ໄລຍະຜ່ານມາ, ອົງການກວດກາແຫ່ງລັດ ໄດ້ດໍາເນີນການກວດກາ ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າຫີນບູນ, ເມືອງຄູນຄໍາ, ແຂວງຄໍາມ່ວນ ເຊິ່ງເປັນໂຄງການແບບມອບເໝົາ (EPC) ໂດຍແມ່ນທຶນກູ້ຢືມ ຈາກທະນາຄານຕ່າງປະເທດ ມີມູນຄ່າກໍ່ສ້າງໂຄງການແມ່ນ 89,970,000 ໂດລາສະຫະລັດ. ຜ່ານການກວດກາ ເຫັນວ່າ ໃນການຈັດຕັ້ງປະຕິບັດຕົວຈິງ ການດຳເນີນການທີ່ບໍ່ສອດຄ່ອງກັບກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.

ອີງຕາມສັນຍາ ໂຄງການດັ່ງກ່າວ ຈະໃຊ້ເວລາກໍ່ສ້າງ 03 ປີ ເຊິ່ງເລີ່ມກໍ່ສ້າງແຕ່ປີ 2013 ແລະ ໃຫ້ສໍາເລັດ ໃນປີ 2016 ແຕ່ໃນການຈັດຕັ້ງປະຕິບັດຕົວຈິງ ແມ່ນບໍ່ສໍາເລັດ. ເຈົ້າຂອງໂຄງການໄດ້ອະນຸມັດໃຫ້ຜູ້ຮັບເໝົາ ສືບຕໍ່ກໍ່ສ້າງໂຄງການຕື່ມອີກ 03 ປີ ແຕ່ກໍ່ຍັງບໍ່ສໍາເລັດ ແລະ ບໍ່ສາມາດດໍາເນີນການຜະລິດໄຟຟ້າໄດ້ຕາມແຜນການທີ່ກໍານົດໄວ້.
ຈາກຜົນການກວດກາຂອງບໍລິສັດຜູ້ຊ່ຽວຊານ ເຫັນວ່າໜ້າວຽກໂຄງການສໍາເລັດພຽງແຕ່ 76% ແຕ່ເຈົ້າຂອງໂຄງການໄດ້ເບີກຈ່າຍເງິນໃຫ້ບໍລິສັດຜູ້ຮັບເໝົາກໍ່ ສ້າງແລ້ວໃນມູນຄ່າ 88,750,341.33 ໂດລາສະຫະລັດ ເທົ່າກັບ 98.64% ເຮັດໃຫ້ລັດຖະບານ ແຫ່ງ ສປປລາວ ສູນເສຍຜົນປະໂຫຍດ ແລະ ລາຍຮັບຈາກການຜະລິດ ແລະ ຂາຍກະແສໄຟຟ້າ ຈໍານວນມະຫາສານ. ພ້ອມກັນນັ້ນ, ລັດຖະບານຍັງຕ້ອງໄດ້ຮັບຜິດຊອບພາລະໜີ້ສິນ ໃນການໃຊ້ແທນຕົ້ນທຶນ ແລະ ດອກເບ້ຍທີ່ໄດ້ກູ້ຢືມ ຄືນໃຫ້ທະນາຄານຕາມສັນຍາ.
ຕໍ່ກັບບັນຫາດັ່ງກ່າວ ອົງການກວດກາແຫ່ງລັດ ແລະ ພາກສ່ວນທີ່ກ່ຽວຂ້ອງໄດ້ດໍາເນີນການກວດກາ ລົງເລິກຄວາມຮັບຜິດຊອບການເມືອງຂອງພະນັກງານທີ່ມີສ່ວນກ່ຽວພັນກັບການຕົກລົງ ແລະ ຄຸ້ມຄອງການກໍ່ສ້າງໂຄງການໂດຍກົງ, ພ້ອມນັ້ນກໍ່ໄດ້ເປີດການສືບສວນ-ສອບສວນ ກ້າວໄປເຖິງການນໍາໃຊ້ມາດຕະການກັກຕົວ ຕໍ່ອາດີດພະນັກງານຈຳນວນ 4 ຄົນ ແລະ ຄົນຕ່າງປະເທດ 1 ຄົນ, ໃນຂໍ້ກ່າວຫາ ການສໍ້ໂກງຊັບຂອງລັດ, ລວມໝູ່ ແລະ ການສໍ້ລາດບັງຫຼວງ.
ໃນຈໍານວນດັ່ງກ່າວ ມີຂັ້ນອະດີດຮອງຜູ້ອໍານວຍການລັດວິສາຫະກິດໄຟຟ້າລາວ 01 ຄົນ, ອະດີດຫົວໜ້າຝ່າຍກໍ່ສ້າງເຂື່ອນ 01 ຄົນ, ອະດີດຫົວໜ້າ ແລະ ຮອງຫົວ ໜ້າໂຄງການກໍ່ສ້າງເຂື່ອນ 02 ຄົນ, ພ້ອມດ້ວຍປະທານບໍລິສັດເອກະຊົນ ຄົນຕ່າງປະເທດ 01 ຄົນ.
ມາຮອດປະຈຸບັນ ໄດ້ສໍາເລັດການສືບສວນ-ສອບສວນ ແລະ ໄດ້ສະຫຼຸບສໍານວນຄະດີສົ່ງໃຫ້ອົງການໄອຍະການປະຊາຊົນນະຄອນຫຼວງວຽງຈັນ ເພື່ອດໍາເນີນຕາມຂັ້ນຕອນຂອງກົດໝາຍຢ່າງເຂັ້ມງວດ.
ທີ່ມາ: ວາລະສານກວດກາ


