ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

15 ປີ ສະຖາບັນຂົງຈືໄດ້ສ້າງບຸກຄະລາກອນອອກຮັບໃຊ້ສັງຄົມໄດ້ 39,490 ຄົນ

Mar 15, 2025

15 ປີ ສະຖາບັນຂົງຈືໄດ້ສ້າງບຸກຄະລາກອນອອກຮັບໃຊ້ສັງຄົມໄດ້ 39,490 ຄົນ
ທ່ານ ຄຳຮຸ່ງ ຈັນທະວົງ, ຜູ້ອຳນວຍການສະຖາບັນຂົງຈືຝ່າຍລາວ, ມະຫາວິທະຍາ ໄລແຫ່ງຊາດ (ມຊ) ໃຫ້ຮູ້ວ່າ: ຕະຫຼອດໄລຍະ 15 ປີທີ່ຜ່ານມາ ສະຖາບັນຂົງຈືໄດ້ສ້າງບຸກຄະລາກອນອອກຮັບໃຊ້ສັງຄົມໄດ້ທັງໝົດ 39,490 ຄົນ, ຍິງ 19,667 ຄົນ, ພ້ອມນີ້ ຍັງໄດ້ທັງປະກອບສ່ວນເຂົ້າໃນວຽກງານການພັດທະນາບຸກຄະລາກອນຂອງໂຄງ ການທາງດ່ວນ ແລະ ທາງລົດໄຟລາວ-ຈີນ ໂດຍການຈັດຝຶກອົບຮົມໃຫ້ແກ່ພະນັກ ງານທາງດ່ວນ ແລະ ທາງລົດໄຟໄດ້ເຖິງ 500 ກວ່າຄົນ, ຝຶກອົບຮົມໃຫ້ຄູລາວທີ່ສອນພາສາຈີນ 300 ກວ່າຄົນ.
ສໍາລັບສະຖາບັນຂົງຈື ມຊ ແມ່ນສະຖາບັນທີ່ມະຫາວິທະຍາໄລຊົນເຜົ່າກວາງຊີ, ສປ ຈີນ ແລະ ມະຫາວິທະຍາໄລແຫ່ງຊາດລາວ ຮ່ວມກັນສ້າງຕັ້ງຂື້ນໃນວັນທີ 23 ມີ ນາ 2010, ເບື້ອງຕົ້ນແມ່ນເປີດສອນພາກບໍາລຸງພາສາຈີນໃນໄລຍະສັ້ນ, ຫລັງຈາກນັ້ນ ຍ້ອນຄວາມຮຽກຮ້ອງຕ້ອງການຂອງສັງຄົມລາວນັບມື້ສູງຂຶ້ນ ເນື່ອງຈາກມີນັກລົງທຶນຊາວຈີນໄດ້ເຂົ້າມາລົງທຶນຢູ່ລາວນັບມື້ເພີ່ມຂຶ້ນ ເຮັດໃຫ້ມີຄວາມຕ້ອງການພະນັກງານລາວທີ່ມີຄວາມຮູ້ດ້ານພາສາຈີນຈໍານວນຫລາຍ.
ດັ່ງນັ້ນ, ກະຊວງສຶກສາທິການ ແລະ ກິລາ ໄດ້ອະນຸມັດໃຫ້ສະຖາບັນຂົງຈື ຮ່ວມກັບ ຄະນະສຶກສາສາດ ແລະ ຄະນະອັກສອນສາດ, ມະຫາວິທະຍາໄລແຫ່ງຊາດ ເປີດຫຼັກສູດປະລິນຍາຕີຄູພາສາຈີນ 2+2 ນັບແຕ່ກາງປີ 2021 ເປັນຕົ້ນມາ. ຫຼັກສູດດັ່ງກ່າວ ນັກສຶກສາໄດ້ຮຽນຢູ່ລາວ 2 ປີ ຫຼັງຈາກນັ້ນ, ຜູ້ທີ່ຜ່ານຕາມເງື່ອນໄຂຈະໄດ້ໄປຮຽນຕໍ່ຢູ່ຈີນອີກ 2 ປີ ໂດຍໄດ້ຮັບທຶນການສະໜັບສະໜູນຈາກລັດຖະບານຈີນ 100%, ເຮັດໃຫ້ສະຖາບັນຂົງຈື ມຊ ກາຍເປັນສະຖາບັນຂົງຈືແຫ່ງທໍາອິດ ສປປ ລາວ ແລະ ຂອງໂລກທີ່ສາມາດເປີດຫຼັກສູດລະດັບປະລິນຍາຕີ.