ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມສຳມະນາໂຕະມົນ APF ໄດ້ສຳເລັດລົງຢ່າງຈົບງາມ

Mar 14, 2025

ກອງປະຊຸມກໍາມາທິການວຽກງານສະມາຊິກລັດຖະສະພາ ແລະ ກອງປະຊຸມສຳມະນາໂຕະມົນ ຂອງສະມັດຊາລັດຖະສະພາຝຣັ່ງໂກໂຟນີ (APF) ໄດ້ສຳເລັດລົງຢ່າງຈົບງາມ ເຊິ່ງຜົນຂອງກອງປະຊຸມຄັ້ງນີ້ ຈະເປັນຂໍ້ມູນທີ່ສຳຄັນ ເພື່ອສັງລວມເປັນຮ່າງບົດລາຍງານຂອງກຳມາທິການວຽກງານສະມາຊິກລັດຖະສະພາ ແລະ ຈະຖືກຮັບຮອງເອົາໃນກອງປະຊຸມສະມັດຊາໃຫຍ່ລັດຖະສະພາຝຣັ່ງໂກໂຟນີ (APF) ຄັ້ງທີ 50 ເຊິ່ງຈະຈັດຂຶ້ນໃນເດືອນກໍລະກົດ 2025 ທີ່ປາຣີ ປະເທດຝຣັ່ງ.
ພິທີປິດກອງປະຊຸມດັ່ງກ່າວຈັດຂຶ້ນວັນທີ 14 ມີນາ 2025 ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ສັນຍາ ປຣະເສີດ ປະທານກຳມາທິການການຕ່າງປະເທດ ປະທານຄະນະລັດຖະສະພາຝຣັ່ງໂກໂຟນີ ຂອງສະພາແຫ່ງຊາດລາວ ແລະ ທ່ານ ຮຸດແຊັງ ບວກຊີ ຮອງປະທານກຳມາທິການວຽກງານສະມາຊິກລັດຖະສະພາຂອງຝຣັ່ງ ມີຜູ້ເຂົ້າຮ່ວມຈາກປະເທດສະມາຊິກ APF ຈາກ 11 ປະເທດສະມາຊິກຝຣັ່ງໂກໂຟນີ.
ກອງປະຊຸມຄັ້ງນີ້ ຄະນະຜູ້ແທນໄດ້ຮ່ວມກັນຄົ້ນຄວ້າ ປຶກສາຫາລື ແລກປ່ຽນຂໍ້ມູນຂ່າວສານ ແລະ ຄຳຄິດຄຳເຫັນເຊິ່ງກັນ ແລະ ກັນຢ່າງກົງໄປກົງມາ ດ້ວຍຄວາມຮັບຜິດຊອບສູງ ແລະ ສ້າງສັນ ຕໍ່ບົດລາຍງານກ່ຽວກັບຄວາມຮັບຜິດຊອບທາງດ້ານຈັນຍາບັນ ຂອງບັນດາສະມາຊິກລັດຖະສະພາໃນການປະເຊີນໜ້າກັບຂ່າວທີ່ບໍ່ມີມູນຄວາມຈິງ ບົດລາຍງານຄວາມຄືບໜ້າຂອງແຜນການປະຕິບັດງານທີ່ດີ ຂອງລັດຖະສະພາໃນການສົ່ງເສີມການນຳໃຊ້ພາສາຝຣັ່ງ ແລະ ບົດລາຍງານຄວາມຄືບໜ້າຂອງການສ້າງນິຕິກຳ ເພື່ອປົກປ້ອງຜູ້ໃຫ້ເບາະແສ ກອງປະຊຸມໄດ້ເຫັນດີເປັນເອກະພາບກັນ ໃນການສົ່ງເສີມການສ້າງ ແລະ ປັບປຸງນິຕິກຳໃຫ້ມີຄວາມຮັດກຸມ ຮັບປະກັນ ແລະ ສ່ອດຄ່ອງກັບສະພາບການໃນການຫັນເປັນດິຈິຕອນ ແລະ ການນຳໃຊ້ປັນຍາປະດິດ ເພື່ອການພັດທະນາເສດຖະກິດ-ສັງຄົມ ຂອງບັນດາປະເທດຕ່າງໆ ຫຼຸດຜ່ອນຄວາມແຕກໂຕນທາງດ້ານດິຈິຕອນ ເພື່ອຮັບປະກັນການພັດທະນາແບບຍືນຍົງ ແລະ ຍົກສູງລະດັບຊີວິດການເປັນຢູ່ຂອງປະຊາຊົນບັນດາປະເທດທີ່ໃຊ້ພາສາຝຣັ່ງໃຫ້ດີຂຶ້ນ ລວມໄປເຖິງການສົ່ງເສີມການນຳໃຊ້ລະບົດດິຈິຕອນ ເຂົ້າໃນການປະຕິບັດໜ້າທີ່ວຽກງານຂອງລັດຖະສະພາຂອງສະມາຊິກຝຣັ່ງໂກໂຟນີ ໃຫ້ມີການພັດທະນາເລື້ອຍໆ.
ທີ່ມາ: ວຽງຈັນໃຫມ່