ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເສດຖະກິດ ເມືອງຫົງສາ ຂະຫຍາຍຕົວ 6,5% ຕໍ່ປີ

Mar 14, 2025

ໃນໄລຍະ 5 ປີຜ່ານມາ, ເສດຖະກິດທົ່ວເມືອງຫົງສາ ແຂວງໄຊຍະບູລີ ຂະຫຍາຍຕົວສະເລ່ຍ 6,5% ຕໍ່ປີ, ລວມຍອດມູນຄ່າຜົນຜະລິດໄດ້ທັງໝົດ 905,45 ຕື້ກີບ, ສະເລ່ຍໃສ່ຫົວຄົນໜຶ່ງໄດ້ 28,35 ລ້ານກີບ ຫຼື ເທົ່າກັບ 1.418 ໂດລາສະຫະລັດ ຕໍ່ຄົນຕໍ່ປີ ທຽບໃສ່ແຜນການປະຕິບັດໄດ້ 90,95%.
ທ່ານ ແຫຼ້ ອ່ອນສົມບູນ ຮອງເລຂາພັກເມືອງ ໄດ້ລາຍງານຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງຫົງສາ ຄັ້ງທີ IX ໃນວັນທີ 11 ມີນາ 2025 ວ່າ: ພາຍໃຕ້ການນຳພາ-ຊີ້ນຳຂອງອົງຄະນະພັກເມືອງ ແລະ ຄວາມເປັນເຈົ້າການຂອງຂະແໜງການ, ການປະກອບສ່ວນຂອງບັນດາຫົວໜ່ວຍການຜະລິດ-ທຸລະກິດ ແລະ ຄວາມສູ້ຊົນບຸກບືນຂອງປະຊາຊົນບັນດາເຜົ່າ ໄດ້ເຮັດໃຫ້ເສດຖະກິດໂດຍລວມຂອງເມືອງ ຍັງສືບຕໍ່ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ສັງຄົມມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງໃຫ້ດີຂຶ້ນເທື່ອລະກ້າວ, ບັນດາຄາດໝາຍສູ້ຊົນດ້ານຕ່າງໆ ຈຳນວນຫຼາຍແມ່ນບັນລຸຕາມຄາດໝາຍທີວາງໄວ້, ໃນນີ້: ຂະແໜງກະສິກຳ ຂະຫຍາຍຕົວ 4,2%, ຂະແໜງອຸດສາຫະກຳ ຂະຫຍາຍຕົວ 7,3%, ຂະແໜງບໍລິການຂະຫຍາຍຕົວ 7,9%; ການຜະລິດຕິດພັນກັບການປຸງແຕ່ງ ແລະ ການບໍລິການ ເຫັນວ່າມີການຂະຫຍາຍຕົວ ແລະ ສາມາດຕອບສະໜອງໃຫ້ແກ່ສັງຄົມໄດ້ໂດຍພື້ນຖານ, ຜົນຜະລິດເຂົ້າໄດ້ທັງໝົດ 9.728 ໂຕນ, ປະຕິບັດໄດ້ລື່ນແຜນການ 3,16%, ການປູກພືດຜັກ ຜົນຜະລິດສະເລ່ຍ 2.433 ໂຕນຕໍ່ປີ, ພົ້ນເດັ່ນ, ໄດ້ມີການປູກຜັກເຮືອນຮົ່ມ 22 ຫຼັງ ຜົນຜະລິດ 11,3 ໂຕນຕໍ່ປີ; ການປູກພືດເປັນສິນຄ້າໄດ້ 29.639 ໂຕນ, ລື່ນຄາດໝາຍ 5.372 ໂຕນ; ມີກຸ່ມລ້ຽງສັດ 15 ກຸ່ມ, ຟາມລ້ຽງສັດ 4 ຟາມ, ປູກຫຍ້າອາຫານສັດ ເນື້ອທີ່ 568 ເຮັກຕາ ສາມາດຕອບສະໜອງການບໍລິໂພກພາຍໃນໄດ້ໂດຍພື້ນຖານ ສະເລ່ຍ 1.667 ໂຕນຕໍ່ປີ, ຂະແໜງອຸດສາຫະກໍາ-ຫັດຖະກໍາ ມີມູນຄ່າການຜະລິດທັງໝົດ 433 ຕື້ກີບ, ທຽບໃສ່ແຜນການ ປະຕິບັດໄດ້ 246% ແລະ ມູນຄ່າການຈຳໜ່າຍປະຕິບັດໄດ້ 519 ຕື້ກີບ ເທົ່າກັບ 198% ຂອງແຜນການ, ສິ່ງທີ່ພົ້ນເດັ່ນ, ມີໂຮງງານເກີດຂື້ນໃໝ່ເຊັ່ນ: ໂຮງງານປຸງແຕ່ງຂີ້ເຖົ່າລອຍ, ໂຮງງານຜະລິດແຜ່ນຫຍິບຊຳ, ໂຮງງານ ຜະລິດດິນບ໋ອກເບົາ, ໂຮງງານອົບແຫ້ງສາລີ-ໝາກເດືອຍ, ໂຮງງານຄັດແຍກໝາກຖົ່ວເຫຼືອງຝັກສົດ, ໂຮງງານອັດໜີບສັງກະສີ, ໂຮງງານນ້ຳດື່ມ, ໂຮງງານຜະລິດຕາໜ່າງເຫຼັກ ແລະ ລວດໜາມ; ມີການຜະລິດດ້ານຫັດຖະກຳ 7 ກຸ່ມ, ອັນພົ້ນເດັ່ນ, ແມ່ນສິນຄ້າໂອດັອບ (ODOP) ຂອງເມືອງ ເຂົ້າຮ່ວມວາງສະແດງໃນງານຕ່າງໆທັງພາຍໃນ ແລະ ຕ່າງປະເທດ, ເຊິ່ງມີມູນຄ່າການຈຳໜ່າຍ 9,2 ຕື້ກີບ, ການບໍລິການມີບໍລິມາດແຈກຢາຍຜູ້ໂດຍສານບັນລຸໄດ້ 27.742 ເທື່ອຄົນ ເທົ່າກັບ 40,96% ຂອງແຜນການ ແລະ ສາມາດດຶງດູດນັກທ່ອງທ່ຽວເຂົ້າມາເມືອງຫົງສາໄດ້ທັງໝົດ 17.610 ຄົນ, ຈັດເກັບລາຍຮັບເຂົ້າງົບປະມານທັງໝົດ 39,45 ຕື້ກີບ ປະຕິບັດລື່ນແຜນການ 25,01%, ພົ້ນເດັ່ນ ແມ່ນພວກເຮົາສາມາດນຳພາປະຕິບັດລາຍຮັບເຂົ້າງົບປະມານເກີນແຜນທີ່ສະພາອະນຸມັດ 5 ປີຕໍ່ເນື່ອງ; ຄຸ້ມຄອງລາຍຈ່າຍງົບປະມານປະຕິບັດໄດ້ 18,90 ຕື້ກີບ ເທົ່າກັບ 99,41% ຂອງແຜນການ, ສາມາດຊຳລະໜີ້ໃນລະບົບຄັງເງິນ ໄດ້ທັງໝົດ 1,32 ຕື້ກີບ ເທົ່າກັບ 41,77% ຂອງໜີ້ສິນທັງໝົດ, ການສົ່ງອອກສິນຄ້າປະຕິບັດໄດ້ 336 ຕື້ກີບ ເທົ່າກັບ 168% ຂອງແຜນການ, ປຸກລະດົມການລົງທຶນທົ່ວສັງຄົມ ໄດ້ທັງໝົດ 78 ໂຄງການ ມູນຄ່າ 181,31 ຕື້ກີບ, ທຽບໃສ່ແຜນ ການປະຕິບັດໄດ້ 62,28% ໃນນີ້: ການລົງທຶນຂອງລັດ ກວມເອົາ 76,7%, ການສະໜັບສະໜູນຂອງບໍລິສັດໄຟຟ້າຫົງສາ ກວມເອົາ 14,8%, ທຶນຊ່ວຍເຫຼືອລ້າ ແລະ ກູ້ຢືມ(ODA) ກວມເອົາ 4,7%, ທຶນສົມທົບຂອງລັດ ແລະ ປະຊາຊົນ ກວມເອົາ 3,3%.
ຂ່າວ-ພາບ: ຖວທ ຫົງສາ