ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ນະ​ໂຍບາຍ​ຂອງ​ສູນ​ກາງ​ພັກຈະ​ດີ​ ຫຼື​ ບໍ່​ດີ ຕ້ອງ​ເບິ່ງວ່າ​ປະ​ຊາ​ຊົນ​ຈະ​ຍິ້ມ​ແຍ້ມ ຫຼື​ ໂສກເສົ້າ

Mar 18, 2025

ຕອນ​ບ່າຍ​ວັນ​ທີ 17 ມີ​ນາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ​ໄດ້​ເຄື່ອນ​ໄຫວ​ຢ້ຽມ​ຢາມ​ບ້ານ​ເຜົ່າ​​ຕົ້ງ​ເຂດ​ຈ້າວ​ຊິງ​ເມືອງ​ຫຼີ​ຜິງ ກິ່ງ​ແຂວງ​ເຜົ່າ​ມົ້ງ​ເຜົ່າ​ຕົ້ງ​ສຽນ​ຕົ່ງ​ໜານ​ແຂວງ​ກຸ້ຍ​ໂຈ່ວ.
ນີ້​ແມ່ນ​ການເຄື່ອນ​ໄຫວ​ຢ້ຽມ​ຢາມ​ທ້ອງ​ຖິ່ນ​ຄັ້ງ​ທຳ​ອິດ​ຂອງ​ທ່ານ​ ສີ​ຈິ້ນ​ຜິງ ​ພາຍ​ຫຼັງ​ສຳ​ເລັດກອ​ງ​ປະ​ຊຸມ​ສອງ​ສະ​ພາ​ປະ​ຈຳ​ປີ 2025, ​ແລະເປັນ​ຄັ້ງ​ທີ 3 ທີ່​ທ່ານ​ສີ​ຈິ້ນ​ຜິງ ຢ້ຽມ​ຢາມ​ແຂວງ​ກຸ້ຍ​ໂຈ່ວຫຼັງຈາກ​ກອງ​ປະ​ຊຸມ​ໃຫຍ່ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 18 ຂອງ​ພັກ​ຄອມ​ມູ​ນິດ​ຈີນ​ທີ່​ຈັດ​ຂຶ້ນ​ເມື່ອ​ປີ 2012.
​ກຸ້ຍ​ໂຈ່ວ​ ເປັນ​ແຂວງ​ທີ່​ມີ​ຫຼາຍ​ຊົນ​ເຜົ່າ​ອາ​ໄສ​ຢູ່​ຮ່ວມ​ກັນ, ລວມ​ມີ 56 ຊົນ​ເຜົ່າ​ດຳ​ລົງ​ຊີ​ວິດ​ຢູ່​ແຂວງ​ນີ້. ພາ​ລະ​ກິດ​ສຳ​ຄັນ​ອັນ​ໜຶ່ງ​ຂອງ​ທ່ານ​ສີ​ຈິ້ນ​ຜິງ ​ໃນ​ການເຄື່ອນ​ໄຫວ​ຢ້ຽມ​ຢາມ​ແຂວງ​ກຸ້ຍ​ໂຈ່ວ​ເທື່ອ​ນີ້ກໍ​ຄື​ຊອກ​​ຮູ້​ສະ​ພາບ​ຊີ​ວິດການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ທ້ອງ​ຖິ່ນ​ວ່າ​ເປັນ​ແນວ​ໃດ.
ໃນ​ຫຼາຍ​ປີ​ມາ​ນີ້, ບ້ານ​ເຜົ່າ​ຕົ້ງ​ຈ້າວ​ຊິງ​ໄດ້​ອອກ​ແຮງ​ພັດ​ທະ​ນາ​ຂະ​ແໜງ​ການ​ທ່ອງ​ທ່ຽວ, ໄດ້​ພັດ​ທະ​ນາ​ໂຮງ​ແຮມ, ເຮືອນ​ພັກ, ຮ້ານ​ກິນ​ດື່ມຫຼາຍກວ່າ 400 ແຫ່ງ, ສ້າງວິ​ສາ​ຫະ​ກິດ​ຜະ​ລິດ​ເຄື່ອງ​ຫັດ​ຖະ​ກຳ​ທີ່​ເປັນມູນ​ເຊື້ອ​ຫຼາຍກວ່າ 60 ແຫ່ງ, ສ້າງ​​ວຽກ​ເຮັດ​ງານ​ທຳ​ໃຫ້​ປະ​ຊາ​ຊົນ​ຫຼາຍກວ່າ 2.000 ​ຄົນ. ປີ​ກາຍ​ນີ້, ບ້ານ​ດັ່ງ​ກ່າວ​ໄດ້​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ 1.027.000 ເທື່ອ​ຄົນ, ໄດ້​ເພີ່ມ​ຂຶ້ນ 63,4% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2023; ລາຍ​ຮັບ​ສັງ​ລວມ​ດ້ານ​ການ​ທ່ອງ​ທ່ຽວ​ບັນ​ລຸ​ເຖິງ 1 ຕື້ 20 ລ້ານຢວນ, ເພີ່ມ​ຂຶ້ນ 63,8%; ລາຍ​ຮັບ​ດ້ານ​ເສດ​ຖະ​ກິດລວມ​ໝູ່​ຂອງ​ບ້ານ​​ບັນ​ລຸ​ເຖິງ 2.450.000 ຢວນ, ລາຍ​ຮັບ​ທີ່ສາ​ມາດ​ຈັບ​ຈ່າຍ​ໄດ້​ສະ​ເລ່ຍ​ຕາມ​ຫົວ​ຄົນ​ມີ​ປະ​ມານ 41.600 ຢວນ, ໄດ້​ເພີ່ມ​ຂຶ້ນ 12,3% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກກັນຂອງ​ປີ 2023.
ກ່ອນ​ນີ້ 10 ປີເມື່ອ​ຕອນ​ເຄື່ອນ​ໄຫວ​ຢ້ຽມ​ຢາມ​ບ້ານ​ຮ​ວ່າ​ມ້າວ​ແຂວງ​ກຸ້ຍ​ໂຈ່ວ, ທ່ານ​ສີ​ຈິ້ນ​ຜິງ ​ເຄີຍ​ເວົ້າ​ວ່າ: “ນະ​ໂຍ​ບາຍ​ຂອງ​ສູນ​ກາງ​ພັກ​ຈະ​ດີ​ຫຼື​ບໍ່​ດີ, ​ແມ່ນ​ຕ້ອງ​ເບິ່ງວ່າປະ​ຊາ​ຊົນຈະ​ຍິ້ມ​ຫຼື​ເສົ້າ. ຖ້າ​ວ່າ​ປະ​ຊາ​ຊົນ​ທັງ​ຫຼາຍ​​ມີ​ຮອຍ​ຍິ້ມ​ແລ້ວ​ກໍ​ເປັນ​ນະ​ໂຍ​ບາຍ​ທີ່​ດີ, ຄຄວນຍຶດ​ໝັ້ນ​; ຖ້າ​ວ່າ​​ຍັງມີ​ຜູ້​ໃດ​ຮູ້​ສຶກ​​ໂສກ​ເສົ້າ, ສະ​ແດງ​ໃຫ້​ເຫັນ​ວ່າ​ນະ​ໂຍ​ບາຍ​ນີ້​ຍັງ​ຕ້ອງ​ການ​ປັບ​ປຸງ​ໃຫ້​ສົມ​ບູນ​ຂຶ້ນ.” ປັດ​ຈຸ​ບັນ, ມາດ​ຕະ​ຖານ​ດັ່ງ​ກ່າວ​ຍັງ​ຄົງ​ເປັນ​ມາດ​ຕະ​ຖານ​ຂອງ​ທົ່ວ​ປະ​ເທດ​ຈີນ​ໃນ​ການ​ປະ​ຕິ​ບັດວຽກ​ງານ​ກ່ຽວ​ກັບ “ກະ​ສິ​ກຳ, ຊົນ​ນະ​ບົດ ແລະ ຊາວ​ກະ​ສິ​ກອນ”.
May be an image of 3 people and text