ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມປຶກສາຫາລື, ມອບໝາຍໜ້າທີ່ ໃຫ້ຄະນະກຳມະການຕ້ານການຄ້າມະນຸດ ຂອງກະຊວງປ້ອງກັນປະເທດ

Mar 14, 2025

ກອງປະຊຸມປຶກສາຫາລື, ມອບໝາຍໜ້າທີ່ ໃຫ້ຄະນະກຳມະການຕ້ານການຄ້າມະນຸດ ຂອງກະຊວງປ້ອງກັນປະເທດ ໄດ້ຈັດຂຶ້ນໃນວັນທີ 14 ມີນາ 2025 ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນຕີ ປະສິດ ທ່ຽງທຳ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ປະທານຄະນະກຳມະການຊີ້ນຳວຽກງານຕ້ານການຄ້າມະນຸດ ກະຊວງປ້ອງກັນປະເທດ, ມີບັນດາຄະນະກຳມະການຕ້ານການຄ້າມະນຸດ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ພັນເອກ ດາວໄກ ເລີດລີວັນ ຮອງຫົວໜ້າການເມືອງ, ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານຊາຍແດນ, ຄະນະຊີ້ນຳກອງເລຂາຄະນະກຳມະການຕ້ານການຄ້າມະນຸດ ກະຊວງປ້ອງກັນປະເທດ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງ ຄະນະກໍາມະການຕ້ານການຄ້າມະນຸດ ກະຊວງປ້ອງກັນປະເທດ. ຈາກນັ້ນ, ສະຫາຍ ພັນໂທ ຄຳພູວິກ ດາລາເພັດ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານຊາຍແດນ ໄດ້ສະຫຼຸບການຈັດຕັ້ງປະຕິບັດວຽກງານຕ້ານການຄ້າມະນຸດ ໄລຍະ III (2021-2025) ແລະ ທິດທາງແຜນການ ໄລຍະ IV (2026-2030) ຂອງກະຊວງປ້ອງກັນປະເທດ ເຊິ່ງໄດ້ຍົກໃຫ້ເຫັນຜົນງານການເຄື່ອນໄຫວໃນໄລຍະ 5 ປີຜ່ານມາ, ຄະນະກຳມະການຕ້ານການຄ້າມະນຸດ ກະຊວງປ້ອງກັນປະເທດ ພາຍໃຕ້ການຊີ້ນໍາຢ່າງໃກ້ຊິດຕິດແທດ ຂອງກອງເລຂາຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ ໄດ້ຕັ້ງໜ້າຈັດຕັ້ງປະຕິບັດການເຄື່ອນໄຫວຕາມສິດພາລະບົດບາດຂອງຕົນ, ເປັນເຈົ້າການຈັດຕັ້ງຜັນຂະຫຍາຍແຜນງານແຫ່ງຊາດ ວ່າດ້ວຍການຕ້ານການຄ້າມະນຸດ ໄລຍະ III, ແຜນການ ຂອງຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ ແລະ ແຜນເຄື່ອນໄຫວວຽກງານປະຈຳປີຂອງຕົນ ໂດຍຖືເອົາວຽກງານຕ້ານການຄ້າມະນຸດສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານວິຊາສະເພາະ ຂອງກົມກອງ. ສັງລວມແລ້ວ ເຫັນວ່າສະພາບການຄ້າມະນຸດຢູ່ ສປປ ລາວ ຍັງມີຄວາມສ່ຽງສູງ, ແຕ່ພາຍໃນກຳລັງກອງທັບ ຍັງບໍ່ທັນມີບັນຫາການຄ້າມະນຸດເກີດຂຶ້ນ ຫຼື ຕົກເປັນເຫຍື້ອຂອງການຄ້າມະນຸດ.
ໂອກາດນີ້, ສະຫາຍ ພົນຕີ ປະສິດ ທ່ຽງທຳ ໃຫ້ທິດຊີ້ນຳຫຼາຍບັນຫາທີ່ສຳຄັນ ແລະ ເນັ້ນໜັກໃຫ້ບັນດາກອງເລຂາ ຈົ່ງພ້ອມກັນສຸມສະຕິປັນຍາ, ເຫື່ອແຮງ ຄົ້ນຄິດການໂຄສະນາຂົນຂວາຍໃຫ້ແກ່ເປົ້າໝາຍ ແລະ ກຸ່ມສ່ຽງ ຮັບຮູ້ໄດ້ເຖິງຜົນຮ້າຍ ຂອງການຄ້າມະນຸດ ແລະ ເຂົ້າໃຈໄດ້ເຖິງເລ່ລ່ຽມ ຂອງຂະບວນການຄ້າມະນຸດຂ້າມຊາດ. ກອງປະຊຸມມອບໝາຍໜ້າທີ່ຄັ້ງນີ້, ຖືເປັນບາດກ້າວໃໝ່ ຂອງຄະນະກຳມະການຕ້ານການຄ້າມະນຸດ ກະຊວງປ້ອງກັນປະເທດ ເພື່ອຈະໄດ້ພ້ອມກັນນໍາເອົາແຜນການ-ແຜນງານ ຂອງຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ ແລະ ແຜນງານແຫ່ງຊາດ ວ່າດ້ວຍການຕ້ານການຄ້າມະນຸດ ຂອງລັດຖະບານ ໃຫ້ບັນລຸຈຸດປະສົງຄາດໝາຍ.
ທີ່ມາ: ໜັງສືພິມກອງທັບ