ແຈ້ງເຕືອນອາກາດເຢັນ, ຝົນຕົກ, ຟ້າຮ້ອງ ຟ້າເຫຼືອມ, ຟ້າຜ່າ ແລະ ລົມພັດແຮງ ໃນໄລຍະວັນທີ 16 ຫາ 19 ມີນາ 2025

ອາກາດຈະເຢັນລົງ 3 ຫາ 5 ອົງສາ ໃນແຕ່ລະພາກ ແລະ ຈະມີຝົນຕົກໃນລະດັບ ຄ່ອຍ ຫາ ປານກາງ ພ້ອມມີຟ້າຮ້ອງຟ້າເຫຼື້ອມ, ຟ້າຜ່າ, ໝາກເຫັບຕົກ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະ ພາກ ໃນໄລຍະວັນທີ 16 ຫາ 19 ມີນາ 2025 ນີ້ ຢູ່ແຂວງ ຜົ້ງສາລີ, ຫົວພັນ, ຊຽງຂວາງ, ອຸດົມໄຊ, ບໍ່ແກ້ວ, ຫຼວງນໍ້າທາ, ຫຼວງພະບາງ ໄຊຍະບູລີ, ນະຄອນຫຼວງວຽງຈັນ, ແຂວງ ວຽງຈັນ, ໄຊສົມບູນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ປາກເຊ, ສາລະວັນ, ເຊກອງ ແລະ ອັດຕະປື


