ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະຫຼອງ ວັນສັດປ່າ ແຫ່ງຊາດ ແລະ ສາກົນ

Mar 14, 2025

ພິທີສະເຫຼີມສະຫຼອງ ວັນສັດປ່າແຫ່ງຊາດ ແລະ ສາກົນ ວັນທີ 3 ມີນາ 2025 ພາຍໃຕ້ຫົວຂໍ້:“ການເງິນເພື່ອວຽກງານອະນຸລັກສັດປ່າ”ໄດ້ຈັດຂຶ້ນ ໃນວັນທີ 14 ມີນານີ້ ທີ່ໂຮງແຮມເມືອງແທງ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຮ່ວມ ຂອງທ່ານ ນາງ ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້, ທ່ານ ມາກ ກາລາກເຮີ (Mark Gallagher) ເອກອັກຄະລັດຖະທູດ ສະຫະພາບເອີຣົບ ປະຈຳ ສປປ ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ການສະເຫຼີມສະຫຼອງວັນດັ່ງກ່າວ, ປີນີ້ເພື່ອໂຄສະນາເຜີຍແຜ່ ແລະ ປູກຈິດສໍານຶກໃຫ້ພະນັກງານຂະແໜງການຂອງລັດ, ຜູ້ປະກອບການ, ນັກຮຽນ, ນັກສຶກສາ ແລະ ປະຊາຊົນໃຫ້ເຂົ້າໃຈຢ່າງເລິກເຊິ່ງຕໍ່ກັບວຽກງານການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ສັດປ່າແບບຍືນຍົງ ແລະ ເພື່ອເຜີຍແຜ່ຜົນການເຂົ້າຮ່ວມກອງປະຊຸມຄັ້ງທີ 78 (SC78) ຂອງຄະນະປະຈຳສົນທິສັນຍາສາກົນວ່າດ້ວຍການຄ້າຂາຍສັດນໍ້າ, ສັດປ່າ ແລະ ພືດປ່າທີ່ໃກ້ຈະສູນພັນລະຫວ່າງຊາດໄຊເຕັດ (CITES) ໃນລະຫວ່າງວັນທີ 3-8 ກຸມພາ 2025 ຜ່ານມາ ທີ່ນະຄອນເຊີແນວ ປະເທດສະວິດ, ໃຫ້ເຂົ້າໃຈຕໍ່ກັບວຽກງານສົນທິສັນຍາ ວ່າດ້ວຍການຄ້າຂາຍສັດນໍ້າ, ສັດປ່າ ແລະ ພືດປ່າທີ່ໃກ້ຈະສູນພັນລະຫວ່າງຊາດ (CITES) ທີ່ ສປປ ລາວ ເຂົ້າເປັນພາຄີ.
ທ່ານ ນາງ ຈັນທະຄອນ ບົວລະພັນ ກ່າວວ່າ: ໃນວັນທີ 3 ມີນາ ຂອງທຸກໆປີ ທົ່ວໂລກໄດ້ຈັດງານສະເຫຼີມສະຫຼອງ ວັນສັດປ່າ ແລະ ພືດປ່າໂລກ ຊຶ່ງກົງກັບວາລະຂອງ ສົນທິສັນຍາສາກົນວ່າດ້ວຍການຄ້າຂາຍຊະນິດພັນສັດປ່າ ແລະ ພືດປ່າທີ່ໃກ້ຈະສູນພັນລະຫວ່າງຊາດ (CITES) ທີ່ໄດ້ລົງນາມໃນປີ 1973 ຄົບຮອບ 52 ປີ ແຫ່ງການກໍາເນີດ ສົນທິສັນຍາສາກົນ CITES ແລະ ສປປ ລາວ ກໍໄດ້ເຂົ້າເປັນພາຄີ ຂອງສົນທິສັນຍາສາກົນດັ່ງກ່າວ ໃນວັນທີ 30 ພຶດສະພາ 2004 ແລະ ໃນປັດຈຸບັນຍັງໄດ້ກຳນົດເອົາວັນດັ່ງກ່າວເປັນວັນສັດປ່າແຫ່ງຊາດໂດຍອີງຕາມກົດໝາຍວ່າດ້ວຍສັດປ່າສະບັບປັບປຸງ (2023) ຊຶ່ງໃນແຕ່ລະປີ ບັນດາປະເທດພາຄີ ກໍໄດ້ພ້ອມກັນຈັດກິດຈະກໍາຕ່າງໆ ເພື່ອປູກຈິດສໍານຶກໃຫ້ແກ່ເຍົາວະຊົນ ແລະ ອະນຸຊົນຮຸ່ນຫຼັງ ກໍຄືທົ່ວໂລກ ໃຫ້ເຫັນໄດ້ຄວາມສໍາຄັນຂອງການອະນຸລັກສັດປ່າ ແລະ ພືດປ່າແນໃສ່ຄວາມອຸດົມສົມບູນ ແລະ ຍືນຍົງ. ເນື່ອງຈາກວຽກງານອະນຸລັກຊັບພະຍາກອນທໍາມະຊາດ ໂດຍສະເພາະແມ່ນ ສັດປ່າ ແລະ ພືດປ່າ ແມ່ນມີຄວາມຈຳເປັນທີ່ສຸດ ເພື່ອບັນລຸເປົ້າໝາຍການອະນຸລັກຊະນິດພັນ, ລະບົບນິເວດ ແລະ ການພັດທະນາແບບຍືນຍົງ.
ທ່ານກ່າວຕື່ມວ່າ: ເພື່ອຜັນຂະຫຍາຍເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ, ມະຕິກອງປະຊຸມໃຫຍ່ອົງຄະນະພັກກະຊວງກະສິກໍາ ແລະ ປ່າໄມ້ ຄັ້ງທີ VI ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດຖະບານ 5 ປີ ຄັ້ງທີ IX ແຕ່ປີ 2021-2025, ພ້ອມທັງປະຕິບັດຕາມລະບຽບການ ຂອງສົນທິສັນຍາສາກົນວ່າດ້ວຍການຄ້າຂາຍສັດປ່າ ແລະ ພືດປ່າທີ່ໃກ້ຈະສູນພັນລະຫວ່າງຊາດ (CITES) ທີ່ ສປປ ລາວ ເປັນພາຄີ ໃຫ້ເປັນຮູບປະທໍາ.
ກະຊວງກະສິກຳ ແລະ ປ່າໄມ້ ຕາງໜ້າໃຫ້ແກ່ ລັດຖະບານ ຮ່ວມກັບ ບັນດາອົງການສາກົນທີ່ເຮັດວຽກກ່ຽວກັບການອະນຸລັກສັດປ່າ ໄດ້ຮ່ວມກັນຈັດງານສະເຫຼີມສະຫຼອງວັນດັ່ງກ່າວຂຶ້ນເພື່ອເປັນການໂຄສະນາເຜີຍແຜ່ກົດໝາຍ ແລະ ລະບຽບການໃຫ້ພໍ່ແມ່ປະຊາຊົນ, ຜູ້ປະກອບການ, ນັກທຸລະກິດ ແລະ ທຸກຄົນທົ່ວສັງຄົມເພື່ອໃຫ້ຮັບຮູ້ ແລະ ເຂົ້າໃຈ, ໃຫ້ເຫັນໄດ້ຄວາມສຳຄັນຂອງສັດປ່າຕໍ່ລະບົບນິເວດ, ຕໍ່ເສດຖະກິດ-ສັງຄົມ ແລະ ໃຫ້ເຫັນເຖິງຜົນຮ້າຍ, ຜົນທີ່ຈະໄດ້ຮັບຫາກມີການລ່າ, ຄ້າ-ຂາຍ ສັດປ່າປະເພດຫວງຫ້າມ ແລະ ປະເພດຄຸ້ມຄອງແບບຜິດກົດໝາຍ. ພ້ອມທັງຮ່ວມແຮງຮ່ວມໃຈກັນເຂົ້າໃສ່ການພັດທະນາ, ຄຸ້ມຄອງ, ອະນຸລັກຮັກສາສັດປ່າ ໃຫ້ຫຼາຍຂຶ້ນ, ແນໃສ່ເພີ່ມຄວາມອຸດົມສົມບູນທາງດ້ານຊະນິດພັນ ແລະ ຈໍານວນປະຊາກອນຂອງສັດປ່າ ທີ່ເປັນມໍລະດົກທາງທໍາມະຊາດ ຂອງຊາດ ໃຫ້ຊົມໃຊ້ແບບຍືນຍົງ ແລະ ໃຫ້ເປັນມໍລະດົກຕົກທອດຮອດເຊັ່ນລູກເຊັ່ນຫຼານ ຂອງພວກເຮົາຕະຫຼອດໄປ.
ທີ່ມາ: ປະຊາຊົນ