ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະເໜີປັບປຸງລັດຖະທຳມະນູນ ປີ 2025

Mar 17, 2025

ການດໍາເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະ ພາແຫ່ງຊາດ ຊຸດທີ IX ໃນຕອນເຊົ້າວັນທີ 17 ມີນາ 2025 ນີ້, ທ່ານ ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ, ທັງ ເປັນຮອງປະທານຄະນະກຳມະການລະດັບຊາດປັບປຸງລັດຖະ ທຳມະນູນ ໄດ້ສະເໜີການປັບປຸງລັດຖະທຳມະນູນ ປີ 2025.
ທ່ານ ໄດ້ຍົກໃຫ້ເຫັນເຫດຜົນ ແລະ ຄວາມຈໍາເປັນ ໃນການ ປັບປຸງລັດຖະທຳມະນູນຄັ້ງນີ້, ເພື່ອແກ້ໄຂຈຸດອ່ອນຂໍ້ຄົງຄ້າງ ໃນການຈັດຕັ້ງປະຕິບັດລັດຖະທຳມະນູນ ເຊິ່ງການປັບປຸງຄັ້ງນີ້ ເປັນ ການປັບປຸງຄັ້ງທີ 3 ໂດຍສຸມໃສ່ປະຕິບັດຕາມຈິດໃຈ ຊີ້ນຳຂອງມະຕິກອງປະ ຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 9 ສະໄໝທີ XI (ຄັ້ງວັນທີ 28 ຕຸລາ-6 ພະຈິກ 2024) ແນໃສ່ປັບ ປຸງລະບົບອຳນາດແຫ່ງລັດ ໃຫ້ມີປະສິດທິພາບສູງ, ສ້າງບາດ ລ້ຽວໃໝ່ໃຫ້ແກ່ການປົກປັກຮັກ ສາ ແລະ ສ້າງສາປະເທດຊາດ, ການເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາກົນ ແນໃສ່ສ້າງພື້ນ ຖານທາງດ້ານກົດໝາຍ ກໍຄື ນິຕິກໍາທີ່ຈະວາງອອກໃນຕໍ່ໜ້າ ໃຫ້ຮັບປະກັນແນວທາງການເມືອງຂອງພັກ, ການຄຸ້ມຄອງ-ບໍລິ ຫານລັດໃນໄລຍະໃໝ່; ປັບປຸງບາງໝວດ, ບາງມາດຕາ ເພື່ອຮັບ ປະກັນ ຫລື ຮອງຮັບແນວທາງການເມືອງຂອງພັກ ແລະ ແນວ ທາງການຈັດຕັ້ງ, ການຄຸ້ມຄອງ-ບໍລິຫານລັດໃນໄລຍະ ໃໝ່ ກໍຄື ແນວທາງປ່ຽນແປງໃໝ່ໃນຊຸມປີຕໍ່ໜ້າ.
ທ່ານ ຈະເລີນ ເຍຍປາວເຮີ ຍັງໄດ້ຍົກໃຫ້ເຫັນກ່ຽວກັບການຈັດຕັ້ງປະຕິບັດລັດຖະທຳມະນູນ ປີ 2015 ເຊິ່ງຖືກຮັບຮອງເອົາໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VII ແລະ ປະກາດໃຊ້ຕາມລັດຖະດຳລັດຂອງປະທານປະເທດ ສະບັບເລກທີ 214/ປປທ, ລົງວັນທີ 15 ທັນວາ 2015 ເຊິ່ງເປັນສະບັບປັບປຸງຄັ້ງທີສອງ ແນໃສ່ບູລະນະອົງການອຳນາດລັດ ໃຫ້ມີຄວາມເຂັ້ມແຂງ, ມີປະສິດທິຜົນ, ມີການແບ່ງງານ, ມີການປະສານສົມທົບ ແລະ ຕິດຕາມ ກວດກາ ເຊິ່ງກັນ ແລະ ກັນ ລະຫວ່າງອົງການນິຕິບັນຍັດ, ອົງການບໍລິຫານ ແລະ ອົງການຕຸລາການ ຕາມກົນໄກການແບ່ງຂັ້ນຄຸ້ມຄອງ ລະຫວ່າງສູນກາງ ແລະ ທ້ອງຖິ່ນ. ລັດຖະທຳມະນູນ ສະບັບນີ້ ເປັນກົດ ໝາຍພື້ນຖານອັນສໍາຄັນ ໃຫ້ແກ່ການປົກປັກຮັກສາປະເທດຊາດ, ຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ດ້ວຍກົດ ໝາຍ; ເປັນບ່ອນອີງໃນການສ້າງ ແລະ ປັບປຸງກົດໝາຍ; ການເສີມຂະຫຍາຍ ແລະ ປະຕິ ບັດສິດເປັນເຈົ້າປະເທດຊາດ, ສິດ ແລະ ປະຊາທິປະໄຕ ຂອງປະຊາຊົນລາວບັນດາເຜົ່າ.
ລັດຖະທຳມະນູນ ປີ 2015 ມີຂໍ້ຄົງຄ້າງຈຳນວນໜຶ່ງທີ່ຕ້ອງປັບປຸງ ໂດຍສະເພາະກ່ຽວກັບອໍານາດລັດ ຍັງບໍ່ທັນສອດຄ່ອງກັບໜ້າທີ່ການເມືອງຂອງພັກ ແລະ ການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ ໃນໄລຍະໃໝ່; ການຈັດຕັ້ງປະຕິບັດລັດຖະ ທຳມະນູນ ຂອງບັນດາອົງການອຳນາດລັດຂັ້ນຕ່າງໆ ມີຫລາຍກໍລະນີ ຍັງບໍ່ທັນມີປະ ສິດທິພາບ, ປະສິທິຜົນ; ຄວາມຮັບຮູ້ເຂົ້າໃຈຕໍ່ລັດຖະທຳມະນູນຂອງພະນັກ ງານ-ລັດຖະກອນ, ທະ ຫານ, ຕຳຫລວດ ໃນລະບົບການເມືອງ ຍັງບໍ່ທັນເລິກເຊິ່ງ ແລະ ອື່ນໆ.
ສຳລັບໂຄງສ້າງຮ່າງລັດຖະທຳມະນູນ ສະບັບປັບປຸງ ປີ 2025 ປະກອບມີ 14 ໝວດ, 122 ມາດຕາ. ໃນນັ້ນ, ມາດຕາໃໝ່ 5 ມາດຕາ, ມາດຕາປັບປຸງ 59 ມາດຕາ, ຍົກເລີກ 3 ມາດຕາ ແລະ ບໍ່ໄດ້ປັບປຸງ 58 ມາດຕາ.