ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະຫາຍ ຄໍາໄຕ ແກ້ວປະເສີດ ຮັບໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກເມືອງສຸຂຸມາ

Mar 15, 2025

ສະຫາຍ ຄໍາໄຕ ແກ້ວປະເສີດ ຮັບໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກເມືອງສຸຂຸມາ
ກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກເມືອງສຸຂຸມາ, ແຂວງຈໍາປາສັກ ໄດ້ຈັດຂຶ້ນໃນວັນທີ 13-14 ມີນານີ້ ຢູ່ສະໂມສອນເມືອງ​ ໂດຍການໃຫ້ກຽດເຂົ້າຮ່ວ​ມເປັນປະທານຂອງ ສະຫາຍ ອາລຸນໄຊ ສູນນະລາດ, ກໍາມະ​ການ​ສູນກາງພັກ, ເລຂາຄະນະບໍ ລິຫານງານພັກແຂວງ, ເຈົ້າແຂວງຈຳປາສັກ.
ກອງປະຊຸມໄດ້ດຳເນີນການປ່ອນບັດເລືອກເອົາຄະນະບໍລິຫານງານພັກເມືອງຊຸດໃໝ່ ຊຶ່ງມີຜູ້ລົງສະໝັກ 32 ສະຫາຍ, ເລືອກເອົາ 27 ສະຫາຍ. ກອງປະຊຸມຄັ້ງປະຖົມມະລຶກຂອງຄະນະບໍລິຫານງານພັກເມືອງ​ສຸຂຸມາ ສະໄໝທີ IX ໄດ້ເລືອກເອົາຄະນະປະ ຈຳພັກເມືອງ 9 ສະຫາຍ. ເປັນເອກະສັນຮັບຮອງເອົາ ສະຫາຍ ຄໍາໄຕ ແກ້ວປະເສີດ, ເປັນເລຂາຄະນະບໍລິຫານງານພັກເມືອງ, ສະຫາຍ ສະນັ່ນ ສີດາວົງ ແລະ ສະຫາຍ ຄໍາໄພ ໄຊສົງຄາມ ເປັນຮອງເລຂາ. ເລືອກເອົາສະຫາຍ ສົມບູນ ສຸລິຍະວົງ ເປັນປະທານຄະນະກວດກາພັກເມືອງ, ສະຫາຍ ຄໍາເພັດ ດວງສາ ແລະ ສະຫາຍ ບຸນຈັນ ຈອມມະ ນີ ເປັນຮອງປະທານກວດກາພັກເມືອງ.
ຂ່າວ-ພາບ: ຈັນທະວີສັກ ເຊັນສຸດໃຈ