ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ເມືອງຊານໄຊ ຄັ້ງທີ XIV ໄດ້ອັດລົງດ້ວຍຜົນສໍາເລັດ ພາຍຫຼັງທີ່ດໍາເນີນມາເປັນເວລາ 2 ວັນ, ແຕ່ວັນທີ 13-14 ມີນາ 2025 ທີ່ຫ້ອງປະຊຸມ ກອງບັນຊາການ ປ້ອງກັນຄວາມສະຫງົບເມືອງ ພາຍໃຕ້ການເປັນປະທານຂອງສະຫາຍ ຫັດສະໄນ ສີບຸນເຫຼືອງ ກຳມະການພັກແຂວງ ເລຂາພັກເມືອງ, ວ່າການເຈົ້າເມືອງຊານໄຊ, ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ພົນໂທ ວັນທອງ ກອງມະນີ ກຳມະການສູນກາງພັກ ເລຂາພັກແຂວງ, ເຈົ້າແຂວງອັດຕະປື, ມີບັນດາສະຫາຍໃນຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ບັນດາສະຫາຍ ຄະນະພັກຮາກຖານ, ເລຂາໜວຍພັກທີ່ຂຶ້ນກັບຄະນະພັກຮາກຖານ, ບັນດາສະຫາຍອາດີດການນໍາຂອງເມືອງ-ພະນັກງານອາວຸໂສບໍານານ, ແຂກຖືກເຊີນ ແລະຜູ້ແທນສົມບູນ ຈຳນວນ 155 ສະຫາຍ, ຍິງ 16 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວເມືອງ ທັງໝົດ 1.380 ສະຫາຍ, ຍິງ 324 ສະຫາຍ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຕະຫຼອດ ໄລຍະ 2 ວັນ ຂອງກອງປະຊຸມດໍາເນີນໄປດ້ວຍເນື້ອໃນ ແລະ ຮູບການໃນລະດັບທີ່ດີ, ກະທັດຮັດ, ມີເນື້ອໃນ ແລະ ຜົນສໍາເລັດຫຼາຍດ້ານ, ຄະນະປະທານໄດ້ຕິດຕາມຊີ້ນໍາກອງປະຊຸມຕາມວະລະ, ໄດ້ສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XIIl ຂອງອົງຄະນະພັກເມືອງ ຕະຫຼອດໄລຍະ 5 ປີຜ່ານມາ, ໄດ້ຮັບຟັງບົດລາຍງານການເມືອງທັງສອງພາກ, ຮັບຟັງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ lX ໄລຍະແຕ່ປີ2020-2024, ແລະ ທິດທາງແຜນການ 5 ປີ ຄັ້ງທີ X, ຜ່ານບົດສໍາຫຼວດນໍາພາລວມຂອງຄະນະບໍລິຫານງານພັກເມືອງ ສະໄໝ ທີ XIIl, ໃນກອງປະຊຸມໄດ້ລົງປະຊາມະຕິຢ່າງເປັນເອກະສັນຮັບຮອງເອົາບັນດາເນື້ອໃນທີ່ສຳຄັນຕໍ່ບົດລາຍງານການເມືອງ ຂອງຄະນະບໍລິຫານງານພັກເມືອງຄັ້ງທີ XIIl, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ lX ໄລຍະແຕ່ປີ 2020-2024, ແລະ ທິດທາງແຜນການ 5 ປີ ຄັ້ງທີ X 2025-2029, ຜູ້ແທນກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາທິປະໄຕ ຂອງຕົນປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກເມືອງຊຸດໃໝ່ ຈຳນວນ 25 ສະຫາຍ, ຍິງ 2 ສະຫາຍ, ກອງປະຊຸມຄັ້ງປະຖົມມະລຶກໄດ້ຕົກລົງເລືອກເອົາຄະນະປະຈຳ 7 ສະຫາຍ, ເລືອກເອົາ ສະຫາຍ ຫັດສະໄນ ສີບຸນເຫຼືອງ ເປັນເລຂາຄະນະບໍລິຫານງານພັກເມືອງ, ສະຫາຍ ບຸນເນັມ ໄຊຍະເສັ້ມ ແລະ ສະຫາຍ ບົວຄຳ ຮຽງລາເຢ ເປັນຮອງເລຂາຄະນະບໍລິຫານງານພັກເມືອງ, ເລືອກເອົາ ສະຫາຍ ທອງວັນ ຢວງຢາເຢຍ ເປັນປະທານກວດກາ, ເລືອກເອົາສະຫາຍ ບົວໃຈ ແກ້ວແສງສີ ແລະ ສະຫາຍ ໂນມີໄຊ ແພງພູດອຍ ເປັນຮອງປະທານກວດກາ, ພ້ອມນີ້ໄດ້ປ່ອນບັດເອົາຜູ້ແທນໄປຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຄັ້ງທີ XII ຈຳນວນ 13 ສະຫາຍ, ຍິງ 2 ສະຫາຍ ແລະ ຜູ້ແທນສຳຮອງ 2 ສະຫາຍ.
ຂ່າວໂດຍ: ສຸກສະຫວ່າງ





