ປີໃໝ່ລາວ ພສ 2568 ຢູ່ນະຄອນຫລວງພະບາງ ກຳນົດຈັດ 10 ມື້

ການຈັດບຸນປີໃໝ່ລາວ ທີ່ນະຄອນ ຫລວງພະບາງ ປີນີ້ ແມ່ນຕິດພັນກັບການສະເຫລີມສະຫລອງ 3 ວັນປະຫວັດສາດ, ເຊິ່ງການນໍາຂອງແຂວງໄດ້ຕົກລົງໃຫ້ ນະ ຄອນຫລວງພະບາງ ກະກຽມຈັດງານ ໂດຍໄດ້ອອກຂໍ້ຕົກລົງແຕ່ງຕັ້ງຄະນະຮັບ ຜິດຊອບແຕ່ລະວຽກງານ ທັງໄດ້ກະກຽມວຽກງານໃນແຕ່ລະດ້ານ.
ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນ ຫລວງພະບາງ ໄດ້ຖະແຫລງຂ່າວ ໃນວັນທີ 19 ມີນາ 2025 ວ່າ: ລາຍການເຄື່ອນໄຫວຂອງບຸນດັ່ງກ່າວ ໄດ້ກໍານົດເອົາແຕ່ວັນທີ 10-20 ເມສາ 2025 ໂດຍຈະມີຫລາຍກິດຈະກຳ ເຊັ່ນ: ການປະກວດນາງສັງ ຂານ, ພິທີແຫ່ຊ້າງຮຽງເກີຍ, ງານໂລະລາດ, ພິທີຕົບພະທາດຊາຍໃຫຍ່, ງານແຫ່ຫວໍ່ ແລະ ພິທີອາລາດຖະນາອົງພະບາງລົງຫົດສົງ ແລະ ອື່ນໆ.
ທ່ານ ທ່ານ ວຽງທອງ ຫັດສະຈັນ ໄດ້ຮຽກຮ້ອງໃຫ້ປະຊາຊົນບັນດາເຜົ່າ, ພະນັກ ງານ, ທະຫານ, ຕຳຫລວດ, ຜູ້ປະກອບການທຸລະກິດ, ຜູ້ຈັດການ ຜູ້ບໍລິການດ້ານຕ່າງໆ ຈົ່ງພ້ອມກັນເປັນເຈົ້າການທີ່ດີເຮັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ, ເປັນເຈົ້າການໃນການປະກອບສ່ວນທາງດ້ານເຫື່ອແຮງ ແລະ ວັດຖຸປັດໄຈ ເຂົ້າໃນການຈັດບຸນປີໃໝ່ລາວໃນຄັ້ງນີ້ ໃຫ້ມີບັນຍາກາດເບີກບານມ່ວນຊື່ນ ແລະ ປະສົບຜົນສຳເລັດຢ່າງຈົບງາມ.






