ອະນຸກຳມະການຂະບວນການແຂ່ງຂັນ ແລະ ຍ້ອງຍໍເພື່ອສະເຫຼີມສະຫຼອງ 3 ວັນປະຫັວດສາດປີ 2025 ໄດ້ຈັດພິທີຜ່ານການສະແດງສິລະປະ-ວັນນະຄະດີ ແລະ ສາຍຮູບເງົາສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ (22/3/1955-22/3/2025) ຄັ້ງທີ 2 ຂຶ້ນວັນທີ 14 ມີນາ 2025 ທີ່ຫໍວັດທະນະທຳແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນທອງ ຈິດມະນີ ຮອງປະ ທານປະເທດ.
ການສະແດງສິລະປະ-ວັນະນະຄະດີ, ຮ້ອງເພງ ແລະ ກາຍຍະສິນຄັ້ງນີ້ໄດ້ນໍາໃຊ້ກຳລັງພົນກໍຄືນັກຮ້ອງ ແລະ ນັກສິລະປະເປັນຈຳນວນຫຼາຍທີ່ມາຈາກກອງສິລະປະກອນແຫ່ງຊາດ ກອງສິລະປະກອນກອງທັບປະຊາຊົນລາວ ກອງສິລະປະກອນກຳລັງປ້ອງກັນຄວາມສະຫງົບ ໂຮງຮຽນສິລະປະແຫ່ງຊາດ ກອງລະຄອນ ໂຮງກາຍຍະສິນແຫ່ງຊາດ ແລະ ນັກສິລະປິນກິດຕິມະສັກຮັບເຊີນມາຮ່ວມຮ້ອງເພງ ແລະ ສະແດງສິລະປະຫຼາຍລາຍການທີ່ມີຄວາມເບີກບານມ່ວນຊື່ນເປັນຕົ້ນບັນດາບົດເພງຕ່າງໆ ສ່ວນຫຼາຍຈະເປັນຮ້ອງເພງລວມໝູ່ປະກອບພາບໃນສະໄໝຕໍ່ສູ້ກູ້ຊາດຕ້ານຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ແລະ ໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດນັບແຕ່ປີ 1975 ເປັນຕົ້ນມາ ພາຍໃຕ້ການຊີ້ນໍາ-ນໍາພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວໃນແຕ່ລະໄລຍະ.
ນອກນີ້, ຜູ້ເຂົ້າຮ່ວມຍັງໄດ້ຮັບຊົມຮູບເງົາມູນເຊື້ອຂອງພັກ ແລະ ການດຳເນີນກອງປະຊຸມໃຫຍ່ຂອງພັກປະຊາຊົນປະຕິວັດລາວນັບແຕ່ຄັ້ງທີ I ຫາຄັ້ງທີ IIX ໂດຍລວມແລ້ວການຮ້ອງເພງ ແລະ ການສະແດງສິລະປະຕ່າງໆຂອງແຕ່ລະລາຍການ ແມ່ນມີຄວາມໝາຍສຳຄັນຍິ່ງກ່ຽວກັບມູນເຊື້ອຂອງພັກ, ຜົນງານຂອງຜູ້ນໍາແຕ່ລະຮຸ່ນ ແລະ ມີຄວາມເບີກບານມ່ວນຊື່ນ.
ຂ່າວ: ສົມສະຫວັນ








