ນະຄອນຫຼວງວຽງຈັນ ຈັດຂະບວນຍ່າງເພື່ອຂ່ຳນັບຊົມເຊີຍວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວຄົບຮອບ 70 ປີ ໃນວັນທີ 15 ມີນາ 2025 ທີ່ສວນປະຕູໄຊ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ພ້ອມດ້ວຍບັນດາການນໍາພັກ-ລັດ ແລະ ມວນຊົນຊາວນະຄອນຫລວງວຽງຈັນ ຫຼາຍຮ້ອຍຄົນ.
ສະຫາຍ ອະນຸພາບ ຕຸນາລລົມ, ຄະນະເລຂາທິການສູນກາງພັກ ເລຂາຄະນະພັກນະຄອນຫຼວງວຽງຈັນ ໄດ້ຫວນຄືນໂດຍສັງເຂບກ່ຽວກັບການເຕີບໃຫຍ່ຂະຫຍາຍຕົວຂອງພັກປະຊາຊົນປະຕິວັດລາວ ຕະຫລອດໄລຍະ 70 ປີ ຜ່ານມາ ທີ່ໄດ້ນໍາພາປະຊາ ຊົນລາວຕໍ່ສູ້ກູ້ຊາດ ແລະ ສ້າງສາພັດທະນາປະເທດນັບມື້ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ.
ຂະບວນຍ່າງໃນຄັ້ງນີ້ ຍັງແມ່ນໜຶ່ງ ໃນບັນດາກິດຈະກຳໃນກາການະເຫຼີມສະຫຼອງ 3 ວັນປະຫວັດສາດ ທີ່ຄະນະກຳມະການລະດັບຊາດ ໄດ້ກຳນົກໃຫ້ຈັດຂຶ້ນ.






