັບ​ກາ​ນ​ສະ​ໜັບ​ສະ​ໜູນ​ເຂດກວາງ​ຊີສ້າງ​ຕັ້ງ​ສູນ​ຮ່ວມ​ມື​ແບບ​ຫົວ​ຄິດ​ປະ​ດິດ​ສ້າງ​ດ້ານ​ປັນ​ຍາ​ປະ​ດິດຈີນ-ອາ​ຊຽນ”. ໃນ​ຍຸກ AI, ເຂດກວາງ​ຊີ​ໄດ້​ເສີມ​ຂະ​ຫຍາຍ​ທ່າ​ແຮງ​ພິ​ເສດ​ຂອງ​ຕົນ, ເພີ່ມ​ທະ​ວີ​ກາ​ນ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ດີ​ຈີ​ຕອນ​ກັບ​ປະ​ເທດ​ສ​ະ​ມາ​ຊິກ​ອາຊຽນ.
ເດືອນ​ກຸ​ມ​ພາ​ 2025, ເຂດກວາງ​ຊີ ແລະ ສ​ປ​ປ ລາວ​ໄດ້​ເຊັນສັນ​ຍາ​ວ່າ​ດ້ວຍການ​ຮ່ວມ​ກັນ​ສ້າງ​ສູນ​ຮ່ວມ​ມື​ແບບ​ຫົວ​ຄິດ​ປະ​ດິດ​ສ້າງ​ດ້ານ​ປັນ​ຍາ​ປະ​ດິດ ຈີນ-​ລາວ, ເຊິ່​ງ​ເປັນສູນ​ຮ່ວມ​ມື​ແບບ​ຫົວ​ຄິດ​ປະ​ດິດ​ສ້າງ​ດ້ານ​ປັນ​ຍາ​ປະ​ດິດ​ແຫ່ງ​ທຳ​ອິດ​ລະ​ຫວ່າງ​ຈີນ ແລະ​ປະ​ເທດ​ສ​ະ​ມາ​ຊິກອາ​ຊຽນ.
ຊຸມ​ປີ​ມໍ່ໆ​ມາ​ນີ້, ​ການ​ຮ່ວມ​ມື​ສອງ​ຝ່າຍ ແລະຫຼາຍ​ຝ່າຍ​ໃນ​ຂົງ​ເຂດ​ດີ​ຈີ​ຕອນ​ລະ​ຫວ່າງຈີນ ແລະ​ປະ​ເທດສ​ະ​ມາ​ຊິກ​ອາ​ຊຽນ​ໄດ້​ພັດ​ທະ​ນາ​ຢ່າງວ່ອງ​ໄວ, ເພີ່ມ​ພະ​ລັງ​ແຮງ​ຂັບ​ເຄື່ອນ​ໃໝ່ຫຼາຍ​ກວ່​າ​ເກົ່າ​ເຂົ້າ​ໃນ​ການ​ພັດ​ທ​ະ​ນາ​ຂອງ​ເສດ​ຖະ​ກິດ​ສັງ​ຄົມ​ໃນ​ພາກ​ພື້ນ.
ທີ່ມາ: CMG
อาจเป็นการ์ตูนรูป 1 คน, หน้าจอ, โปสเตอร์ และ ข้อความ