ສຳເລັດກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກເມືອງແກ້ວອຸດົມ

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງແກ້ວອຸດົມ ແຂວງວຽງຈັນ ຄັ້ງທີ VIII ໄດ້ອັດລົງຢ່າງເປັນທາງການໃນວັນທີ 20 ມີນານີ້ ໂດຍການເຂົ້າຮ່ວມຂອງ ສະຫາຍ ຄໍາພັນ ສິດທິດໍາພາ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງວຽງຈັນ, ມີແຂກຖືກເຊີນ ແລະ ຜູ້ແທນສົມບູນ 110 ສະຫາຍ ຍິງ 25 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກໃນທົ່ວເມືອງຈໍນວນ 1,136 ສະຫາຍ.
ສະຫາຍ ວິລະວຸດ ປະກິດ ເລຂາພັກເມືອງ ເຈົ້າເມືອງແກ້ວອຸດົມ ກ່າວວ່າ: ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ເມືອງແກ້ວອຸດົມຄັ້ງນີ້ ໄດ້ດໍາເນີນໄປເປັນເວລາ 2 ວັນ ໄດ້ສໍາເລັດຕາມຈຸດປະສົງທີ່ວາງໄວ້ຢ່າງຈົບງາມ. ຜົນສຳເລັດກອງປະຊຸມຄັ້ງນີ້, ແມ່ນໝາກຜົນລວມຍອດ ແຫ່ງສະຕິປັນຍາ ແລະ ມີຄວາມສາມັກຄີເປັນເອກະພາບບົນແນວທາງກົດລະບຽບຂອງພັກ ຊຶ່ງມັນສະແດງເຖິງຄວາມຮັບຜິດຊອບ ຕໍ່ໜ້າທີ່ການເມືອງຂອງບັນດາສະຫາຍຄະນະບໍລິຫານພັກທີ່ການຈັດຕັ້ງມອບໝາຍ. ກອງປະຊຸມຄັ້ງນີ້, ບັນດາສະຫາຍໄດ້ຄົ້ນຄວ້າພິຈາລະນາປະກອບຄຳຄິດຄຳເຫັນ ແລະ ຮັບຮອງເອົາ ຮ່າງລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ, ບົດສຳຫຼວດການນຳພາລວມຂອງຄະນະບໍລິຫານພັກເມືອງແກ້ວອຸດົມ ແລະ ວາງທິດທາງແຜນການ 5 ປີ ຕໍ່ໜ້າຢ່າງພາວະວິໄສ, ສາມາດຍົກໃຫ້ເຫັນຜົນງານດ້ານດີ ເພື່ອສືບຕໍ່ສົ່ງເສີມຈັດຕັ້ງຜັນຂະຫຍາຍ, ຍົກໃຫ້ເຫັນດ້ານອ່ອນ, ຂໍ້ຄົງຄ້າງ ເພື່ອຊອກຫາວິທີແກ້ໄຂໃຫ້ດີຂຶ້ນເທື່ອລະກ້າວ. ຜູ້ແທນກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາທິປະໄຕ ຂອງຕົນປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກເມືອງຊຸດໃໝ່ຈຳນວນ 21 ສະຫາຍ ຍິງ 6 ສະຫາຍ, ເລືອກເອົາຄະນະປະຈຳພັກເມືອງ 7 ສະຫາຍ ຍິງ 2 ສະຫາຍ, ເລືອກເອົາ ສະຫາຍ ວິລະວຸດ ປະກິດ ເປັນເລຂາຄະນະບໍລິຫານງານພັກເມືອງ, ສະຫາຍ ນາງ ບົວໄລ ອຸດົມ ແລະ ສະຫາຍ ຈັນທະວົງ ບົວລະພັນ ເປັນຮອງເລຂາຄະນະບໍລິຫານງານພັກເມືອງ, ເລືອກເອົາ ສະຫາຍ ນາງ ດາວອນ ສີວົງໄຊ ເປັນປະທານກວດກາ, ເລືອກເອົາສະຫາຍ ສົມສັກ ສີວົງໄຊ ແລະ ສະຫາຍ ເດືອນ ຜາສຸກ ເປັນຮອງປະທານກວດກາ, ເລືອກເອົາຜູ້ແທນສົມບູນໄປຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຄັ້ງທີ VII ຈຳນວນ 13 ສະຫາຍ ຍິງ 3 ສະຫາຍ ແລະ ຜູ້ແທນສໍາຮອງ 2 ສະຫາຍ.
ທີ່ມາ: ແຂວງວຽງຈັນ




