ວັນທີ 14 ມີນາ 2025 ນີ້, ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າ ແຂວງສະຫວັນນະເຂດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊຸກຍູ້ກຸ່ມປູກເຂົ້ານາໄຮ່ໃຫຍ່ໂຄງການຊົນລະກະເສດຊົນນະບົດຮອບດ້ານ, ເມືອງຈຳພອນ.
ໂຄງການຊົນລະກະເສດຊົນນະບົດຮອບດ້ານ ໄດ້ເປີດການນຳໃຊ້ນ້ຳເພື່ອຮັບໃຊ້ການຜະລິດລະດູແລ້ງໃນຄັ້ງວັນທີ 17 ພະຈິກ 2023 ເປັນໂຄງການທີ່ໄດ້ຮັບທຶນກູ້ຢືມຈາກ ສ.ເກົາຫຼີ ມູນຄ່າການກໍ່ສ້າງ 12.000.000 ລ້ານໂດລາສະລັດ. ໂຄງການດັ່ງກ່າວສາມາດຫົດເນື້ອທີ່ນາໄດ້ທັງໝົດ 50 ເຮັກຕາ,ມີ 40 ຄອບຄົວ, ໃນຈຳນວນ 04ບ້ານທີ່ໄດ້ເຂົ້າຮ່ວມກຸ່ມປູກເຂົ້ານາໄຮ່ໃຫຍ່ຄື: ບ້ານໂພນມ່ວງ,ໂພນສະອາດ,ໂພນໂດກ ແລະ ບ້ານພາຍຂອງ.
ຜ່ານການຈັດຕັ້ງປະຕິບັດປູກເຂົ້າຕົວຈິງໃນປິຜ່ານມາກໍ່ຄືປັດຈຸບັນເຫັນວ່າຜະລິດຕະພາບຍັງບໍ່ທັນໄດ້ດີເທົ່າທີ່ຄວນເມື່ອທຽບໃສ່ກັບຕົ້ນທຶນການຜະລິດ. ດັ່ງນັ້ນ ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ແນະນຳໃຫ້ກະສິກຳແຂວງສົມທົບກັບກະສິກຳເມືອງ ພ້ອມກັນລົງແນະນຳ ແລະ ນຳພາປະຊາຊົນກຸ່ມປູກເຂົ້າເຮັດຕົວຈິງຢ່າງໃກ້ຊິດຕິດແທດໃຫ້ຄວາມຮູ້ທາງດ້ານເຕັກນິກການຜະລິດ, ການປັບປຸງດິນ, ການໃສ່ນ້ຳ, ໃສ່ຝຸ່ນ, ການນຳໃຊ້ແນວພັນ, ການກຳຈັດສັດຕູພືດ ແລະ ວັດສະພືດ ຖ້າຫາກເຮັດໄປແລ້ວແຕ່ຜະ ລິດຕະພາບຍັງບໍ່ດີຂຶ້ນ ຕ້ອງໄດ້ຫັນໄປປູກພືດຢ່າງອື່ນແທນ ເພື່ອສ້າງໃຫ້ປະຊາຊົນມີລາຍຮັບທີ່ກຸ່ມກິນ ແລະ ຂາຍເປັນສິນຄ້າໄດ້ຫຼາຍຂຶ້ນ.
ຂ່າວ-ພາບ: ອັກສອນສິນ ພົມມະຈັນ





