ທ່ານ ຄໍາຟອງ ອິນມານີ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງຫຼວງນໍ້າທາ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມງານເທດສະການດອກບານປ່າ ປີ 2025 ແລະ ງານມະ ຫາກໍາວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ຄັ້ງທີ VIII ຈັດຂຶ້ນໃນລະຫວ່າງວັນທີ 10-15 ມີນາ 2025 ທີ່ແຂວງດຽນບຽນຟູ ຂອງຫວຽດນາມ
ງານເທດສະການດັ່ງກ່າວ ແມ່ນບູນປາງໃຫຍ່ຂອງແຂວງ ໂດຍໄດ້ຈັດຂຶ້ນທຸກໆປີ ເພື່ອສະເຫຼີມສະຫຼອງ ການເບັ່ງບານຂອງດອກບານປ່າ ທີ່ເປັນດອກໄມ້ປະຈໍາແຂວງ ທັງຕິດພັນກັບການອະນຸລັກວັດທະນະທໍາ, ການສົ່ງເສີມການທ່ອງທ່ຽວ ແລະ ການເອກອ້າງເຖີງ ຄວາມອຸດົມສົມບູນຮັ່ງມີ ທາງດ້ານທໍາມະຊາດ, ຄວາມອົງອາດກ້າຫານຂອງບັ້ນຮົບດຽນບຽນຟູ ແລະ ມໍລະດົກວັດທະນະທຳອັນລ້ຳຄ່າ ຂອງປະຊາຊົນບັນດາເຜົ່າ ໂດຍສະເພາະແຂວງດຽນບຽນຟູ.
ພາຍໃນງານໄດ້ມີການສະແດງສິລະປະກ່ຽວກັບ “ລະດູໃບໄມ້ປົ່ງມາເຖິງບ້ານ – ດອກບານປ່າທີ່ເບີກບານ” ໂດຍມີບັນດາລາຍການສະແດງ ທີ່ເປັນເອກະລັກສະເພາະ ເນັ້ນໃຫ້ເຫັນເຖິງຈຸດເດັ່ນທາງດ້ານວັດທະນະທຳ ແລະ ຄວາມພິລະອາດຫານຂອງປະຊາຊົນບັນດາເຜົ່າຂອງຊາວຫວຽດນາມ; ມີງານວາງສະແດງວັດທະນະທໍາ ເຊັ່ນ: ຜະລິດຕະພັນກະສີກໍາຂອງແຂວງ, ສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ, ການຈໍາລອງເຮືອນ ແລະ ວິຖີຊີວິດຂອງປະຊາຊົນບັນດາເຜົ່າ ຫຼາຍກວ່າ 100 ຮ້ານ; ມີການແຂ່ງຂັນແຕ່ງອາຫານພື້ນເມືຶອງທີ່ມີຫົວຂໍ້ຊື່ວ່າ: “ລົດຊາດດຽນບຽນຟູ” ເຊັ່ນ: ເຂົ້າ ປຸ້ນ, ຊີ້ນຄວາຍແຫ້ງ, ການແກະສະຫຼັກໜໍ່ໄມ້, ປີ້ງປາ ແລະ ອື່ນໆ ຊຶ່ງເຮັດໃຫ້ນັກທ່ອງທ່ຽວໄດ້ຊີມລົດຊາດ ທີ່ເປັນເອກະລັກສະ ເພາະຂອງທ້ອງຖິ່ນ. ພ້ອມນີ້, ຍັງມີການແຂ່ງຂັນກິລາພື້ນເມືອງປະເພດຕ່າງໆ.
ຂ່າວ: ສົມສະຫວາດ ນາມອິນທາ)





