ພາຍໃຕ້ການນໍາພາຂອງພັກ ເຮັດໃຫ້ການເຄື່ອນໄຫວວຽກງານຂອງ ຫສປທ ນັບມື້ພົ້ນເດັ່ນ

ໃນໂອກາດວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ. ທ່ານ ອິນທະປັນຍາ ຂຽວວົງພະຈັນ, ຮອງເລຂາຄະນະພັກ, ຮອງຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ (ຫສປທ) ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ. ທ່ານໄດ້ຍົກໃຫ້ເຫັນປະຫວັດຄວາມ ເປັນມາ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງພັກປະຊາຊົນ ປະຕິວັດລາວ ຕະຫລອດໄລຍະ 70 ປີ ຜ່ານມາ ທີ່ໄດ້ນໍາພາປະຊາ ຊົນລາວ ບັນດາເຜົ່າດໍາເນີນການຕໍ່ສູ້ຕ້ານການຮຸກຮານ ແລະ ແຊກແຊງຂອງພວກຈັກກະພັດລ່າເມືອງຂຶ້ນ, ເຮັດສຳເລັດພາລະ ກິດປົດປ່ອຍຊາດ, ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວຂຶ້ນ ແລະ ຍາດເອົາຜົນສໍາເລັດໃນການປົກປັກຮັກ ສາ ແລະ ສ້າງສາພັດທະນາປະເທດຊາດ, ນໍາພາ ປະຕິບັດແນວ ທາງປ່ຽນແປງໃໝ່ ເຮັດໃຫ້ປະເທດຊາດ ຂອງພວກເຮົາ ມີບົດ ບາດສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ.
ພ້ອມນີ້, ທ່ານຍັງໄດ້ຍົກໃຫ້ເຫັນເຫັນການນໍາພາຂອງພັກເຮົາຕໍ່ວຽກ ງານຂອງ ຫສປທ ທີີຖືສໍາຄັນວຽກງານການເມືອງແນວ ຄິດ ແລະ ເປັນວຽກກົກ, ໄດ້ນໍາເອົາແນວທາງນະໂນບາຍ, ມະຕິ, ຄໍາສັ່ງ ຂອງພັກ, ເອກະສານສໍາຄັນ ນໍາມາຈັດຕັ້ງເຜີຍແຜ່ ເນື່ອງໃນວັນສໍາຄັນຂອງພັກ, ຂອງຊາດ ໃຫ້ແກ່ ສະມາຊິກພັກ, ພະນັກ ງານ-ລັດຖະກອນ ໄດ້ເຊື່ອມຊຶມກຳແໜ້ນ, ທັງຮໍ່າຮຽນເອົາມູນ ເຊື້ອການນໍາພາຂອງພັກ, ຮໍ່າຮຽນເອົາຄຸນສົມບັດ ທີ່ດີເລີດ, ແບບແຜນວິທີເຮັດວຽກຂອງຜູ້ນໍາເຮົາ ເປັນຕົ້ນ ປະທານ ໄກ ສອນ ພົມວິຫານ, ປະທານ ສຸພານຸວົງ ແລະ ຜູ້ນໍາຜູ້ອື່ນໆ ເພື່ອນໍາມາໝູນໃຊ້ເຂົ້າໃນການປະຕິບັດວຽກງານຕົວຈິງ. ຄະນະພັກ ໄດ້ນໍາພາຈັດຕັ້ງປະຕິບັດ ວຽກງານວິຊາສະພາະຂອງ ຫສປທ ຊຶ່ງຜົນສໍາເລັດອັນພົ້ນເດັ່ນບາງດ້ານ ດັ່ງນີ້:
– ໄດ້ປັບປຸງພາລະບົດບາດ ຂອງ ຫສປທ ໃຫ້ສອດຄ່ອງກັບໜ້າ ທີ່ການເມືອງໃນໄລຍະໃໝ່ ໂດຍປ່ຽນຈາກ ລັດຖະດໍາລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງ ຫສປທ ສະບັບເລກທີ 054/ປປທ, ລົງວັນທີ 21 ກຸມພາ 2017 ມາເປັນ ພາລະບົດ ບາດໃໝ່ ສະບັບເລກທີ 208/ປປທ, ລົງວັນທີ 30 ພະຈິກ 2022, ພ້ອມນີ້ ກົງຈັກ ຊ່ວຍວຽກ ຂອງ ຫສປທ ກໍຄືບັນດາກົມທີ່ຂຶ້ນກັບ ຫສປທ ກໍໄດ້ມີການປັບປຸງ ພາລະບົດບາດໃໝ່ເຊັ່ນືດຽວກັນ ເພື່ອໃຫ້ ການຈັດຕັ້ງປະຕິບັດວຽກງານຖືກຕ້ອງຕາມສະພາບຕົວຈິງແຕ່ລະໄລຍະ ທັງປັບປຸງກົງຈັກໃຫ້ກະທັດຮັດ, ສົມ ເຫດສົມຜົນ.
– ວຽກງານເປັນເສນາທິການດ້ານເນື້ອໃນ: ໄດ້ປັບປຸງ ວິທີການຄົ້ນຄວ້າ, ວິໄຈ ໃຫ້ຂັ້ນເທິງ ໃຫ້ຮັບປະກັນ ນະພາບ ເປັນຕົ້ນ ການ ຄົ້ນຄວ້າ, ກວດກາ ກົດໝາຍ, ລັດຖະບັນຍັດ ກ່ອນນໍາສະເໜີ ປະ ທານປະເທດ ພິຈາລະນາ ຄຸນນະພາບ ລົງລາຍເຊັນ ປະກາດໃຊ້, ການຄົ້ນຄວ້າໃຫ້ອະໄພຍະໂທດ, ການຄົ້ນຄວ້າກະກຽມບົດຄໍາເຫັນຕ່າງໆຂອງຂັ້ນເທິງ.
– ວຽກບູລະນະ ແລະ ການປັບປຸງໂຄງລ່າງພື້ນຖານ: ໄດ້ເອົາໃຈໃສ່ຊີ້ນໍາ ຕິດຕາມຊຸກຍູ້ ໂຄງການສ້ອມແປງໃຫຍ່ອາຄານ ຫໍຄໍາ (ທີ່ບັນດາທ່ານເຫັນ) ຊຶ່ງໄດ້ເລີ່ມຕົ້ນ ກໍ່ສ້າງ ສ້ອມແປງໃນທ້າຍປີ 2023 ແລະ ສໍາເລັດໂດຍພື້ນຖານ ໃນເດືອນຕຸລາ 2024 ສາ ມາດຕ້ອນຮັບການເຂົ້າຢ້ຽມຢາມຂອງການນໍາຂັ້ນສູງຕ່າງປະເທດ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45 ໃນທ້າຍປີ 2024 ຜ່ານມາ.
– ການຫັນເປັນທັນສະໄໝ ການຄຸ້ມຄອງ ແລະ ບໍລິຫານ ວຽກ ງານ: ໄດ້ພັດທະນາ E-office ຂອງ ຫສປທ ແລະ ເປີດນໍາໃຊ້ຢ່າງເປັນທາງການ ແຕ່ກາງປີ 2024 ເປັນຕົ້ນມາ.
ສ່ວນວຽກພົວພັນຮ່ວມມືກັບຕ່າງປະເທດ: ໄດ້ມີການຮ່ວມມືກັບ ສໍານັກງານປະທານປະເທດ ຂອງ ປະເທດເພື່ອນມິດ, ໄດ້ເຊັນ MOU ກັບ ຫສປທ ສສ. ຫວຽດນາມ ແລະ ສຳນັກງານປະ ທານາທິບໍດີມົງໂກລີ ເພື່ອແລກປ່ຽນບົດຮຽນ ກ່ຽວກັບການເປັນເສນາທິການ ໃຫ້ແກ່ການນໍາຂັ້ນສູງ.



