ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຫວຽດນາມ-ອັງກິດ ເພີ່ມທະວີການພົວພັນການຮ່ວມມືຫລາຍດ້ານ

Mar 20, 2025

ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ຫວຽດນາມ ແລະ ອັງກິດ ໄດ້ລົງນາມການຮ່ວມມືສອງຝ່າຍ ເພື່ອເພີ່ມທະວີ ດ້ານການຄ້າ 2 ຝ່າຍ, ຊຸກຍູ້ການຮ່ວມມືໃນຂົງເຂດພະລັງງານໃໝ່, ພະລັງງານຜະລິດຄືນໃໝ່, ນຳການພົວພັນຂອງ 2 ປະເທດໃຫ້ໃຫຍ່ໂຕເຂັ້ມແຂງ. ພາຍຫລັງ ທ່ານ ຫງວຽນຮ່ວາບິ່ງ, ຮອງນາຍົກ ລັດຖະມົນຕີ, ຜູ້ປະຈຳການລັດຖະບານຫວຽດນາມ ສືບຕໍ່ໄປຢ້ຽມຢາມ ແລະ ເຮັດວຽກຢູ່ອັງກິດ ແລະ ອຽກລັງເໜືອ ຊຶ່ງໄດ້ພົບປະກັບທ່ານ ນາງ ແອນເຈລາ ຣາຍເນີ (Angela Rayner), ຮອງນາຍົກລັດຖະມົນຕີອັງກິດ.
ໃນໂອກາດນີ້ ທ່ານ ຫງວຽນຮ່ວາບິ່ງ ສະເໜີ ໃຫ້ບັນດາວິສາ ຫະກິດອັງກິດລົງທຶນ ແລະ ເປີດກວ້າງການເຄື່ອນໄຫວຢູ່ຫວຽດ ນາມໃນບັນດາຂົງເຂດ ພະລັງງານທົດແທນ, ພະລັງງານຜະລິດຄືນໃໝ່, ສອດຄ່ອງກັບການກຳນົດທິດ ໃຫ້ບຸລິມະສິດຂອງລັດ ຖະບານຫວຽດນາມ, ພ້ອມກັນນັ້ນ ຍັງປາຖະໜາວ່າ ລັດຖະບານ ອັງກິດຊ່ວຍເຫຼືອຫວຽດນາມໃນການບຳລຸງສ້າງແຫລ່ງຊັບພະຍາ ກອນມະນຸດ ມີຄຸນນະພາບສູງ, ສ້າງເງື່ອນໄຂສະດວກ ໃຫ້ນັກສຶກ ສາຫວຽດນາມໄປຮ່ຳຮຽນຢູ່ອັງກິດ ແລະ ສະເໜີໃຫ້ອັງກິດ ແບ່ງ ປັນຄວາມຮູ້ ແລະ ປະສົບການໃນການພັດທະນາບັນດາສູນການ ເງິນ.
May be an image of 6 people