ເມືອງໝື່ນ ຮັບຮອງເອົາ 5 ບ້ານ ເປັນບ້ານວັດທະນະທຳຮອບ 2

ໃນອາທິດຜ່ານມາ, ເມືອງໝື່ນ ແຂວງວຽງຈັນ ຈັດພີທີຮັບຮອງເອົາບ້ານນໍ້າເພີນ, ບ້ານນາຍາວ, ບ້ານໂນນຕ້ອງ, ບ້ານນໍ້າຮອນ ແລະ ບ້ານໂພນສີວິໄລ ເປັນບ້ານວັດທະນະທຳ ຮອບ 2 ທີ່ຫ້ອງການບ້ານນໍ້າເພີນ.
ທ່ານ ສຸວັນນີ ທໍາມີພົນ ຫົວໜ້າຫ້ອງການ ຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ເມືອງໝື່ນ ໄດ້ໃຫ້ຮູ້ວ່າ: ການສ້າງບ້ານວັດທະນະທຳຂອງ 5 ບ້ານຄື: ບ້ານນໍ້າເພີນ, ບ້ານໂນນຕ້ອງ, ບ້ານນາຍາວ, ບ້ານນໍ້າຮອນ ແລະ ບ້ານໂພນສີວິໄລ ຢູ່ໃນຈໍານວນ 22 ບ້ານຂອງເມືອງໝື່ນ, ເຊິ່ງບ້ານນ້ຳເພີນ, ບ້ານໂນນຕ້ອງ ແລະ ບ້ານນາຍາວ ແມ່ນຂຶ້ນກັບກຸ່ມພັດທະນານ້ຳເພີນ-ນາຍາວ. ສ່ວນບ້ານນໍ້າຮອນ ແລະ ບ້ານໂພນສີວິໄລ ຂຶ້ນກັບກຸ່ມພັດທະນາໂນນໄຮ (ກຸ່ມເທສະບານເມືອງໝື່ນ) ທັງ 5 ບ້ານມີ 2.222 ຄອບຄົວ, ມີ 3 ຊົນເຜົ່າທີ່ດໍາລົງຊີວິດຢູ່ຮ່ວມກັນຄື: ເຜົ່າລາວ, ເຜົ່າມົ້ງ ແລະ ເຜົ່າກຶມມຸ, ມີພົນລະເມືອງ 17.186 ຄົນ ຍິງ 7.419 ຄົນ, ມີ 120 ໜ່ວຍສາມັກຄີ, ເຊື່ອຖືສາສະໜາພຸດ, ຜີ ແລະ ສາສະໜາຕ່າງປະເທດ, ປະຊາຊົນທັງ 05 ບ້ານ ເຮັດນາປູກເຂົ້າເປັນອາຊີບຕົ້ນຕໍ່, ສຳຮອງແມ່ນປູກພືດ, ລ້ຽງສັດ ເປັນສິນຄ້າ ແລະ ບໍລິການຈຳນວນໜຶ່ງ.
ຜ່ານການປະເມີນ ຂອງຄະນະຮັບຜິດຊອບ ທັງ 5 ບ້ານດັ່ງກ່າວ ມີຄອບຄົວວັດທະນະທຳ 2.204 ຄອບຄົວ ເທົ່າກັບ 99,18% ຂອງຈຳນວນຄອບຄົວທັງໝົດ.
ຂ່າວ: ວັນນາ




