ໃນໂອກາດວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ (ພັກ ປປ ລາວ) ຄົບຮອບ 70 ປີ, ໃນວັນທີ 18 ມີນານີ້, ທ່ານ ງາມປະສົງ ເມືອງມະນີ, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ເຊິ່ງທ່ານໄດ້ຍົກໃຫ້ເຫັນໂດຍຫຍໍ້ກ່ຽວກັບມູນເຊື້ອແຫ່ງການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງ ພັກ ປປ ລາວ ຕະຫຼອດໄລຍະ 70 ປີ ຜ່ານມາ, ການກຳເນີດຂອງ ພັກປະຊາຊົນປະຕິວັດລາວ ພ້ອມກັບໂຄງການການເມືອງ ເຊິ່ງເປັນຄັນທຸງເພື່ອກຳນົດແນວທາງ ແລະ ບາດກ້າວເດີນຂອງການປະຕິວັດ ໃນແຕ່ລະໄລຍະປະຫວັດສາດ ຂອງການປະຕິວັດລາວນັ້ນ ແມ່ນເປັນຂີດໝາຍແຫ່ງການຂະຫຍາຍຕົວຢ່າງກະໂດດຂັ້ນ ແລະ ເປັນບາດລ້ຽວອັນຍິ່ງໃຫຍ່ໃນປະຫວັດສາດ ຂອງການປະຕິວັດລາວ, ໄດ້ຢຸດຕິວິກິດການທາງດ້ານແນວທາງການເມືອງ ແລະ ການຈັດຕັ້ງນໍາພາ. ດ້ວຍທາດແທ້ປະຕິວັດ ແລະ ວິທະຍາສາດຂອງຕົນ ເຊິ່ງໄດ້ມີມາແຕ່ກຳເນີດນັ້ນ, ພັກປະຊາຊົນລາວກໍ່ຄື ພັກປະຊາຊົນປະຕິວັດລາວໃນປັດຈຸບັນ ໄດ້ກຳສິດຜູກຂາດໃນການນໍາການ ປະຕິວັດລາວ, ເປັນຜູ້ຮັບຜິດຊອບຢ່າງສົມບຸນຕໍ່ຊະຕາກຳຂອງຊາດ ກໍ່ຄືອະນາຄົດຂອງການປະຕິວັດລາວ ແລະ ນໍາພາການປະຕິວັດຢ່າງມີໄຊຕະຫຼອດມາ.
ທ່ານ ງາມປະສົງ ເມືອງມະນີ ຍັງໄດ້ຍົກໃຫ້ເຫັນການນໍາພາຂອງພັກເຮົາຕໍ່ວຽກງານຂອງຂະແໜງໂຍທາທິການ ແລະ ຂົນສົ່ງ ເຊິ່ງພັກເຮົາຖືເອົາວຽກງານກໍ່ສ້າງພື້ນຖານໂຄງລ່າງ ເປັນຂະແໜງເສດຖະກິດ ໂດຍສະເພາະແມ່ນການຂະຫຍາຍເສັ້ນທາງຄົມມະນາຄົມລົງສູ່ຊົນນະບົດເປັນບູລິມະສິດທີໜຶ່ງ. ບົນພື້ນຖານດັ່ງກ່າວນັ້ນ ລັດຖະບານກໍ່ຄື ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສຸມໃສ່ພັດທະນາໂຄງລ່າງພື້ນຖານຕ່າງໆ ໃຫ້ມີການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ແລະ ມີບາດກ້າວຂະຫຍາຍຕົວກ້າວກະໂດດ ເຊັ່ນ: ການສ້າງທາງດ່ວນ, ທາງລົດໄຟ ແລະ ບັນດາທ່າບົກຕ່າງໆ ເພື່ອອໍານວຍຄວາມສະດວກໃຫ້ແກ່ການເຊື່ອມໂຍງເຊື່ອມຈອດກັບພາກພື້ນ ແລະ ສາກົນ ສ້າງເງື່ອນໄຂ ໃຫ້ແກ່ການເຂົ້າເຖິງຕະຫຼາດພາກພື້ນ ແລະ ສາກົນ, ສ້າງເງື່ອນໄຂສະດວກໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ແລະ ການດໍາລົງຊີວິດຂອງປະຊາຊົນ.
ມາຮອດປັດຈຸບັນ ລະບົບຕາຫນ່າງເສັ້ນທາງໃນທົ່ວປະເທດ ມີລວງຍາວ ທັງຫມົດ 59.963 ກມ, ທຽບໃສ່ປີ 1975 ລວງຍາວ 7.400 ກມ ເພີ້ມຂຶ້ນ 8 ກວ່າເທົ່າ, ທຽບໃສ່ປີ 1986 ພາຍຫຼັງການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ ລວງຍາວ 11.115 ກມ ເພີ້ມຂຶ້ນ 5 ກວ່າເທົ່າ; ໃນນັ້ນ, ມີທາງປູເບຕົງ ລວງຍາວ 910,13 ກມ, ທາງປຸອັດສະຟານ ລວງຍາວ 1.430,32 ກມ, ທາງປູຢາງ ລວງຍາວ 11.878,06 ກມ, ທາງປູແຮ່ ລວງຍາວ 25.216,39 ກມ ແລະ ທາງປູດິນທຳມະຊາດ ລວງຍາວ 20.528,71 ກມ, ມີຂົວທັງໝົດ 12.723 ຂົວ ລວງຍາວ 218,84 ກມ ທຽບໃສ່ປີ 1986 ເພີ້ມຂຶ້ນ 12.624 ຂົວ ຫຼື ເທົ່າກັບ 128,5 ເທົ່າ.
ໃນນີ້ ມີທາງປູຢາງທີ່ໄປເຖິງທຸກເທດສະບານແຂວງ, ມີເສັ້ນທາງປູຢາງ ແລະ ເສັ້ນທາງດິນແດງທຽວໄດ້ສອງລະດູເຂົ້າເຖິງ 148 ເມືອງໃນຂອບເຂດທົ່ວປະເທດ ກວມ 100%, ໝາຍຄວາມວ່າ ຕາໜ່າງເສັ້ນທາງສາມາດໄປເຖິງທຸກແຂວງ ແລະ ທຸກເມືອງໃນທົ່ວປະເທດ ໃນນັ້ນມີ 147 ເມືອງ ທີ່ມີເສັ້ນທາງປູຢາງເຂົ້າເຖິງ ຊຶ່ງກວມເອົາ 99,3% ຈາກທັງໝົດ 148 ເມືອງ ໃນຂອບເຂດທົ່ວປະເທດ.
ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໃຫ້ຮູ້ຕື່ມວ່າ: ນອກຈາກນີ້, ຍັງໄດ້ເອົາໃຈໃສ່ພັດທະນາບັນດາຕະໜ່າງຄົມມະນາຄົມຂົນສົ່ງ ເຊື່ອມໂຍງເສັ້ນທາງພາຍໃນປະເທດກັບບັນດາປະເທດໃກ້ຄຽງຕາມແລວເສດຖະກິດໃນອະນຸພາກພື້ນ ໃຫ້ໄດ້ມາດຕະຖານສາກົນ, ໂດຍສາມາດຍົກລະດັບຕາຫນ່າງເສັ້ນທາງຫລວງແຫ່ງຊາດ ທີ່ເປັນທາງຫລວງອາຊຽນ 8 ຕອນທາງ, ລວງຍາວ 2.850 ກມ ເປັນຕົ້ນທາງ R3, ທາງ 2W, ທາງ 2E, ທາງ 13 ເໜືອ, ທາງ 13 ໃຕ້, ທາງເລກ 8, ທາງເລກ 9, ທາງເລກ 12, ທາງເລກ 18B ລວມ ທັງບັນດາຂົວໃຫຍ່.
ອັນພົ້ນເດັ່ນແມ່ນໄດ້ສໍາເລັດການກໍ່ສ້າງ ແລະ ເປີດການນໍາໃຊ້ທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງ, ກໍ່ສ້າງ ແລະ ເປີດການນໍາໃຊ້ເສັ້ນທາງລົດໄຟລາວ-ຈີນ ໃນປີ 2021; ສະເພາະການບໍລິການດ້ານຄົມມະນາຄົມຂົນສົ່ງ ທັງໂດຍສານ ແລະ ສິນຄ້າ ເຫັນວ່າມີການຂະຫຍາຍຕົວຢ່າງແຂງແຮງ ແຕ່ປີ 1986-2024 ການບໍລິການຂົນສົ່ງໂດຍສານໄດ້ ທັງໝົດ 1.460,54 ລ້ານເທື່ອຄົນ (ໃນນັ້ນ, ທາງບົກ 1,370.5 ກວ່າລ້ານເທື່ອຄົນ, ທາງນໍ້າ 65,9 ລ້ານເທື່ອຄົນ, ທາງອາກາດ 18 ລ້ານກວ່າເທື່ອຄົນ, ທາງລົດໄຟ 6,42 ລ້ານກວ່າເທື່ອຄົນ) ແລະ ອື່ນໆ.



