ພິທີສະເຫຼີມສະຫຼອງວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກ ຄົບຮອບ 70 ປີ (25 ມີນາ 1955 – 25 ມີນາ 2025) ຈັດຂຶ້ນໃນວັນທີ 14 ມີນາ 2025 ທີ່ທີ່ຫ້ອງວ່າການສູນກາງພັກ, ນະຄອນຫລວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ.
ໃນພິທີ, ສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ, ເລຂາທິ ການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຍົກໃຫ້ເຫັນກ່ຽວກັບການກຳເນີດ ແລະ ການເຕີບໃຫຍ່ຂອງຄະນະຈັດຕັ້ງສູນກາງພັກ ຕະຫຼອດໄລຍະ 70 ປີຜ່ານມາ ເຊິ່ງໄດ້ເຮັດຫຼ້ອນໜ້າທີ່ການເມືອງຂອງຕົນ ຕາມພາລະບົດບາດ ສິດ ໜ້າທີ່ ແລະ ຄວາມຮັບຜິດຊອບໃນແຕ່ລະໄລຍະ; ໄດ້ເປັນເຈົ້າການຄົ້ນຄວ້າ ກຳນົດແນວທາງ, ຫຼັກການ ທິດນຳກ່ຽວກັບວຽກງານຈັດຕັ້ງແຕ່ລະໄລຍະ, ຜັນຂະຫຍາຍແນວທາງການເມືອງ, ມະຕິກອງປະຊຸມໃຫຍ່ຂອງພັກ ມາເປັນແນວທາງການຈັດຕັ້ງ ແລະ ຊີ້ນຳໃນການຈັດຕັ້ງປະຕິບັດ ທັງເປັນເສນາທິການຊ່ວຍສູນກາງພັກ, ກົມການເມືອງ, ຄະນະເລຂາທິການສູນກາງພັກ ກະກຽມດ້ານເນື້ອໃນວຽກງານພັກ, ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ, ຄົ້ນຄວ້າກະກຽມບຸກຄະລາກອນໃຫ້ແກ່ການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ; ກະກຽມ ແລະ ດໍາເນີນກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ແຕ່ລະຄັ້ງ, ປະກອບສ່ວນເຂົ້າໃນການປັບປຸງ, ດັດແປງກົດລະບຽບພັກແຕ່ສະໄໝ ນັບແຕ່ ສະໄໝທີ I ເຖິງສະໄໝທີ XI, ເຮັດໜ້າທີ່ຄຸ້ມຄອງພະນັກງານຂັ້ນສູນກາງ ຊ່ວຍສູນກາງພັກ, ຮັບປະກັນເຮັດໃຫ້ພະນັກງານເຕີບໃຫຍ່, ເຂັ້ມແຂງ, ສາມາດເຮັດສໍາເລັດໜ້າທີ່ ທີ່ໄດ້ຮັບມອບໝາຍ.
ດ້ວຍຜົນງານ ແລະ ມູນເຊື້ອການເຄື່ອນໄຫວ ທີ່ຂະຫຍັນຂັນແຂງ, ການປະກອບສ່ວນອັນໃຫຍ່ຫຼວງຂອງຄະນະຈັດຕັ້ງສູນກາງພັກ ເຂົ້າໃນພາລະກິດປະຕິວັດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍ່ຄືພາລະກິດປົກປັກຮັກສາໝາກຜົນຂອງການປະຕິວັດ ແລະ ພັດທະນາປະເທດຊາດໃນປະຈຸບັນ; ພັກ ແລະ ລັດຖະບານ ແຫ່ງ ສປປ ລາວ ໄດ້ຕົກລົງປະດັບຫຼຽນຄຳແຫ່ງຊາດ ເຊິ່ງເປັນຫຼຽນທີ່ມີຄຸນຄ່າສູງສຸດ ຂອງ ສປປ ລາວ ໃຫ້ແກ່ຄະນະຈັດຕັ້ງສູນກາງພັກ; ໃຫ້ກຽດປະດັບຫຼຽນຄຳແຫ່ງຊາດ ໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ.
ໃນໂອກາດເຂົ້າຮ່ວມພິທີຄັ້ງນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ກ່າວສູນທອນພົດ ຕໍ່ພິທີທີ່ມີຄວາມໝາຍສຳຄັນນີ້ ວ່າ: ຖ້າທຽບໃສ່ 70 ປີກ່ອນນີ້, ພວກເຮົາມີສະມາຊິກພັກ ພຽງແຕ່ 300 ສະຫາຍ, ມີແຕ່ 11 ໜ່ວຍພັກ, ມາເຖິງ ປັດຈຸບັນ ພວກເຮົາມີສະມາຊິກພັກ ເຖິງ 415,784 ສະຫາຍ, ມີ 24,440 ຮາກຖານພັກ.
ດັ່ງນັ້ນ, ພວກເຮົາມີຄວາມເອກອ້າງທະນົງໃຈເປັນຢ່າງຍິ່ງ ທີ່ສາມາດເວົ້າໄດ້ວ່າ: 70 ປີແຫ່ງການສ້າງຕັ້ງຄະນະຈັດຕັ້ງສູນກາງພັກ ເປັນ 70 ປີ ແຫ່ງຄວາມພູມໃຈ ຕໍ່ຄວາມເຕີບໃຫຍ່ຂອງພັກເຮົາ ແລະ ຂອງຜູ້ປະຕິບັດໜ້າທີ່ ໃນວຽກງານຈັດຕັ້ງ, ພະນັກງານ ທີ່ຖືກມອບໝາຍຄື ການນໍາ ແລະ ພະນັກງານທຸກຂັ້ນ ແລະ ທຸກໆຄົນ ທີ່ເຮັດວຽກຈັດຕັ້ງ-ພະນັກງານຜ່ານມາ ທີ່ໄດ້ອຸທິດເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນການປະຕິບັດວຽກງານກໍ່ສ້າງພັກ, ສ້າງພະນັກງານ ແລະ ເຮັດວຽກບູລະນະການການຈັດຕັ້ງໃຫ້ພັກ ໃຫ້ລັດ ຂອງປະເທດເຮົາ ໃນທຸກຍຸກທຸກສະໄໝ.
ໃນເວລາດຽວກັນ, ກໍເປັນ 70 ປີ ແຫ່ງການສະສົມບົດຮຽນ ແລະ ປະສົບການ ການນໍາພາຂອງວຽກງານຈັດຕັ້ງ ແລະ ພະນັກງານຂອງພັກເຮົາ ໃນພາລະກິດບູລະນະແນວທາງພະນັກງານ, ປັບປຸງບູລະນະການຈັດຕັ້ງໃຫ້ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງແນວທາງປ່ຽນແປງໃໝ່ຮອບດ້ານ ແລະ ມີຫຼັກການຂອງພັກ.













