ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ງານມະຫະກຳໜັງສື ພາຍໃຕ້ຫົວຂໍ້: “ການອ່ານເພື່ອການພັດທະນາ” ປິດລົງດ້ວຍຜົນສໍາເລັດອັນຈົບງາມ

Mar 19, 2025

ສຳນັກພິມດີບຸກ ຮ່ວມກັບມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດງານມະຫະກຳໜັງສື ມະຫາວິທະຍາໄລແຫ່ງຊາດ ຄັ້ງທີ V ໃນລະຫວ່າງວັນທີ 12-16 ມີນາ 2025 ຢູ່ທີ່ ສະໂມສອນໃຫຍ່ ມຊ ນະຄອນຫຼວງວຽງຈັນ ເພື່ອສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ ພາຍໃຕ້ຫົວຂໍ້: “ການອ່ານເພື່ອການພັດທະນາ” ເພື່ອສະແດງໃຫ້ເຫັນເຖິງການພັດທະນາດ້ານການສຶກສາ ແລະ ວັດທະນະທຳການອ່ານ ຂອງ ສປປ ລາວ ເຊິ່ງໄດ້ປິດລົງໃນວັນທີ 16 ມີນາ 2025 ໂດຍມີທ່ານ ສົມໄໝ ພົມມະຈັນ ອຳນວຍການສຳນັກພິມດີບຸກ, ປະທານຄະນະຈັດງານງານມະຫະກຳໜັງສື ມະຫາວິທະຍາໄລແຫ່ງຊາດ ຄັ້ງທີ V ປີ 2025, ມີບັນດາຄູ-ອາຈານ, ນັກຂຽນ, ນັກປະພັນ, ຜູ້ປະກອບການຮ້ານຂາຍປຶ້ມ ພ້ອມດ້ວຍນັກຮຽນ-ນັກສຶກສາ ເຂົ້າຮ່ວມ.
ໂອກາດດັ່ງກ່າວ, ທ່ານ ສົມໄໝ ພົມມະຈັນ ໄດ້ກ່າວວ່າ: ນັບຕັ້ງແຕ່ເປີດງານມະຫະກໍາໜັງສືຄັ້ງປະຫວັດສາດນີ້ ໃຊ້ເວລາ 5 ວັນເຕັມ ຜ່ານກິດຈະກຳອັນຫຼາກຫຼາຍ ທີ່ໄດ້ສ້າງແຮງບັນດານໃຈ, ຊຸກຍູ້ການອ່ານ ແລະ ເຕົ້າໂຮມເອົາຜູ້ທີ່ຮັກ ການອ່ານ-ການຂຽນ ທົ່ວປະເທດ ເຊິ່ງມີຜູ້ເຂົ້າຮ່ວມງານທັງໝົດ 13.443 ຄົນ, ມີ 50 ບູດວາງສະແດງ, ມີ 15 ໂຮງຮຽນ, ມີ 19 ສຳນັກຂ່າວມາລາຍງານຂ່າວ, ມີ 26 ຫໍສະໝຸດ ແລະ ມີວິທະຍາກອນ 33 ທ່ານ ເຂົ້າຮ່ວມ. ງານມະຫະກຳໜັງສືຄັ້ງນີ້ ບໍ່ພຽງແຕ່ສະເຫຼີມສະຫຼອງ ຄົບຮອບ 50 ປີ ສປປ ລາວ ເທົ່ານັ້ນ ແຕ່ຍັງເປັນງານສຳຄັນໃນການສົ່ງເສີມການອ່ານເພື່ອໃຫ້ບັນລຸເປົ້າໝາຍ 2 ສ່ວນ 3 ຂອງປະຊາກອນລາວ ພາຍໃນປີ 2025, ຫວັງຢ່າງຍິ່ງວ່າ ທຸກທ່ານທີ່ມາຮ່ວມງານໄດ້ຮັບແຮງບັນດານໃຈໃນການອ່ານ ແລະ ຈະນຳກັບບ້ານໄປບໍ່ພຽງແຕ່ປຶ້ມເທົ່ານັ້ນ ແຕ່ຍັງນຳເອົາຄວາມຮັກໃນການອ່ານ ແລະ ເຫັນຄຸນຄ່າ ຂອງຄວາມຮູ້ໄປນຳອີກດ້ວຍ.
ທ່ານ ສົມໄໝ ພົມມະຈັນ ກ່າວຕື່ມວ່າ: ເປັນເວລາ 5 ປີແລ້ວ ນັບຕັ້ງແຕ່ມະຫະກຳໜັງສືຄັ້ງທຳອິດ, ພວກເຮົາໄດ້ເຫັນການເຕີບໃຫຍ່ ຂອງວັດທະນະທຳການອ່ານໃນ ສປປ ລາວ ອາດຈະບໍ່ເຫັນຜົນໃນທັນທີ, ແຕ່ພວກເຮົາກຳລັງປູກຝັງແນວຄວາມຄິດດີໆ ແລະ ຄຸນຄ່າ ຂອງການອ່ານໃຫ້ກັບຄົນຮຸ່ນໃໝ່. ໃນວາລະທີ່ສະເຫຼີມສະຫຼອງ 50 ປີ ສປປ ລາວ ນີ້ ຂໍໃຫ້ທຸກທ່ານຊ່ວຍກັນເປັນກະບອກສຽງສົ່ງເສີມການອ່ານໃນວົງກວ້າງ, ພວກເຮົາຈະສືບຕໍ່ຈັດງານມະຫະກຳໜັງສືໃນປີຕໍ່ໄປ ແລະ ຫວັງຢ່າງຍິ່ງວ່າຈະໄດ້ພົບກັບທຸກທ່ານອີກຄັ້ງ.
ໂດຍ: ສຸກສົງການ ຫຼ້າບຸນມີ