ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະກາດແຕ່ງຕັ້ງຮອງປະທານແນວລາວສ້າງຊາດ ນວ

Mar 14, 2025

ແນວລາວສ້າງຊາດນະຄອນຫຼວງວຽງຈັນ (ນວ) ໄດ້ຈັດພິທີປະກາດການຈັດຕັ້ງ ຮອງປະທານແນວລາວສ້າງຊາດ ນວ ຂຶ້ນວັນທີ 14 ມີນາ 2025 ເປັນປະທານຂອງທ່ານ ຖະໜອມ ທຳທອງ ປະທານແນວລາວສ້າງຊາດ ນວ ມີຜູ້ຕາງໜ້າອົງການຈັດຕັ້ງມະຫາຊົນ ນວ ພະແນກການກ່ຽວຂ້ອງ ອົງການທຽບເທົ່າ ແນວລາວສ້າງຊາດ 9 ເມືອງ ແລະ ພະແນກງານຂະແໜງການກ່ຽວຂ້ອງພາຍໃນແນວລາວສ້າງຊາດ ນວ ເຂົ້າຮ່ວມ.
ໃນພິທີໄດ້ຜ່ານມະຕິຕົກລົງຂອງຄະນະປະຈຳພັກ ນວ ສະບັບລົງວັນທີ 19 ກຸມພາ 2025 ແລະ ຜ່ານຂໍ້ຕົກລົງຂອງທ່ານເຈົ້າຄອງ ນວ ວ່າດ້ວຍການຍົກຍ້າຍທ່ານ ໄຊຍະບັດ ຊຸມມະນີວົງ ຮອງເຈົ້າເມືອງສັງທອງ ມາຮັບໜ້າທີ່ໃໝ່ເປັນຮອງປະທານແນວລາວສ້າງຊາດ ນວ ໂດຍແມ່ນທ່ານປະທານແນວລາວສ້າງຊາດ ນວ ເປັນຜູ້ມອບໃບມະຕິຕົກລົງສະບັບດັ່ງກ່າວໃຫ້ທ່ານຮອງປະທານແນວລາວສ້າງຊາດ ນວ ຜູ້ໃໝ່ ເພື່ອສືບຕໍ່ເຮັດໜ້າທີ່ວຽກງານທີ່ພັກ-ລັດກໍຄືການຈັດຕັ້ງຂັ້ນເທິງມອບໝາຍ ໃຫ້ມີຜົນສຳເລັດເປັນກ້າວໆ.
ທີ່ມາ: ວຽງຈັນໃໝ່
May be an image of 3 people and text that says 'ผิทำ มแต่งตั้ง ตั้ง รองปะทามแบอลาอส้า ะถอบภ จังอับทา 14 มิบๆ 202'